ຂ່າວສານ

ກອບກູ້ເອົາຊີວິດຂອງສະມາຊິກທີມບານເຕະເຍົາວະຊົນໄທ 4 ຄົນ

      ຕາມແຜນການແລ້ວ, ກຳລັງກູ້ຊີບກູ້ໄປໄດ້ແບ່ງທີມບານເຕະນີ້ເປັນ 4 ກຸ່ມ, ເພື່ອນຳແຕ່ລະກຸ່ມອອກຈາກຖ້ຳ

ກຳລັງກຸ້ໄພກູ້ຊີບພວມເຮັດວຽກຢ່າງຮີບດ່ວນ 
      ໃນການເຄື່ອນໄຫວກອບກູ້ເອົາຊີວິດຮອບທຳອິດໃນວັນທີ 8 ກໍລະກົດ, ກຳລັງເຈົ້າໜ້າທີ່ໄດ້ນຳເອົາຕົວສະມາຊິກທີມບານເຕະເຍົາວະຊົນໄທ 4 ຄົນອອກຈາກຖ້ຳຫຼວງ, ຂຶ້ນກັບແຂວງ ຊຽງຣາຍ, ທາງພາກເໜືອປະເທດ ໄທ ດ້ວຍຄວາມປອດໄພ. ສຸຂະພາບຂອງບັນດານັກກິລາບານເຕະດີພໍສົມຄວນ ແລະ ພວກຫຼານພວມໄດ້ຮັບການປິ່ນປົວຢູ່ໂຮງໝໍ.   ຕາມແຜນການແລ້ວ, ກຳລັງກູ້ຊີບກູ້ໄປໄດ້ແບ່ງທີມບານເຕະນີ້ເປັນ 4 ກຸ່ມ, ເພື່ອນຳແຕ່ລະກຸ່ມອອກຈາກຖ້ຳ, ໃນນັ້ນກຸ່ມທຳອິດມີ 4 ຄົນມີສຸຂະພາບດີ, ບັນດາກຸ່ມຕາມຫຼັງລວມມີ 3 ຄົນ/ກຸ່ມ ແລະ ຄູຝຶກຈະເປັນຜູ້ສຸດທ້າຍທີ່ຈະອອກຈາກຖ້ຳ.
 (ແຫຼ່ງຄັດຈາກ VOV)


top