ຂ່າວສານ

ກະ​ຊວງວິ​ທະ​ຍ​າ​ສາດ ແລະ ເຕັກ​ໂນ​ໂລ​ຢີ ຕ້ອງ​ນຳ​ໜ້າ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ມະ​ຕິ​ເລກ​ທີ 57 ຂອງ​ກົມ​ການ​ເມືອງ​ຢ່​າງ​ມີ​ໄຊ

ທ່ານເລຂາທິການໃຫຍ່ໂຕເລິມຍົກໃຫ້ເຫັນຢ່າງຈະແຈ້ງໜ້າທີ່ກວມລວມ, ລຸລ່ວງຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຢີແມ່ນຕ້ອງນຳໜ້າໃນການຈັດຕັ້ງປະຕິບັດມະຕິເລກທີ 57 ຂອງກົມການເມືອງຢ່າງມີໄຊ.
ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ ຕິດຫຼຽນໄຊແຮງງານຊັ້ນໜຶ່ງມອບໃຫ້ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ

ຕອນບ່າຍວັນທີ 29 ກັນຍາ,ຢູ່ຮ່າໂນ້ຍ, ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ຈັດພິທີສະເຫຼີມສະຫຼອງ 80 ປີແຫ່ງວັນຄົບຮອບຂອງຂະແໜງໄປສະນີໂທລະຄົມມະນາຄົມ, 66 ປີແຫ່ງວັນຄົບຮອບຂອງຂະແໜງວິທະຍາສາດ ແລະ ເຕັກໂນໂລຢີ ແລະ ກອງປະຊຸມໃຫຍ່ແຂ່ງຂັນຮັກຊາດຄັ້ງທີ 1.

ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານອະດີດເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ນົງດຶກແມັງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເຂົ້າຮ່ວມເຫດການ. ກ່າວຄຳເຫັນທີພິທີສະເຫຼີມສະຫຼອງ, ທ່ານເລຂາທິການໃຫຍ່ໂຕເລິມຍົກໃຫ້ເຫັນຢ່າງຈະແຈ້ງໜ້າທີ່ກວມລວມ, ລຸລ່ວງຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຢີແມ່ນຕ້ອງນຳໜ້າໃນການຈັດຕັ້ງປະຕິບັດມະຕິເລກທີ 57 ຂອງກົມການເມືອງກ່ຽວກັບບາດກ້າວບຸກທະລຸພັດທະນາວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນແຫ່ງຊາດຢ່າງມີໄຊ.

ດ້ວຍບົດບາດໜ້າທີ່ເປັນເສນາທິການ, ສ້າງສາ, ກະຊວງຕ້ອງເປັນເຈົ້າການສະເໜີ, ສ້າງລະບົບກົດໝາຍ, ກົນໄກ, ນະໂຍບາຍໃຫ້ສົມບູນແບບເພື່ອສົ່ງເສີມນະວັດຕະກຳ, ຊຸກຍູ້ການຫັນເປັນດີຈີຕອນ. ດ້ວຍບົດບາດໜ້າທີ່ໃນການຄຸ້ມຄອງລັດ, ກະຊວງຕ້ອງກຳນົດທິດ ແລະ ນຳໜ້າພັດທະນາບັນດາຂົງເຂດເຕັກໂນໂລຢີປາຍແຫຼມທີ່ມີຄວາມໝາຍຍຸດທະສາດ ຄືເຕັກໂນໂລຢີເຄິ່ງຊັກນຳໄຟຟ້າ, ປັນຍາປະດິດ…


top