ຂ່າວສານ

ກະກຽມໃຫ້ປີ APEC 2027 ຢ່າງລອບຄອບທີ່ຖ້ວນ

ບັນດາຫົວໜ່ວຍຕ້ອງຮີບເຮັ່ງສ້າງແຜນການຈັດສູນສື່ມວນຊົນ, ເຂດພັກອາໄສ, ພາຫະນະໄປມາໃຫ້ແກ່ນັກຂ່າວ ແລະ ບັນດາເງື່ອນໄຂຮັບໃຊ້ນັກຂ່າວໃຫ້ສຳເລັດໂດຍໄວ
  ທ່ານນາງ ເລທິທູຮັ່ງ, ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ, ກ່າວຄຳເຫັນທີ່ການເຮັດວຽກ (ພາບ: VNA)  

ຕອນ​ເຊົ້າ​ວັນ​ທີ 04 ກໍ​ລະ​ກົດ, ຢູ່​ເຂດ​ພິ​ເສດ ຝູກວັກ, ຄະ​ນະ​ປະ​ຕິ​ບັດ​ງານ​ອະ​ນຸ​ກຳມະການ​ໂຄ​ສະ​ນາ ແລະ ວັດ​ທະ​ນະ​ທຳ APEC 2027, ໂດຍ​ທ່ານ​ນາງ ເລ​ທິ​ທູ​ຮັ່ງ, ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ, ຫົວ​ໜ້າ​ອະ​ນຸ​ກຳ​ມະ​ການ​ໂຄ​ສະ​ນາ​ວັດ​ທະ​ນ​ະ​ທຳ APEC 2027 ເປັນ​ຫົວ​ໜ້າ​ຄະ​ນະ ໄດ້​ເຮັດ​ວຽກ​ກັບ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ອານ​ຢາງ ຕີ​ລາ​ຄາ​ວຽກ​ງານ​ກະ​ກຽມ​ໃຫ້​ປີ APEC 2027.

ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ, ທ່ານ​ນາງ​ ເລ​ທິ​ທູ​ຮັ່ງ, ຮອງ​ລັດ​ຖະ​ມົນ​ຕີການ​ຕ່າງ​ປະ​ເທດ ຫວຽດ​ນາມ, ເນັ້ນ​ໜັກ​ວ່າ ບັນ​ດາ​ຫົວ​ໜ່ວຍ​ຕ້ອງ​ຮີບ​ເຮັ່ງ​ສ້າງ​ແຜນ​ການ​ຈັດ​ສູນ​ສື່ມວ​ນ​ຊົນ, ເຂດ​ພັກ​ອາ​ໄສ, ພາ​ຫະ​ນະ​ໄປ​ມາ​ໃຫ້​ແກ່​ນັກ​ຂ່າວ​ ແລະ ບັນ​ດາ​ເງື່ອນ​ໄຂ​ຮັບ​ໃຊ້​ນັກ​ຂ່າວໃຫ້​ສຳ​ເລັດ​ໂດຍ​ໄວ, ພ້ອມ​ກັນ​ນັ້ນ ກໍ່ສັງ​ລວມ​ບັນ​ດາ​ຂໍ້​ສະ​ເໜີແນະທີ່ເກີນ​ສິດອຳນາດ​ເພື່ອ​ລາຍ​ງານ​ຕໍ່​ຄະ​ນະ​ກຳ​ມະ​ການ​ແຫ່ງ​ຊາດ APEC 2027 ພິ​ຈ​າ​ລະ​ນາ, ຊີ້​ນຳ​ແກ້​ໄຂ​ຢ່າງ​ທັນ​ການ. ຜ່ານນັ້ນ, ບໍ່​ພຽງ​ແຕ່​ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຈັດ​ບັນ​ດາ​ການ​ເຄື່ອນ​ໄຫວ​ໃນ​ປີ APEC 2027 ເທົ່າ​ນັ້​ນ, ຫາກ​ຍັງແຜ່​ກະ​ຈາຍ​ພາບ​ພົດ ຫວຽດ​ນາມ ເປັນ​ມິດສະ​ໜິດ​ສະ​ໜົມ, ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ.

ກ່າວ​ຄຳ​ເຫັນ​ສະ​ຫຼຸບ​ການ​ເຮັດ​ວຽກ, ທ່ານ ຟານ​ຊວັນ​ຖຸຍ, ຮອງ​ຫົ​ວ​ໜ້າ​ຄະ​ນະ​ໂຄ​ສະ​ນາ ແລະ ຂົນ​ຂວາຍ​ປະ​ຊາ​ຊົນ​ສູນ​ກາງ, ຮອ​ງ​ຫົວ​ໜ້າ​ອະ​ນຸ​ກຳ​ມະ​ການ​ໂຄ​ສະ​ນາ - ວັດ​ທະ​ນະ​ທຳ APEC 2027 ສະ​ເໜີ​ໃຫ້​ແຂວງ ອານ​ຢາງ ສືບ​ຕໍ່​ເປັນ​ເຈົ້າ​ການ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ, ລາຍ​ງານ​ຕໍ່​ລັດ​ຖະ​ບານ ແລະ ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ສູນກາງຢ່າງ​ທັນ​ການ.


top