ທ່ານ ເກີ໊ງສ໋ວາງ ໃຫ້ຮູ້ວ່າ “ປັດຈຸບັນຍັງບໍ່ມີຂໍ້ມູນຂ່າວສານໃດໆ” ກ່ຽວກັບການພົບປະສຸດຍອດລະຫວ່າງ ທ່ານ ສີຈີ້ນຜິງ ປະທານປະເທດ ຈີນ ກັບ ທ່ານ Donald Trump ປະທານາທິບໍດີ ອາເມລິກາເພື່ອຫຼີກລ້ຽງສົງຄາມການຄ້າ.
ທ່ານໂຄສົກກະຊວງການຕ່າງປະເທດຈີນ ເກີ໊ງສ໋ວາງ (ພາບ: AP)
ໃນສະພາບຄວາມເຄັ່ງຕຶງທາງການຄ້າລະຫວ່າງສອງປະເທດພວມປີນຂັ້ນໄດ, ໃນວັນທີ 14 ພຶດສະພາ, ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໄດ້ກ່າວປາໄສຕໍ່ວົງການສື່ມວນຊົນໂດຍ ໃຫ້ຮູ້ວ່າ ທ່ານຫວັງວ່າໄດ້ພົບປະກັບປະທານປະເທດ ຈີນ ແລະ ປະທານາທິບໍດີ ລັດເຊຍ ໃນເດືອນ ມິຖຸນາ ຈະມາເຖິງເນື່ອງໃນໂອກາດກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົນເດັ່ນຂຶ້ນໃຫຍ່ທີ່ສຸດຂອງໂລກ (G20) ຢູ່ ຍີ່ປຸ່ນ.
ແລະກໍ່ໃນວັນດຽວກັນ, ໃນກອງປະຊຸມຖະແຫຼງຂ່າວນັດສາມັນຢູ່ ປັກກິ່ງ, ທ່ານໂຄສົກກະຊວງການຕ່າງປະເທດຈີນ ເກີ໊ງສ໋ວາງ ໃຫ້ຮູ້ວ່າ ການນຳສອງທ່ານ ຍັງຮັກສາການຕິດຕໍ່ພົວພັນຜ່ານຫຼາຍຮູບການທີ່ແຕກຕ່າງກັນ. ເຖິງຢ່າງໃດກໍ່ຕາມ, ເມື່ອຖືກຖາມວ່າ ຈີນ ມີການກະກຽມຫຍັງແດ່ ໃຫ້ແກ່ການພົບປະສຸດຍອດກັບປະທານາທິບໍດີ ອາເມລິກາ ຫຼືບໍ່? ທ່ານ ເກີ໊ງສ໋ວາງ ໃຫ້ຮູ້ວ່າ “ປັດຈຸບັນຍັງບໍ່ມີຂໍ້ມູນຂ່າວສານໃດໆ” ກ່ຽວກັບການພົບປະສຸດຍອດລະຫວ່າງ ທ່ານ ສີຈີ້ນຜິງ ປະທານປະເທດ ຈີນ ກັບ ທ່ານ Donald Trump ປະທານາທິບໍດີ ອາເມລິກາເພື່ອຫຼີກລ້ຽງສົງຄາມການຄ້າ.
(ແຫຼ່ງຄັດຈາກ VOV)