ໃນຈົດໝາຍໃຫ້ຮູ້ວ່າ ໂດຍປະຕິບັດຄຳສັ່ງຂອງການນຳພັກ, ລັດ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຕົກລົງຈັດສົ່ງນາຍທະຫານທີ່ເປັນມືອາຊີບ 82 ຄົນ ພ້ອມກັບເຄື່ອງອຸປະກອນ, ໝາວິຊາສະເພາະ ໄປໜູນຊ່ວຍ ເວເນຊູເອລາ
ວັນທີ 03 ກໍລະກົດ, ທ່ານພົນເອກ ຟານວັນຢາງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ສົ່ງຈົດໝາຍຍ້ອງຍໍບັນດານາຍທະຫານວິຊາຊີບທີ່ພວມເຂົ້າຮ່ວມການແກ້ໄຂຜົນຮ້າຍຢ້ອນຫຼັງຈາກເຫດແຜນດິນໄຫວທີ່ເກີດຂຶ້ນໃນວັນທີ 24 ມິຖຸນາ ຢູ່ ເວເນຊູເອລາ.
ໃນຈົດໝາຍໃຫ້ຮູ້ວ່າ ໂດຍປະຕິບັດຄຳສັ່ງຂອງການນຳພັກ, ລັດ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຕົກລົງຈັດສົ່ງນາຍທະຫານທີ່ເປັນມືອາຊີບ 82 ຄົນ ພ້ອມກັບເຄື່ອງອຸປະກອນ, ໝາວິຊາສະເພາະ ໄປໜູນຊ່ວຍ ເວເນຊູເອລາ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກເຫດແຜນດິນໄຫວ. ບັນດານາຍທະຫານ ໄດ້ສົມທົບກັນຢ່າງແໜ້ນແຟ້ນກັບກຳລັງທີ່ມີໜ້າທີ່ປະເທດປະຈຳຖິ່ນ, ນຳເອົາຜູ້ປະສົບເຄາະຮ້າຍອອກຈາກຊາກຫັກພັງນັບສີບຄົນ ແລ້ວມອບໃຫ້ອຳນາດການປົກຄອງ ເວເນຊູເອລາ; ພ້ອມກັນນັ້ນ, ກໍ່ຕັ້ງໜ້າໜູນຊ່ວຍດ້ານສາທາລະນະສຸກຢູ່ສະຖານທີ່ເກີດເຫດ, ຮັບປະກັນຄວາມປອດໄພຢ່າງສູງສຸດ. ໝາກຜົນນັ້ນໄດ້ສະແດງໃຫ້ເຫັນຈິດໃຈສາກົນຢ່າງເລິກເຊິ່ງ, ກວ້າງຂວາງ, ມູນເຊື້ອອັນດີງາມຂອງຊາດ ຫວຽດນາມ ແລະ ຄຸນນະທາດອັນສູງສົ່ງຂອງ “ທະຫານລຸ່ງ ໂຮ່” ບົນເວທີສາກົນ.