ຂ່າວສານ

ກອ​ງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ຄັ້ງ​ທີ X ຖືກ​ໄຂ​ຂຶ້ນ​ຢ່າງ​ສົມ​ກຽດ

ດ້ວຍຫົວຂໍ້ “ສາມັກຄີ - ປະຊາທິປະໄຕ - ປ່ຽນແປງໃໝ່ - ປະດິດຄິດສ້າງ - ພັດທະນາ”, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ X, ອາຍຸການ 2024 – 2029 ໄດ້ໄຂຂຶ້ນຢ່າງສົມກຽດໃນຕອນເຊົ້າວັນທີ 17 ຕຸລາ, ຢູ່ຫໍປະຊຸມແຫ່ງຊາດ, ທີ່ຮ່າໂນ້ຍ.
ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ກ່າວຄຳເຫັນທີ່ກອງປະຊຸມ

ເຂົ້າຮ່ວມກອງປະຊຸມ ມີທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ, ຜູ້ປະຈຳການຄະນະເລຂາສູນກາງພັກ ທ່ານ ເລືອງເກື່ອງ, ພ້ອມດ້ວຍຜູ້ແທນກວ່າ 1000 ທ່ານ ເຊິ່ງຕາງໜ້າໃຫ້ປະຊາຊົນທຸກຊັ້ນວັນນະ, ບັນດາຊົນເຜົ່າ, ສາສະໜາ, ກຳລັງປະກອບອາວຸດ, ປະຊາຊົນ ຫວຽດນາມ ຢູ່ຕ່າງປະເທດ ແລະ ພະນັກງານແນວໂຮມປະເທດຊາດທຸກຂັ້ນ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ຕີລາຄາສູງບັນດາການເຄື່ອນໄຫວຂອງແນວໂຮມປະເທດຊາດ ຫວຽດນາມ ທຸກຂັ້ນ ໃນໄລຍະຜ່ານມາ ໃນຫຼາຍຂົງເຂດ ພ້ອມທັງສະເໜີໃຫ້ແນວໂຮມປະເທດຊາດຫວຽດນາມ ຕ້ອງຕົກລົງເປັນເອກະພາບຄວາມຮັບຮູ້ກ່ຽວກັບທີ່ຕັ້ງ, ຄວາມສຳຄັນແບບພິເສດຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ; ທ່ານເນັ້ນໜັກວ່າ ນີ້ແມ່ນໜຶ່ງໃນບັນດາມາດຕະການຫຼັກແຫຼ່ງນຳປະເທດກ້າວເຂົ້າສູ່ສັງກາດໃໝ່.ທ່ານກ່າວວ່າ:

        “ແນວໂຮມປະເທດຊາດ ຕ້ອງປະຕິບັດບົດບາດເປັນແກ່ນສານ, ເປັນເຈົ້າການສົມທົບກັບບັນດາການຈັດຕັ້ງສະມາຊິກ ເພື່ອສ້າງຄວາມສາມັກຄີລະຫວ່າງບັນດາຊົນຊັ້ນ, ສ່ວນບຸກຄົນດີເດັ່ນ, ເສີມຂະຫຍາຍບົດບາດປະຈັນບານຂອງຊົນຊັ້ນກຳມະກອນ, ປຸກລຸກກຳລັງຄວາມສາມາດອັນໃຫຍ່ຫຼວງຂອງຊົນຊັ້ນກະສິກອນ, ຖັນແຖວປັນຍາຊົນ ແລະ ຜູ້ອອກແຮງງານ, ຮັບປະກັນຄວາມເປັນເອກະພາບສູງກ່ຽວກັບຄວາມຮັບຮູ້, ແນວຄິດ ແລະ ການກະທຳ, ຢຶດໝັ້ນກັບເປົ້າໝາຍ, ອຸດົມການສັງຄົມນິຍົມ; ເປັນເຈົ້າການດຳເນີນບັນດາອົງການເຄື່ອນໄຫວການທູດປະຊາຊົນ; ເດັດດ່ຽວປົກປັກຮັກສາເອກະລາດ, ອະທິປະໄຕແຫ່ງຊາດ, ສະຖຽນລະພາບດ້ານການເມືອງ - ສັງຄົມ, ສ້າງປະເທດໃຫ້ນັບມື້ນັບວັດທະນາຖາວອນ, ຜາສຸກ. ແນວໂຮມປະເທດຊາດ ແລະ ການຈັດຕັ້ງສະມາຊິກ ໃຫ້ປະຕິບັດວຽກງານໂຄສະນາເຜີຍແຜ່, ສຶກສາ, ຂົນຂວາຍປະຊາຊົນໃຫ້ເປັນຢ່າງດີກວ່າເກົ່າ, ເພື່ອໃຫ້ປະຊາຊົນເຂົ້າໃຈ, ຮ່ວມແຮງຮ່ວມໃຈປະຕິບັດທິດທາງ, ແຜນນະໂຍບາຍຂອງພັກ, ນະໂຍບາຍ, ກົດໝາຍຂອງລັດ. ແນວໂຮມປະເທດຊາດ ຕ້ອງເປັນແກ່ນສານໃນການປົກປ້ອງພື້ນຖານແນວຄິດຂອງພັກ”.


top