ຂ່າວສານ

ກະ​ຊວງ​ຍຸ​ຕິ​ທຳ​ມີ​ຄວາມ​ຮັບ​ຜິດ​ຊອບ​ຢ່າງໃຫ​ຍ່ຫຼວງ ​ເພື່ອ​ໃຫ້​ກົດ​ໝາຍ, ລະ​ບອບ​ລະ​ບຽບ​ການ​ແມ່ນ​ບາດ​ກ້າວ​ບຸກ​ທະ​ລຸ​ຍຸດ​ທະ​ສາດ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ເນັ້ນ​ໜັກ​ວ່າ ໂດຍ​ແມ່ນ​ອົງ​ການ​ເສ​ນາ​ທິ​ການຍຸດ​ທະ​ສາດ ໃຫ້​ແກ່​ລັດ​ຖະ​ບານ ກ່ຽວ​ກັບ​ການ​ສ້າງ​ກົດ​ໝາຍ, ລະ​ບອບ​ລະ​ບຽບ​ການ​ໃຫ້​ສົມ​ບູນ​ແບບ, ກະ​ຊວງ​ຍຸ​ທິ​ຕຳ​ມີ​ຄວາມ​ຮັບ​ຜິດ​ຊອບຢ່າງ​ໃຫຍ່ຫຼວງ, ມີ​ບົດ​ບາດ​ສຳ​ຄັນ​ເພື່ອ​ໃຫ້​ກົດ​ໝາຍ, ລະ​ບອບ​ລະ​ບຽບ​ກາຍ​ກາຍ​ເປັນ​ບາດ​ກ້າວ​ບຸກ​ທະ​ລຸ​ຍຸດ​ທະ​ສາດ​ຢ່າງ​ແທ້​ຈິງ
  ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ​ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ (ພາບ: VGP)  
ຕອນ​ເຊົ້າ​ວັນ​ທີ 11 ພຶດ​ສະ​ພາ, ຢູ່​ຮ່າ​ໂນ້ຍ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ເລ​ມິງ​ຮຶງ ໄດ້​ເປັນ​ປະ​ທານ​ການ​ເຮັດ​ວຽກ​ກັບ​ກະ​ຊວງ​ຍຸ​ຕິ​ທຳ​ກ່ຽວ​ກັບ​ສະ​ພາບ​ການ​ປະ​ຕິ​ບັດ​ໜ້າ​ທີ່​ນັບ​ແຕ່​ຕົ້ນ​ປີ 2026 ມາ​ຮອດ​ປັດ​ຈຸ​ບັນ, ທິດ​ທາງ, ໜ້າ​ທີ່​ຈຸດ​ສຸມ​ໃນ​ໄລ​ຍະ​ຈະ​ມາ​ເຖິງ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ເນັ້ນ​ໜັກ​ວ່າ ໂດຍ​ແມ່ນ​ອົງ​ການ​ເສ​ນາ​ທິ​ການຍຸດ​ທະ​ສາດ ໃຫ້​ແກ່​ລັດ​ຖະ​ບານ ກ່ຽວ​ກັບ​ການ​ສ້າງ​ກົດ​ໝາຍ, ລະ​ບອບ​ລະ​ບຽບ​ການ​ໃຫ້​ສົມ​ບູນ​ແບບ, ກະ​ຊວງ​ຍຸ​ທິ​ຕຳ​ມີ​ຄວາມ​ຮັບ​ຜິດ​ຊອບຢ່າງ​ໃຫຍ່ຫຼວງ, ມີ​ບົດ​ບາດ​ສຳ​ຄັນ​ເພື່ອ​ໃຫ້​ກົດ​ໝາຍ, ລະ​ບອບ​ລະ​ບຽບ​ກາຍ​ກາຍ​ເປັນ​ບາດ​ກ້າວ​ບຸກ​ທະ​ລຸ​ຍຸດ​ທະ​ສາດ​ຢ່າງ​ແທ້​ຈິງ, ຮັບ​ໃຊ້​ການ​ພັດ​ທະ​ນາ​ປະ​ເທດ​ຊາດ, ການ​ເຕີ​ບ​ໂຕ​ຢູ່​ລະ​ດັບ​ສອງ​ຕົວ​ເລກ. ກະ​ຊວງ, ຂະ​ແໜງ​ການ​ຍຸ​ຕິ​ທຳ ຕ້ອງ​ນຳ​ໜ້າ​ໃນ​ການ​ປ່ຽນ​ແປງ​ຈິນ​ຕະ​ນາ​ການ​ສ້າງ​ກົດ​ໝາຍ, ເສີມ​ຂະ​ຫຍາຍ​ບົດ​ບາດ​ໃນ​ການ​ຍົກ​ສູງ​ຄວາມ​ສາ​ມາດ​ຄຸ້ມ​ຄອງ​ຄວາມ​ສ່ຽງ​ດ້ານ​ນິ​ຕິ​ກຳ​ແຫ່ງ​ຊາດ​ເມື​ອ​ປະ​ເທດ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ທີ່​ນັບ​ມື້​ນັບ​ເລິກ​ເຊິ່ງກວ້າງ​ຂວາງ, ຍົກ​ສູງ​ຄວາມ​ສາ​ມາດ ແລະ ເພີ່ມ​ທະ​ວີ​ລະ​ບຽບ​ວິ​ໄນ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ນະ​ໂຍ​ບາຍ, ກົດ​ໝາຍ.

top