ຂ່າວສານ

ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ຄູ່​ຮ່ວມ​ມື​ເສດ​ຖະ​ກິດ ຫວຽດ​ນາມ - ອົດ​ສະ​ຕາ​ລີ ຄັ້ງ​ທີ 4

ສອງຝ່າຍໄດ້ພ້ອມກັນແລກປ່ຽນເພື່ອຍົກອອກບັນດາມາດຕະການຊຸກຍູ້ການພົວພັນເສດຖະກິດ ຫວຽດນາມ - ອົດສະຕາລີ ຢ່າງແຮງ ແລະ ເປີດກວ້າງບັນດາທິດພັດທະນາໃໝ່ໃຫ້ແກ່ການພົວພັນນີ້.
ກອງປະຊຸມລັດຖະມົນຕີຄູ່ຮ່ວມມືເສດຖະກິດ ຫວຽດນາມ - ອົດສະຕາລີ ຄັ້ງທີ 4

ວັນທີ 17 ຕຸລາ, ຢູ່ນະຄອນ Adelaide, ໄດ້ດຳເນີນກອງປະຊຸມລັດຖະມົນຕີຄູ່ຮ່ວມມືເສດຖະກິດ ຫວຽດນາມ - ອົດສະຕາລີ ຄັ້ງທີ 4 ໂດຍທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ຫງວຽນຈິຢຸງ ພ້ອມກັບທ່ານລັດຖະມົນຕີກະຊວງການຄ້າ ແລະ ການທ່ອງທ່ຽວ ອົດສະຕາລີ Don Farrell ເປັນປະທານຮ່ວມ. ກອງປະຊຸມໄດ້ດຳເນີນໃນສະພາບການສອງປະເທດຫາກໍຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນການຢ້ຽມຢາມ ອົດສະຕາລີ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໃນເດືອນ ມີນາ 2024.

        ໃນກອງປະຊຸມ, ສອງຝ່າຍໄດ້ພ້ອມກັນແລກປ່ຽນເພື່ອຍົກອອກບັນດາມາດຕະການຊຸກຍູ້ການພົວພັນເສດຖະກິດ ຫວຽດນາມ - ອົດສະຕາລີ ຢ່າງແຮງ ແລະ ເປີດກວ້າງບັນດາທິດພັດທະນາໃໝ່ໃຫ້ແກ່ການພົວພັນນີ້. ພ້ອມດຽວກັນນັ້ນ, ສອງຝ່າຍຕີລາຄາວ່າ ການປະຕິບັດຍຸດທະສາດເພີ່ມທະວີການຮ່ວມມືເສດຖະກິດ ແລະ ຜົນກອງປະຊຸມບັນດາໜ່ວຍປະຕິບັດງານກ່ຽວກັບ ODA, FDI ແລະ ການຄ້າ; ຮັບຟັງບົດລາຍງານກ່ຽວກັບສະພາບການປະຕິບັດຂໍ້ລິເລີ່ມວິສາຫະກິດປະຈັນບານເພື່ອຊຸກຍູ້ສະພາບແວດລ້ອມດຳເນີນທຸລະກິດ.


top