ຕອນເຊົ້າວັນທີ 30 ມິຖຸນາ, ກອງປະຊຸມຄົ້ນຄວ້າ, ຮ່ຳຮຽນ, ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິສະບັບເລກທີ 10 – NQ/TW ຂອງກົມການເມືອງ ກ່ຽວກັບການພັດທະນາເສດຖະກິດມີເງິນລົງທຶນຕ່າງປະເທດ ຖືກຈັດຂຶ້ນຕາມຮູບແບບເຊິ່ງໜ້າສົມທົບກັບທາງໄກໃນຂອບເຂດທົ່ວປະເທດ.
ການນຳພັກ, ລັດ ແລະ ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ (ພາບ: TTXVN)
ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ; ທ່ານ ເລມິງຮຶງ ນາຍົກລັດຖະມົນຕີ ຫວຽດນາມ; ທ່ານ ເຈິ່ນແທັງເໝິ້ນ ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ເຂົ້າຮ່ວມໂດຍກົງຢູ່ຫ້ອງປະຊຸມ ຢຽນຮົ່ງ.
ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)
ໃນກອງປະຊຸມ, ບັນດາຜູ້ແທນໄດ້ຮັບຊົມຄຼິບວິດີໂອ “40 ປີແຫ່ງການດຶງດູດການລົງທຶນຕ່າງປະເທດ” ແລະ ຮັບຟັງເຊື່ອມຊຶມບັນດາເນື້ອໃນຈຸດສຸມ, ແກ່ນສານຂອງມະຕິສະບັບເລກທີ 10 ຂອງ ກົມການເມືອງ ວ່າດ້ວຍການພັດທະນາເສດຖະກິດທີ່ມີເງິນລົງທຶນຕ່າງປະເທດ. ກອງປະຊຸມ ເພື່ອແນໃສ່ຊ່ວຍໃຫ້ຖັນແຖວພະນັກງານ, ສະມາຊິກພັກມີຄວາມເປັນເອກະພາບສູງກ່ຽວກັບຄວາມຮັບຮູ້ ແລະ ການກະທຳ, ກຳແໜ້ນເນື້ອໃນຫຼັກ, ຈຸດໃໝ່, ຈຸດສຸມຂອງມະຕິສະບັບດັ່ງກ່າວ. ບົນພື້ນຖານນັ້ນ ຫັນໂຄງການ, ແຜນການເຄື່ອນໄຫວເປັນລະອຽດ ແທດເໝາະກັບສະພາບຕົວຈິງ, ປະກອບສ່ວນນຳມະຕິເຂົ້າສູ່ຊີວິດໂດຍໄວ, ປຸກລຸກຄວາມຕັດສິນໃຈດ້ານການເມືອງ ແລະ ຈິດໃຈນະວັດຕະກຳໃນທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ, ປະຕິບັດບັນດາເປົ້າໝາຍພັດທະນາຢ່າງວ່ອງໄວ, ຍືນຍົງ ໃຫ້ມີໄຊ.