ເນື່ອງໃນໂອກາດສະເຫຼີມສະອຫຼງ 95 ປີແຫ່ງວັນສື່ມວນຊົນປະຕິບັດວັດຫວຽດນາມ, ຕອນເຊົ້າວັນທີ 16 ມິຖຸນາ, ຢູ່ສູນກະຈາຍສຽງແຫ່ງຊາດ ເຮືອນເລກທີ 58 ຖະໜົນ ກ໊ວານຊື໊, ຮ່າໂນ້ຍ, ຄະນະໂຄສະນາ ແລະ ສຶກສາຫວຽດນາມ, ກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ, ສະມາຄົມນັກຂ່າວຫວຽດນາມ ແລະ ວິທະຍຸກະຈາຍສຽງຫວຽດນາມ ໄດ້ຈັດຕັ້ງກອງປະຊຸມແລກປ່ຽນວຽກງານສື່ມວນຊົນນັດສາມັນ.

ທ່ານ ຫວູດຶກດາມ, ຮອງນາຍົກລັດຖະມົນຕີ ກ່າວຄຳເຫັນທີ່ກອງປະຊຸມ
ເຂົ້າຮ່ວມແລະກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຫວູດຶກດາມ, ຮອງນາຍົກລັດຖະມົນຕີ ໄດ້ສົ່ງຄຳອວຍພອນໄປຍັງຖັນແຖວພະນັກງານຜູ້ເຮັດວຽກງານສື່ມວນຊົນ ໃນທົ່ວປະເທດ, ສະແດງຄວາມຂອບໃຈຕໍ່ບັນດາອົງການສື່ມວນຊົນ, ນັກຂ່າວທີ່ມີການປະກອບສ່ວນສຳຄັນເຂົ້າໃນວຽກງານໂຄສະນາເຜີຍແຜ່ກ່ຽວກັບວຽກງານປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ເວົ້າສະເພາະ ແລະ ການໂຄສະນາເຜີຍແຜ່ເວົ້າລວມ.
ທ່ານຮອງນາຍົກລັດຖະມົນຕີໄດ້ຕັດເຕືອນບັນດາອົງການສື່ມວນຊົນຕ້ອງປະຕິບັດຢ່າງຖືກຕ້ອງຕາມວິວັດການວາງແຜນການພັດທະນາ ແລະ ການຄຸ້ມຄອງ ຂອງສື່ມວນຊົນທົ່ວປະເທດ ຈົນຮອດປີ 2025 ທີ່ໄດ້ຮັບການອະນຸມັດຈາກນາຍົກລັດຖະມົນຕີແລ້ວ.
ແລະກໍ່ໃນກອງປະຊຸມ, ທ່ານ ຫງວຽນເທ໊ກິ໋ ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມ ໃຫ້ຮູ້ວ່າ ວິທະຍຸກະຈາຍສຽງຫວຽດນາມພວມສ້າງແຜນຮ່າງສ້າງຕັ້ງ ວິທະຍຸກະຈາຍສຽງຫວຽດນາມກາຍເປັນອົງການສື່ມວນຊົນທີ່ຫຼາຍຮູບແບບ, ຫຼາຍພາຫະນະ, ມີຫຼາຍພາສາທີ່ເປັນມືອາຊີບ, ມີຄວາມໝັ້ນແກ່ນ ແລະ ຮອບດ້ານ.
(ແຫຼ່ງຄັດຈາກ VOV)