ວັນທີ 27 ມິຖຸນາ, ກອງປະຊຸມສະໄໝສາມັນເທື່ອທິ 9 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15 ໄດ້ອັດລົງພາຍຫຼັງໄດ້ເຮັດວຽກມາເປັນເວລາ 37 ວັນ ຊື່ງໄດ້ອັດສະໄໝປະຊຸມທີ່ປະສົບຜົນສຳເລັດດ້ວຍບັນດາຂີດໝາຍແຫ່ງປະຫວັດສາດ. ນິ້ແມ່ນກອງປະຊຸມທີ່ມີຄວາມໝາຍສຳຄັນພິເສດ ເພື່ອແນໃສ່ຫັນບັນດາແຜນນະໂຍບາຍ, ຂໍ້ສະຫລຸບຂອງຄະນະບໍລິຫານງານສູນກາງ, ກົມການເມືອງ, ຄະນະເລຂາ ໂດຍສະເພາະແມ່ນບັນດາເນື້ອໃນໄດ້ຮັບການຮັບຮອງເອົາຢູ່ກອງປະຊຸມສູນກາງຄັ້ງທີ 11 ເປັນລະບອບລະບຽບການ. ສະໄໝປະຊຸມຄັ້ງນີ້ ແມ່ນໜຶ່ງໃນບັນດາກອງປະຊຸມສະແດງຈິນຕະນາການປ່ຽນແປງໃໝ່, ປະດິດຄິດສ້າງ, ບຸກທະລຸທີ່ສຸດ ໃນປະຫວັດສາດ ດ້ວຍບັນດາລັດຖະນະໂຍບາຍໃຫ່ຍ ມຸ່ງໄປເຖິງເປົ້າໝາຍຮັບໃຊ້ຊີວິດທີ່ອີ່ມໜຳສຳລານ, ຜາສຸກຂອງ ປຊຊ ນຳປະເທດຊາດພັດທະນາໃນສະພາບການໃໝ່.
ກອງປະຊຸມສະໄໝສາມັນເທື່ອທິ 9 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15 (ພາບ: quochoi.vn)
ກອງປະຊຸມສະໄໝສາມັນເທື່ອທິ 9 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15 ໄດ້ສະເລັດທຸກເນື້ອໃນລາຍການ, ເປົ້າໝາຍທີ່ໄດ້ວາງອອກ. ນີິ້ແມ່ນບັນດາສະໄໝປະຊຸມສຳຄັນທີ່ສຸດໃນປະຫວັດສາດ. ບັນດາບັນຫາໂດຍສະພາແຫ່ງຊາດຕັດສິນຄັ້ງນີ້ ລ້ວນແຕ່ແມ່ນບັນດາບັນຫາສຳຄັນ, ສ້າງພື້ນຖານໃຫ້ແກ່ປະເທດຊາດ ກ້າວເຂົ້າສູ່ສັງກາດໃໝ່: ສັງກາດບຸກບື່ນຂອງຊາດ.
ຂີດໝາຍປະຫວັດສາດ, ເລີ່ມຕົ້ນການປະຕິຮູບດ້ານລະບອບລະບຽບການ
ໜຶ່ງໃນນບັນດາຈຸດພົ້ນເດັ່ນຂອງຄັ້ງທີ 2 ກໍ່ຄືທັງສະໄໝປະຊຸມຄັ້ງທີ 9 ແມ່ນເລື່ອງສະພາແຫ່ງຊາດຊຸດທີ 15 ຮັບຮອງເອົາມະຕິປັບປຸງ ເພີ່ມເຕີມບາງຂໍ້ມາດຕາຂອງລັດຖະທຳມະນູນປີ 2013 ດ້ວຍການເຫັນດີເຫັນພ້ອມຈາກສະມາຊິກສະພາແຫ່ງຊາດ 100% ເຂົ້າຮ່ວມການລົງຄະແນນສຽງ. ນີ້ແມ່ນຂີດໝາຍປະຫວັດສາດ ເປີດການປະຕິຮູບດ້ານລະບອບລະບຽບການຢ່າງເລິກເຊິ່ງກ້ວາງຂວາງ, ຜ່ານນັ້ນໄດ້ສະແດງໃຫ້ເຫັນຈິນຕະນາການປ່ຽນແປງໃໝ່ທີ່ມີລັກສະນະປະຕິວັດ ໃນການບໍລິຫານແຫ່ງຊາດ.
ພ້ອມກັນນັ້ນ, ມະຕິປັບປຸງ ເພີ່ມເຕີມບາງຂໍ້ມາດຕາຂອງລັດຖະທຳມະນູນປີ 2013 ຍັງໄດ້ສ້າງພື້ນຖານການກຳນົດໃຫ້ແກ່ການຊັບຊ້ອນສຳນັກງານແນວໂຮມປະເທດຊາດ ຫວຽດນາມ, ບັນດາອົງການຈັດຕັ້ງການເມືອງສັງຄົມເຄື່ອນໄຫວຕາມທິດໃກ້ຊິດກັບ ປຊຊ, ຮັບໃຊ້ ປຊຊ ເປັນແຫ່ງດີກ່ວາ.
ບັນດາການປັບປຸງ ເພີ່ມເຕີມສຳຄັນໃນລັດຖະທຳມະນູນຄັ້ງນີ້ ໄດ້ສ້າງພື້ນຖານເພື່ອສ້າງສາປະເທດ ຫວຽດນາມ ເຂັ້ມແຂງ, ວັດຖະນາຖາວອນ, ປຊຊ ມີຄວາມຜາສຸກ. ທ່ານ ຮ່າຊີດົງ ສສຊ ແຂວງ ກວາງຈີ້ ແລະ ທ່ານນາງ ຫງວຽນທິທູງວຽດ ສສປຊ ແຂວງ ດັກລັກ ຢືນຢັນວ່າ:
ມະຕິປັບປຸງ ເພີ່ມເຕີມບາງຂໍ້ມາດຕາຂອງລັດຖະທຳມະນູນປີ 2013 ມີຄວາມໝາຍສຳຄັນ ແມ່ນຂີດໝາຍແຫ່ງປະຫວັດສາດການເມືອງສຳຄັນທີ່ສຸດ ສ້າງສາຍລົມໃໝ່ເພື່ອໃຫ້ແກ່ປະເທດ ຫວຽດນາມ ບືນຕົວຂຶ້ນ.
ນີ້ແມ່ນການຫັນທັດສະນະຂອງພັກ ການກຳນົດທິດຂອງພັກ ກ່ຽວກັບບັນຫານີ້ເປັນລະບອບລະບຽບການ, ສ້າງພື້ນຖານດ້ານນິຕິກຳອັນໜັກແໜ້ນໃຫ້ແກ່ການປະຕິວັດກ່ຽວກັບການຈັດຕັ້ງກົງຈັກລັດຕາມທິດກະທັດລັດ, ເຄື່ອນໄຫວຢ່າງມີປະສິດທິພາບ, ປະສິດທິຜົນ, ສ້າງສາປະເທດໜຶ່ງພັດທະນາຢ່າງວັດຖະນາຖາວອນ.
ມະຕິສຳຄັນອື່ນໂດຍສະພາແຫ່ງຊາດຊຸດທີ XV ລົງຄະແນນສຽງຮັບຮອງເອົາໃນຄັ້ງນີ້ແມ່ນ ມະຕິຂອງ ສະພາແຫ່ງຊາດກ່ຽວກັບການສັບຊ້ອນຫົວໜ່ວຍປົກຄອງຂັ້ນແຂວງ ປີ 2025. ມະຕິມີລັກສະນະປະຫວັດສາດນີ້ມີຜົນສັກສິດນັບແຕ່ວັນທີ 12 ມິຖຸນາ ແລະ ເລີ່ມໄດ້ຮັບການຜັນຂະຫຍາຍນັບແຕ່ວັນທີ 1 ກໍລະກົດຈະມາເຖິງ. ທ່ານນາງ ຫງວຽນທິງອກຊວັນ ສະມາຊິກສະພາແຫ່ງຊາດແຊວງ ບິ່ງເຢືອງ (ປັດຈຸບັນໄດ້ໂຮມເຂົ້ານະຄອນ ໂຮ່ຈີມິນ) ເນັ້ນໜັກວ່າ:
ນີ້ແມ່ນນະໂຍບາຍຊີ້ຂາດທີ່ມີລັກສະນະສຳຄັນ, ບໍ່ພຽງແຕ່ຊ່ວຍສັບຊ້ອນຄືນຫົວໜ່ວຍປົກຄອງ, ສ້າງສະຖານທີ່ພັດທະນາໃໝ່ໃຫ້ແກ່ປະເທດຊາດເທົ່ນນັ້ນ ຫາກຍັງເປີດໂອກາດໃໝ່ໃຫ້ແກ່ບັນດາທ້ອງຖິ່ນສັບຊ້ອນຄືນໃໝ່, ສ້າງໂຄງປະກອບແຫຼ່ງກຳລັງຄືນໃໝ່ບໍ່ພຽງແຕ່ກ່ຽວກັບເສດຖະກິດ, ວັດທະນະທຳ, ສັງຄົມ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບເທົ່ານັ້ນ ຫາກຍັງສ້າງໂອກາດທີ່ໃຫຍ່ຫຼວງເພື່ອໃຫ້ປະເທດເຮົາກ້າວເຂົ້າສູ່ສັງກາດໃໝ່.
ຈິນຕະນາການຄຸ້ມຄອງບຸກທະລຸ, ວິໄສທັດຍຸດທະສາດຂອງ ຫວຽດນາມ ກໍ່ໄດ້ສະແດງໃນມະຕິຂອງສະພາແຫ່ງຊາດກ່ຽວກັບສູນການເງິນສາກົນ ຫວຽດນາມ, ຕັ້ງຢູ່ນະຄອນ ໂຮ່ຈີມິນ ແລະ ນະຄອນດ່ານັ້ງ. ນີ້ແມ່ນຮູບແບບພັດທະນາຕິດພັນກັບບັນດາກຳລັງໜູນການເຕີບໂຕໃໝ່ເພື່ອຍົກສູງຖານະບົດບາດຂອງ ຫວຽດນາມ ໃນສັງກາດໃໝ່. ສະພາແຫ່ງຊາດກໍ່ຮັບຮອງເອົາມະຕິລົບລ້າງຄຳຕັດສິນໂດຍ ປະຫານຊີວິດສຳລັບ 8 ສະງານການກະທຳຜິດ ເຊິ່ງສະແດງຈິດໃຈປ່ຽນແປງໃໝ່, ຮັບໃຊ້ການເຄື່ອນໄຫວຮ່ວມມືເຂົ້າກັບສາກົນ ຢ່າງເລິກເຊິ່ງ ຂອງ ຫວຽດນາມ ໃນບົນທຸກຂົງເຂດຂອງຊີວິດສັງຄົມ.
ຈິດໃຈປ່ຽນແປງໃໝ່ໃນວຽກງານສ້າງກົດໝາຍ
ກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15, ແມ່ນກອງປະຊຸມບັນລຸດັບສະຖິຕິໃນການແກ້ໄຂ, ປັບປຸງຮ່າງກົດໝາຍຫຼາຍສະບັບ ເພື່ອແນໃສ່ແກ້ໄຂບັນດາເນື້ອໃນມີລັກສະນະຮີບດວນ ເພື່ອນຳເຂົ້າຊີວິດຕົງຈິງ ໃນທັນທີ, ຄື: ບັນດາກົດໝາຍກ່ຽວຂ້ອງເຖິງການລົງທຶນ; ກ່ຽວຂ້ອງເຖິງການຜັນຂະຫຍາຍຮູບແບບອຳນາດການປົກຄອງ 2 ຂັ້ນ… ສະພາແຫ່ງຊາດໄດ້ອີງໃສ່ສະພາບການຕົວຈິງເພື່ອປັບປຸງຢ່າງຮອບດ້ານ, ປັບປຸງສ່ວນໜຶ່ງ ຫຼື ປັບປຸງກົດໝາຍຈຳນວນໜຶ່ງໃຫ້ສອດຄ່ອງກັບຄວາມຮຽກຮ້ອງຂອງຕົວຈິງຢ່າງມີໄຫວພິບ. ພ້ອມກັນນັ້ນ, ທີ່ກອງປະຊຸມຄັ້ງນີ້, ສະພາແຫ່ງຊາດໄດ້ສະແດງໃຫ້ເຫັນບົດບາດສຳຄັນໃນການຫັນບັນດານະໂຍບາຍຊີ້ຂາດຢ່າງທັນການ, ເພື່ອນຳເຂົ້າສູ່ຊີວິດຕົວຈິງຢ່າງທັນການ, ຮັບໃຊ້ປະຊາຊົນ, ຮັບໃຊ້ໃຫ້ແກ່ເປົ້າໝາຍພັດທະນາປະເທດຊາດ.
ຕາມທ່ານ ຫງວຽນງອັກເຊີນ, ຄະນະສະມາຊິກສະພາແຫ່ງຊາດແຫ່ງຊາດແຂວງ ຫາຍເຢືອງ (ປະຈຸບັນໄດ້ໂຮມເຂົ້ານະຄອນ ຫາຍຟ່ອງ) ແລ້ວ, ກອງປະຊຸມຄັ້ງນີ້ໄດ້ສ້າງຂີດໝາຍຫັນປ່ຽນໂດຍພື້ນຖານຂອງສະພາແຫ່ງຊາດ.
“ມີຫຼາຍບັນຫາໃໝ່ອ່ຽມ, ບໍ່ເຄີຍມີມາກ່ອນ, ຕົວຢ່າງຄືກ່ຽວຂ້ອງເຖິງກົດໝາຍວ່າດ້ວຍອຸດສາຫະກຳເຕັກໂນໂລຊີດີຈີຕອນ, ກົດໝາຍກ່ຽວຂ້ອງເຖິງການຜັນຂະຫຍາຍມະຕິເລກທີ 57 ກ່ຽວກັບບາດກ້າວບຸກທະລຸພັດທະນາວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນປະເທດຊາດເປັນດີຈີຕອນ, ເພື່ອຫັນເປັນລະບອບລະບຽບການກາຍເປັນມະຕິຂອງສະພາແຫ່ງຊາດ, ຫຼື ກ່ຽວກັບເສດຖະກິດພາກເອກະຊົນ… ເຊິ່ງສະພາແຫ່ງຊາດຍັງຜັນຂະຫຍາຍຢ່າງຕັ້ງໜ້າ ແລະ ມີຄຸນນະພາບຢ່າງແທດຈິງ”.
ກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15 ໄດ້ສະແດງໃຫ້ເຫັນລັກສະນະເປັນເອກະພາບ ແລະ ມີຄວາມສາມັກຄີຢ່າງສູງສຳລັບບັນດານະໂຍບາຍຊີ້ຂາດໃຫຍ່ຂອງປະເທດຊາດ. ບັນດານະໂຍບາຍຊີ້ຂາດທີ່ສະພາແຫ່ງຊາດຮັບຮອງເອົາໃນຄັ້ງນີ້ ລ້ວນແຕ່ແມ່ນນະໂຍບາຍຊີ້ຂາດສຳຄັນ ມີລັກສະນະປະຫວັດສາດ ແລະ ຈະແມ່ນພື້ນຖານຢ່າງໝັ້ນແກ່ນເພື່ອໃຫ້ລັດຖະບານຜັນຂະຫຍາຍບັນດາໜ້າທີ່ພັດທະນາປະເທດຊາດ.