ວັນທີ 20 ກໍລະກົດ, ກະສັດທີ 17 ຂອງ ມາເລເຊຍ, Sultan Ibrahim ໄດ້ຮັບດຳລົງຕຳແໜ່ງຢ່າງເປັນທາງການ ໃນພິທີບັນລັງທີ່ໄດ້ຈັດຂຶ້ນຢ່າງສົມກຽດຢູ່ພະລາດສະວັງລາດຊະການ ມາເລເຊຍ ຢູ່ທີ່ນະຄອນຫຼວງ ກົວລາ ລຳເບີ.
ກະສັດ ມາເລເຊຍ, Sultan Ibrahim ແລະ ມະເຫສີ Raja Zarith Sofiah(ພາບ: Bernama)
ພິທີຮັບດຳລົງຕຳແໜ່ງໄດ້ຈັດຂຶ້ນຕາມຮີດຄອງປະເພນີທີ່ເປັນມູນເຊື້ອຂອງພະບໍລົມວົງສານຸວົງ ມາເລເຊຍ ພາຍໃຕ້ການເປັນສັກຂີພິຍານຂອງແຂກຖືກເຊີນທັງຢູ່ພາຍໃນ ແລະ ຕ່າງປະເທດເກືອບ 700 ທ່ານ, ໃນນັ້ນ ມີກະສັດ ບຣູໄນ ແລະ ກະສັດ ບາເຣັນ. ກ່າວຄຳເຫັນທີ່ພິທີ, ກະສັດ ມາເລເຊຍ, Sultan Ibrahim ໃຫ້ຄຳໝັ້ນສັນຍາວ່າ ຈະປົກຄອງປະເທດດ້ວຍຄວາມຈົງຮັກພັກດີ, ຊື່ກົງ ແລະ ຍຸຕິທຳ ແນໃສ່ນໍາມາເຊິ່ງຄວາມສະເໝີພາບໃຫ້ແກ່ປະຊາຊົນ ມາເລເຊຍ ທຸກຄົນ ກໍຄືປົກປັກຮັກສາຄວາມວັດທະນາຖາວອນ ແລະ ອະທິປະໄຕແຫ່ງຊາດ.