ຂ່າວສານ

ກອງ​ປະ​ຊຸມ​ສ​ະ​ຫລຸບ 15 ປີກ່ຽວ​ກັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ລວມ​ໝູ່​ໃນ​ຂະ​ແໜງ​ກະ​ສິ​ກຳ

ຕອນເຊົ້າວັນທີ 20 ກໍລະກົດ, ຢູ່ຮ່າໂນ້ຍ, ທ່ານ ເວືອງດິ່ນເຮ້ວ ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະຊີ້ນຳ ການພັດທະນາເສດຖະກິດລວມໝູ່, ສະຫະກອນ ໄດ້ເປັນປະທານກອງປະຊຸມ “ສະຫລຸບ 15 ປີແຫ່ງການປະຕິບັດມະຕິເລກທີ 13, ກອງປະຊຸມຄັ້ງທີ 5 ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຊຸດທີ 9 ກ່ຽວກັບການສືບຕໍ່ປ່ຽນແປງໃໝ່, ພັດທະນາ ແລະ ຍົກສູງປະສິດທິຜົນເສດຖະກິດລວມໝູ່ໃນຂະແໜງກະສິກຳ”.
ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ນເຮ້ວ ກ່າວຄຳເຫັນທີ່ກອງປະຊຸມ 

 (ພາບ: ໜັງສືພິມການລົງທຶນ)


ຜ່ານການປະຕິບັດມະຕິຂອງສູນກາງພັກກອມມູນິດຫວຽດນາມ ຄັ້ງທີ 5 ມາເປັນເວລາ 15 ປີ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ໄດ້ເປັນເສນາທິການໃນການໜູນຊ່ວຍ ແລະ ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ບັນດາສະຫະກອນກະເສດພັດທະນາ, ເພີ່ມຂຶ້ນທັງດ້ານຈຳນວນ ແລະ ຄຸນນະພາບ. ກ່າວຄຳເຫັນນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ນເຮ້ວ ໄດ້ຍ້ອງຍໍຊົມເຊີຍຄວາມມານະພະຍາຍາມຂອງບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນໃນການພັດທະນາຂອງ ເສດຖະກິດລວມໝູ່ ແລະ ສະຫະກອນໃນໄລຍະຜ່ານມາ, ທ່ານຊີ້ແຈ້ງວ່າ ຄວນສືບຕໍ່ຍົກສູງສະຕິຄວາມຮັບຮູ້ກ່ຽວກັບ ເສດຖະກິດລວມໝູ່, ສະຫະກອນ; ສືບຕໍ່ຄົ້ນຄ້ວາ, ກວດຄືນ ແລະ ສະເໜີປັບປຸງກົດໝາຍວ່າດ້ວຍສະຫະກອນ, ແກ້ໄຂຄວາມຫຍຸ້ງຍາກ ແລະ ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ບັນດາສະຫະກອນກະເສດໄດ້ສຳຜັດກັບບັນດາແຫຼ່ງທຶນສິນເຊື່ອ.
(ແຫຼ່ງຄັດຈາກ VOV)

top