ພາຍຫຼັງການໂຄສະນາ, ກຸ່ມປະຕິບັດງານໄດ້ລົງແຕ່ລະກຳປັ່ນຫາປາໂດຍກົງ, ພົບປະກັບເຈົ້າຂອງພາຫະນະ, ກັບຕັນ ແລະ ລູກເຮືອເພື່ອເຜີຍແຜ່, ຂົນຂວາຍປະຕິບັດຖືກຕ້ອງຕາມຂໍ້ກຳນົດ ກ່ຽວກັບການຕ້ານການຂຸດຄົ້ນ IUU.
ພະນັກງານທະຫານເຮືອ ແນະນຳການ Scan QR ໃຫ້ແກ່ປະຊາຊົນ
ເພື່ອແນໃສ່ຮັດແໜ້ນການຄວບຄຸມ ແລະ ຍົກສູງສະຕິປະຕິບັດກົດໝາຍ, ປະກອບສ່ວນພ້ອມກັບທົ່ວປະເທດ ຕັດສິນໃຈຍົກເລີກບັດເຫຼືອງຂອງ ຄະນະກຳມະການເອີລົບ (EC) ວັນທີ 13 ພະຈິກ, ກອງທະຫານເຮືອເລກທີ 42 (ກອງບັນຊາການທະຫານເຮືອເຂດ 4) ໄດ້ສົມທົບກັບຄະນະກຳມະການປະຊາຊົນຕາແສງ ອູມິງ ຈັດການໂຄສະນາກ່ຽວກັບວຽກງານປ້ອງກັນ, ຕ້ານການຂຸດຄົ້ນສິນທະເລແບບຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມຂໍ້ກຳນົດ (IUU)
ວຽກງານໂຄສະນາໄດ້ໄດ້ຫັນເປັນທັນສະໄໝຜ່ານການໝູນໃຊ້ເຕັກໂນໂລຢີດີຈີຕອນ. ໄປຄຽງຄູ່ກັບຮູບແບບເກົ່າ ຄືການໂຄສະນາລວມໝູ່, ແຈກໃບປິວ, ຄູ່ມືກົດໝາ, ພະນັກງານກອງທະຫານເຮືອເລກທີ 42 ໄດ້ອອກລະຫັກ QR ຢູ່ບັນດາທ່າກຳປັນ ແລະ ພາຫະນະຕ່າງໆ. ວິທີການນີ້ຊ່ວຍໃຫ້ຊາວປະມົງໄດ້ສຳຜັດກັບຂໍ້ມູນໂດຍໄວ, ໂດຍກົງ, ອາດສາມາດຄົ້ນຫາທຸກເວລາ, ທຸກບ່ອນ, ຜ່ານນັ້ນປະກອບສ່ວນສຳຄັນເຂົ້າໃນການຫັນການຄຸ້ມຄອງອາຊີບຫາປາເປັນດີຈີຕອນ ແລະ ຍົກສູງລັກສະນະເປັນເຈົ້າການປະຕິບັດຂອງຊາວປະມົງເມື່ອເຂົ້າຮ່ວມການເຄື່ອນໄຫວທາງທະເລ.