ຂ່າວສານ

ກະ​ສັດ ບ​ຣູ​ໄນ Darussalam Haji Hassanal Bolkiah ສິ້ນ​ສຸດ​ການ​ຢ້ຽມ​ຢາມທາງ​ລັ​ດຖະ​ກິດ ຢູ່ ຫວຽດ​ນາມ

ເນື່ອງໃນໂອກາດນີ້, ການນຳສອງປະເທດໄດ້ອອກຖະແຫຼງການຮ່ວມ ຫວຽດນາມ - ບຣູໄນ Darussalam, ຢັ້ງຢືນຄຳໝັ້ນສັນຍາເພີ່ມທະວີການຮ່ວມມືໃນທຸກຂົງເຂດຫຼາຍກວ່າອີກ.
ກະສັດ ບຣູໄນ Darussalam Haji Hassanal Bolkiah ແລະ ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ.

ຕອນບ່າຍວັນທີ 2 ທັນວາ, ກະສັດ ບຣູໄນ Darussalam Haji Hassanal Bolkiah ໄດ້ເດີນທາງອອກຈາກ ຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ແຕ່ວັນທີ 30 ພະຈິກ -  02 ທັນວາ ຕາມຄຳເຊື້ອເຊີນຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ຢ່າງຈົບງາມ. ໃນໄລຍະຢ້ຽມຢາມຢູ່  ຫວຽດນາມ, ກະສັດ ບຣູໄນ Darussalam Haji Hassanal Bolkiah ໄດ້ມີການພົບປະເຈລະຈາກັບທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ, ພົບປະກັບທ່ານເລຂາທິການໃຫຍ່ ໂຕເລິມ ແລະ ພົບປະກັບນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ. ໃນການພົບປະຕ່າງໆ, ການນຳສອງປະເທດເຫັນດີເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ; ຊຸກຍູ້ ແລະ ສ້າງເງື່ອນໄຂໃຫ້ແກ່ບັນດາການເຄື່ອນໄຫວທາງດ້ານການຄ້າ - ການລົງທຶນ, ເພີ່ມທະວີການເຊື່ອມຕໍ່, ໜູນຊ່ວຍວິສາຫະກິດແລກປ່ຽນຂໍ້ມູນຂ່າວສານ ແລະ ຊອກຫາຄູ່ຮ່ວມມື; ຂຸດຄົ້ນປະສິດທິຜົນຂອງກຳລັງບົ່ມຊ້ອນໃນການຮ່ວມມືລະຫວ່າງສອງປະເທດໃນບັນດາຂົງເຂດ.

        ເນື່ອງໃນໂອກາດນີ້, ການນຳສອງປະເທດໄດ້ອອກຖະແຫຼງການຮ່ວມ ຫວຽດນາມ - ບຣູໄນ  Darussalam, ຢັ້ງຢືນຄຳໝັ້ນສັນຍາເພີ່ມທະວີການຮ່ວມມືໃນທຸກຂົງເຂດຫຼາຍກວ່າອີກ.


top