ຂ່າວສານ

ກອງ​ປະ​ຊຸມ​ສຳ​ມະ​ນາລະດັບ​ຊາດກ່ຽວກັບ ​“ທະ​ເລ​ຕ​າ​ເວັນ​ອອກປຶກສາຫາລື​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ”

ກອງປະຊຸມສຳມະນາໄດ້ຮັບຟັງຄຳເຫັນຂອງບັນດາຜູ້ແທນສາກົນທີ່ເຂົ້າຮ່ວມກອງປະຊຸມສຳມະນາວິທະຍາສາດສາກົນກ່ຽວກັບທະເລຕາເວັນອອກ, ມາຈາກອິນໂດເນເຊຍ, ສ.ເກົາຫຼີ, ໄຕ້ຫວັນ (ຈີນ) ແລະ ອິນເດຍ.
ບັນດາຜູ້ແທນແລກປ່ຽນກັນຢູ່ກອງປະຊຸມ (ພາບ: TTXVN )

ຢູ່ນອກກອງປະຊຸມສຳມະນາວິທະຍາສາດສາກົນ ກ່ຽວກັບທະເລຕາເວັນອອກ ຄັ້ງທີ 17 ຢູ່ດ່ານັ້ງ, ສະຖາບັນການຕ່າງປະເທດ ຫວຽດນາມ ສົມທົບກັບກົມທະເລ ແລະ ໝູ່ເກາະ ຫວຽດນາມ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ພະແນກການຕ່າງປະເທດ, ຄະນະກຳມະການປະຊາຊົນ ນະຄອນ ດ່ານັ້ງ ໄດ້ພ້ອມກັນຈັດກອງປະຊຸມສຳມະນາແຫ່ງຊາດ ກ່ຽວກັບທະເລຕາເວັນອອກປີ 2025 ດ້ວຍຫົວຂໍ້ “ການຮ່ວມມືດ້ານວິທະຍາສາດເຕັກໂນໂລຢີ: ກຳລັງໜູນຊຸກຍູ້ການພັດທະນາສີຂຽວ ແລະ ຍືນຍົງ”.

ກອງປະຊຸມສຳມະນາໄດ້ດຶງດູດການເຂົ້າຮ່ວມຂອງນັກຊ່ຽວຊານ, ນັກຮຽນຮູ້ທັງຢູ່ພາຍໃນປະເທດ ແລະ ສາກົນເປັນຈຳນວນຫຼາຍ, ພ້ອມກັບຜູ້ຕາງໜ້າບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ອົງການຄົ້ນຄວ້າ, ມະຫາວິທະຍາໄລ, ສະມາຄົມອາຊີບ ແລະ ຜູ້ຕາງໜ້າຂອງຄະນະທູຕານຸທຸດຈຳນວນໜຶ່ງ ຢູ່ ຫວຽດນາມ ເພື່ອແນໃສ່ຊຸກຍູ້ການເຊື່ອມຕໍ່ພູມປັນຍາ, ແບ່ງປັນບົດຮຽນປະສົບການໃນການພັດທະນາ, ຊຸກຍູ້ການຮ່ວມມືສາກົນໃນຂົງເຂດວິທະຍາສາດເຕັກໂນໂລຢີທະເລ. ກອງປະຊຸມສຳມະນາໄດ້ຮັບຟັງຄຳເຫັນຂອງບັນດາຜູ້ແທນສາກົນທີ່ເຂົ້າຮ່ວມກອງປະຊຸມສຳມະນາວິທະຍາສາດສາກົນກ່ຽວກັບທະເລຕາເວັນອອກ, ມາຈາກອິນໂດເນເຊຍ, ສ.ເກົາຫຼີ, ໄຕ້ຫວັນ (ຈີນ) ແລະ ອິນເດຍ, ແບ່ງປັນບັນດາບັນຫາ ແລະ ພຶດຕິກຳຕົວຈິງໃນວຽກງານໝູນໃຊ້ວິທະຍາສາດເຕັກໂນໂລຢີໃນຫຼາຍຂົງເຂດ.


top