ຂ່າວສານ

ກະຊວງປ້ອງກັນປະເທດ ກໍ່ສ້າງໂຮງຮຽນມອບໃຫ້ນັກຮຽນເຂດຊາຍແດນ ຢາລາຍ

ກິດຈະກຳລວມມີ: ຕຶກອາຄານເຮັດວຽກ - ຫ້ອງຮຽນ, ຫ້ອງຮຽນ, ເຂດເຮືອນຄົວ, ເຂດສຶກສາກາຍຍະກຳ… ຕອບສະໜອງຄວາມຕ້ອງການຮ່ຳຮຽນໃຫ້ເດັກຊັ້ນອະນຸບານກວ່າ 300 ຄົນ
(ພິທີມອບ - ຮັບໂຮງຮຽນອະນຸບານ ຊາວມາຍ)

ຕອນບ່າຍວັນທີ 18 ພະຈິກ, ຢູ່ແຂວງ ຢາລາຍ, ພົນລະພາກຫຼວງ 15 (ກະຊວງປ້ອງກັນປະເທດ ຫວຽດນາມ) ໄດ້ຈັດພິທີເປີດສະຫຼອງນຳໃຊ້ ແລະ ພິທີມອບ - ຮັບໂຮງຮຽນອະນຸບານ ຊາວມາຍ ໃຫ້ຄູອາຈານ ແລະ ນັກຮຽນຕາແສງ Ia Krel, ແຂວງ ຢາລາຍ.

        ກິດຈະກຳລວມມີ: ຕຶກອາຄານເຮັດວຽກ - ຫ້ອງຮຽນ, ຫ້ອງຮຽນ, ເຂດເຮືອນຄົວ, ເຂດສຶກສາກາຍຍະກຳ… ຕອບສະໜອງຄວາມຕ້ອງການຮ່ຳຮຽນໃຫ້ເດັກຊັ້ນອະນຸບານກວ່າ 300 ຄົນຢູ່ 24 ບ້ານ ຂຶ້ນກັບບັນດາຕາແສງເຂດຊາຍແດນທາງທິດຕາເວັນຕົກ ຢາລາຍ. ທ່ານພັນເອກ ຄວັດບາກາວ, ເລຂາຄະນະພັກ, ຮອງຜູ້ບັນຊາການພົນລະພາກຫຼວງ 15 (ກະຊວງປ້ອງກັນປະເທດ), ໃຫ້ຮູ້ວ່າ:

        “ໃນໄລຍະຈະມາເຖິງ ພົນລະພາກຫຼວງ 15 ຈະສືບຕໍ່ສົມທົບກັບອຳນາດການປົກຄອງທ້ອງຖິ່ນ ແລະ ກົມກອງເສດຖະກິດ - ປ້ອງກັນປະເທດ 75 ໃນການຄຸ້ມຄອງນຳໃຊ້ກິດຈະກຳໃຫ້ຖືກຕາມຈຸດປະສົງມີປະສິດທິຜົນຍືນຍົງສ້າງທຸກເງື່ອນໄຂເພື່ອໃຫ້ບັນດານັກຮຽນໄດ້ຮ່ຳຮຽນຝຶກຝົນຫຼໍ່ຫຼອມດ້ວຍເງື່ອນໄຂທີ່ທີ່ສຸດ”.


top