ວັນທີ 18 ເມສາ, ກອງທັບ ອິດສະຣາແອັນ ໄດ້ຖະແຫຼງສ້າງຕັ້ງ “ເສັ້ນຂີດຂັ້ນຄຳ” ຢູ່ພາກໃຕ້ ລີບັງ, ຄ້າຍຄືກັນກັບເສັ້ນແດນແບ່ງເຂດໂດຍກອງທັບ ອິດສະຣາແອັນ ຄວບຄຸມຢູ່ ກາຊາ.
ບັນດາຍານພາຫະນະຂອງກອງທັບ ອິດສະຣາແອັນ ພວມເຄື່ອນໄຫວຢູ່ ພາກໃຕ້ ລີບັງ, ວັນທີ 15 ເມສາ 2026 (ພາບ: AP/Ariel Schalit)
ຕາມກອງທັບ ອິດສະຣາແອັນ ແລ້ວ, ກຳລັງດັ່ງກ່າວ ກວດພົບບັນດາເປົ້າໝາຍແຊກແຊງ “ເສັ້ນຂີດຂັ້ນຄຳ” ຕາມວິທີກໍ່ໄພນາບຂູ່ໂດຍກົງ ແລະ ໄດ້ບຸກໂຈມຕີບັນດາເປົ້າໝາຍທີ່ຖືກສົງໄສຢູ່ບາງເຂດຢູ່ພາກໃຕ້ ລີບັງ, ພ້ອມທັງໃສ່ໃຈວ່າ ກອງທັບ ມີສິດດຳເນີນການເຄື່ອນໄຫວເພື່ອຕ້ານຄືນບັນດາໄພນາບຂູ່ນັ້ນ, ໂດຍບໍ່ຫົວຊາຕໍ່ຄຳສັ່ງຢຸດຍິງ. ເຮັກໂບລາ ໄດ້ຢຸດຕິການເຄື່ອນໄຫວທາງທະຫານພາຍຫຼັງຄຳສັ່ງຢຸດຍິງມີຜົນສັກສິດ, ແຕ່ກ່າວເຕືອນວ່າ “ພ້ອມແລ້ວທີ່ຈະເຄື່ອນໄຫວ” ຖ້າ ອິດສະຣາແອັນ ລະເມີດຄຳສັ່ງຢຸດຍິງ.
ໃນເຫດການໜຶ່ງທີ່ກ່ຽວຂ້ອງ, ກະຊວງສຶກສາ ອິດສະຣາແອັນ ແຈ້ງໃຫ້ຊາບວ່າ ລະບົບໂຮງຮຽນຂອງປະເທດນີ້ ເລີ່ມເຄື່ອນໄຫວຄືນໃໝ່ຢ່າງຄົບຖ້ວນໃນຂອບເຂດທົ່ວປະເທດ ແຕ່ວັນທີ 19 ເມສາ ເປັນຕົ້ນໄປ, ລວມທັງບັນດາເຂດໃກ້ຊາຍແດນທາງທິດເໜືອ, ຕາມການແນະນຳອັບເດດຂອງກອງບັນຊາການແນວໂຮມພາຍໃນປະເທດນີ້.