ຂ່າວສານ

ກອງ​ປະ​ຊຸມ​ການ​ຕ່າງ​ປະ​ເທດ​ຄັ້ງ​ທີ 33 ຈະໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 01 ສິງ​ຫາ

“ກອງ​ປະ​ຊຸມ​ຄັ້ງ​ນີ້​ໄດ້​ດຳ​ເນີນ​ໃນ​ສະ​ພາບ​ການ​ທີ່​ພິ​ເສດ​ທີ່​ສຸດ. ນີ້​ແມ່ນກອງ​ປະ​ຊຸມ​ການ​ຕ່າງ​ປະ​ເທດ​ຄັ້ງ​ທຳ​ອິດ​ທີ່​ໄດ້​ຈັດ​ຂຶ້ນ​ພາຍຫຼັງ​ຜົນ​ສຳ​ເລັດ​ຂອງກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XIV ຂອງ​ພັກ​ກອ​ມມ​ູ​ນິດ ຫວຽດ​ນາມ ແລະ ຫວຽດ​ນາມ ຫາ​ກໍ່​ຈັດ​ຕັ້ງ​ສຳ​ເລັດ​ການ​ເລືອກ​ຕັ້ງ​ສະ​ມ​າ​ຊິກ​ສະ​ພ​າ​ແຫ່ງ​ຊາດ​ຊຸດ​ທີ XVI ແລະ ສະ​ພາ​ປະ​ຊາ​ຊົນ​ທຸກ​ຂັ້ນ..."
  ທ່ານ ເລ​ຮ​ວ່າຍ​ຈູງ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ (ພາບ: VNA)  

ວັນ​ທີ 01 ສິງ​ຫາ, ກອງ​ປະ​ຊຸມ​ການ​ຕ່າງ​ປະ​ເທດ​ຄັ້ງ​ທີ 33 ຈະ​ໄຂ​ຂຶ້ນ​ຢູ່​ຮ່າ​ໂນ້ຍ. ໃນ​ການຕອບ​ສຳ​ພາດ​ຕໍ່​ສື່ມວນ​ຊົນ​ກ​່ອນ​ເວ​ລາ​ດຳ​ເນີນກອ​ງ​ປະ​ຊຸມ, ທ່ານ ເລ​ຮ​ວ່າຍ​ຈູງ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ເນັ້ນ​ໜັກ​ວ່າ:

“ກອງ​ປະ​ຊຸມ​ຄັ້ງ​ນີ້​ໄດ້​ດຳ​ເນີນ​ໃນ​ສະ​ພາບ​ການ​ທີ່​ພິ​ເສດ​ທີ່​ສຸດ. ນີ້​ແມ່ນກອງ​ປະ​ຊຸມ​ການ​ຕ່າງ​ປະ​ເທດ​ຄັ້ງ​ທຳ​ອິດ​ທີ່​ໄດ້​ຈັດ​ຂຶ້ນ​ພາຍຫຼັງ​ຜົນ​ສຳ​ເລັດ​ຂອງກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XIV ຂອງ​ພັກ​ກອ​ມມ​ູ​ນິດ ຫວຽດ​ນາມ ແລະ ຫວຽດ​ນາມ ຫາ​ກໍ່​ຈັດ​ຕັ້ງ​ສຳ​ເລັດ​ການ​ເລືອກ​ຕັ້ງ​ສະ​ມ​າ​ຊິກ​ສະ​ພ​າ​ແຫ່ງ​ຊາດ​ຊຸດ​ທີ XVI ແລະ ສະ​ພາ​ປະ​ຊາ​ຊົນ​ທຸກ​ຂັ້ນ. ສິ່ງ​ພິ​ເສດ​ທີ່​ສຸດແມ່ນ, ນີ້​ແມ່ນກອງ​ປະ​ຊຸມ​ການ​ຕ່າງ​ປະ​ເທດ​ຄັ້ງ​ທຳ​ອິດ​ໃນ​ສັງ​ກາດ​ໃໝ່ ທີ່​ໄດ້​ຮັບ​ການ​ກຳ​ນົດ​ໃນກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIV ຂອງ​ພັກ​ ດ້ວຍ​ບັນ​ດາ​ເປົ້າ​ໝາຍ​ພັດ​ທະ​ນາ​ມຸ່ງ​ໄປ​ເຖິງ​ປີ 2030 ແລະ 2045, ໂດຍ​ສະ​ເພາະ​ແມ່ນ​ສະ​ພາບ​ການກອງ​ປະ​ຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 3 ຫາ​ກໍ່​ປະ​ຊຸມ ແລະ ຮັບ​ຮ​ອງ​ເອົາ​ມະ​ຕິ​ວ່າ​ດ້ວຍ​ຮູບ​ແບບ​ພັດ​ທະ​ນາ​ໃໝ່. ລັກ​ສະ​ນະ​ພິ​ເສດ​ທີ​ສອງ​ແມ່ນ ກອງ​ປ​ະ​ຊຸມ​ຖືກ​ຈັດ​ຂຶ້ນ​ພາຍຫຼັງ​ທີ່ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XIV ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ໄດ້​ກຳ​ນົດ​ເປັນ​ຄັ້ງ​ທຳ​ອິດ​ວ່າ ການ​ພົວ​ພັນ​ຕ່າງ​ປະ​ເທດ ແລະ ເຊື່ອມ​ໂຍງ​ສາ​ກົນ ແມ່ນ​ໜ້າ​ທີ່​ສຳ​ຄັນ ແລະ ເປັນ​ປະ​ຈຳ”.

ກອງ​ປະ​ຊຸມ​ການ​ຕ່າງ​ປະ​ເທດ​ຄັ້ງ​ນີ້ ໄດ້​ວາງ​ອອກ​ເປົ້າ​ໝາຍ ກ່ອນ​ອື່ນ​ໝົດ​ແມ່ນ​ຕ້ອງ​ເຊື່ອມ​ຊຶມ ແລະ ຍົກ​ສູງ​ສະ​ຕິ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ສະ​ພາບ​ການ​ໃໝ່ ແລະ ໜ້າ​ທີ່​ໃໝ່. ຈາກ​ນັ້ນ, ມີ​ຈິນ​ຕະ​ນາ​ການ​ໃໝ່ ແລະ ວິ​ທີ​ເຮັດ​ໃໝ່ ເພື່ອ​ຮັບ​ໃຊ້​ບັນ​ດາ​ໜ້າ​ທີ່​ໃໝ່​ອ່ຽ​ມ​ທີ່​ສຸດ, ສະ​ຫງ່າ​ລາ​ສີ​ທີ່​ສຸດ ແຕ່​ກໍ​ໜັກ​ໜ່ວງ​ທີ່​ສຸດ ສຳ​ລັບ​ຂະ​ແໜງ​ການ​ຕ່າງ​ປະ​ເທດ​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ໃນ​ການ​ປະ​ສານ​ສົມ​ທົບ​ລະ​ຫວ່າງ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ ແລະ ທ້ອງ​ຖິ່ນ ພາຍ​ໃຕ້​ການ​ນຳ​ພາ ແລະ ການ​ບໍ​ລິ​ຫານ​ຂອງ​ພັກ ແລະ ລັດ.


top