ຂ່າວສານ

ກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ໃຫ້ເປັນຢ່າງດີ, ນຳປະເທດຊາດກ້າວເຂົ້າສູ່ໄລຍະພັດທະນາໃໝ່

      ວັນທີ 31 ສິງຫາ, ທ່ານເລຂາທິການໃຫຍ່, ຄະນະບໍລິຫານງານສູນກາງພັກກອມູນິດ ຫວຽດນາມ, ປະທານປະເທດ ແຫ່ງ ສສ.ຫວຽດນາມ ຫງວຽນຝຸຈ້ອງ, ຫົວໜ້າອະນຸກຳການເອກະສານກອງປະຊຸມໃຫຍ່ຄັ້ງທິ 13 ຂອງພັກ ໄດ້ມີບົດຂຽນ ດ້ວຍຫົວຂໍ້ “ກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ຄັ້ງທີ 13 ຂອງ ພັກເປັນຢ່າງດີ, ນຳປະເທດຫວຽດນາມ ກ້າວເຂົ້າສູ່ໄລຍະພັດທະນາໃໝ່”.

ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມູນິດ ຫວຽດນາມ, ປະທານປະເທດ ແຫ່ງ ສສ.ຫວຽດນາມ ຫງວຽນຝຸຈ້ອງ (ພາບ: vov.vn)
      ບົດຂຽນດັ່ງກ່າວ ໄດ້ເນັ້ນໜັກວ່າ ກອງປະຊຸມໃຫຍ່ຄັ້ງຈະເຖິງນີ້ ຕ້ອງມີວິໄສທັດກວ້າງໄກຮອດກາງສະຕະວັດທີ 21. ບົດລາຍງານການເມືອງ ທີ່ຈະຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງນີ້ ວາງອອກບັນດາເປົ້າໝາຍສັງລວມຄື: ກໍ່ສ້າງພັກ ແລະ ລະບົບການເມືອງໃຫ້ປອດໃສ, ໝັ້ນຄົງເຂັ້ມແຂງຢ່າງຮອບດ້ານ; ປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນທີ່ມີຕໍ່ພັກ, ລັດ, ລະບອບສັງຄົມນິຍົມ; ຍູ້ແຮງກິດຈະການແຫ່ງການປ່ຽນແປງໃໝ່ຢ່າງຮອບດ້ານ, ຄົບຊຸດ, ຫັນປະເທດຊາດເປັນອຸດສາຫະກຳ ແລະ ທັນສະໄໝ, ພັດທະນາຢ່າງວ່ອງໄວ ແລະ ຍືນຍົງ; ປົກປັກຮັກສາຄວາມໝັ້ນຄົງຂອງປະເທດຊາດ, ສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ; ສູ້ຊົນຮອດກາງສະຕະວັດ 21, ຫວຽດນາມ ຈະກາຍເປັນປະເທດພັດທະນາ, ຕາມການກຳນົດທິດສັງຄົມນິຍົມ.
(ແຫຼ່ງຄັດຈາກ VOV)


top