ຂ່າວສານ

ກອງ K39 ທ້ອນໂຮມ ອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ 11 ຊຸດໃນບໍລິເວນແຂວງ ອານຢາງ

ກ່ອນໜ້ານັ້ນ, ວັນທີ 03 ສິງຫາ, ກອງ K39 ໄດ້ຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ 7 ຊຸດຢູ່ບານ ເຕິນລອງ, ຕາແສງ ຈີລັງ, ແຂວງ ອານຢາງ.
  ອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດທີ່​ໄດ້​ທ້ອນ​ໂຮມໃນບໍລິເວນແຂວງ ອານຢາງ (ພາບປະ​ກອບ: VNA)  

ຕອນ​ເຊົ້າ​ວັນ​ທີ 08 ສິງ​ຫາ, ກອງ K39 (ຫ້ອງ​ການ​ກາ​ນເມືອງ, ກອງ​ບັນ​ຊາ​ການ​ທະ​ຫານ​ແຂວງ ອານ​ຢາງ) ຫາກໍ່​ຊອກ​ຫາ, ທ້ອນ​ໂຮມ​ອັດ​ຖິ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊ​າດ 4ຊຸດ ຢູ່​ເຂດ​ບ້ານ ໂຕ​ທ້ວນ, ຕາ​ແສງ ຈີ​ໂຕນ, ແຂວງ ອານ​ຢາງ. ສະ​ນັ້ນ, ໄລ່​ຮອດ​ຕົ້ນ​ປີ ສິງ​ຫາ ມາ​ຮອດ​ປະ​ຈຸ​ບັນ, ກອງ K39 ໄດ້​ທ້ອນ​ໂຮມ​ອັດ​ຖິ​ນັກ​ຮົບ​ເສຍ​ສະຫ​ຼະ​ຊີ​ວິດ​ເພື່ອ​ຊາດ​ໄດ້ 11 ຊຸດ​ໃນ​ບໍ​ລິ​ເວນ​ແຂວງ.

ພາຍ​ຫຼັງ​ໄດ້​ທ້ອນ​ໂຮມ​ອັດ​ຖິ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ 4 ອັດ​ຖິນັ້ນ, ກອງ K39 ດຳ​ເນີນ​ບັນ​ດາ​ລະ​ບຽບ​ການ​ຕາມ​ຂໍ້​ກຳ​ນົດ, ເກັບ​ຮັກ​ສາ​ຢ່າງ​ລະ​ອ​ຽດ​ລະ​ອໍ, ພ້ອມ​ກັນ​ນັ້ນ ສືບ​ຕໍ່​ຢັ້ງ​ຢືນ, ປ​ຽບ​ທຽບ​ບັນ​ດາ​ແຫຼ່ງ​ຂໍ້​ມູນ​ກ່ຽວ​ຂ້ອງ​ເພ​ື່ອຢັ້ງ​ຢືນ​ຊື່ ແລະ ນາ​ມ​ສະ​ກຸ່ນ​ບັນ​ດາ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່​ອ​ຊາດ ແລະ ເປີດກວ້າງ​ເຂດ​ຊອກ​ຫາ.

ກ່ອນໜ້ານັ້ນ​, ວັນ​ທີ 03 ສິງ​ຫາ, ກອງ K39 ໄດ້​ຊອກ​ຫາ, ທ້ອນ​ໂຮມ​ອັດ​ຖິ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ 7 ຊຸດ​ຢູ່​ບານ ເຕິນ​ລອງ, ຕາ​ແສງ ຈີ​ລັງ, ແຂວງ ອານ​ຢາງ.


top