ປີນີ້, ລັດເຊຍ ໄດ້ເຊີນ 19 ປະເທດເຂົ້າຮ່ວມພິທີເດີນຂະບວນຢູ່ສະໜາມຫຼວງແດງ.
(ພາບ: ໜັງສືພິມກອງທັບ ປຊຊ)
ວັນທີ 29 ເມສາ, ຢູ່ສະໜາມຫຼວງແດງ ທີ່ນະຄອນຫຼວງ ມົດສະກູ, ສະພະພັນ ລັດເຊຍ, ໃນຂອບເຂດການກະກຽມພິທີສວນສະໜາມວັນໄຊຊະນະ ໃນສົງຄາມປົກປັກຮັກສາປະເທດຊາດຍິ່ງໃຫ່ຍ (ຄືວັນທີ 9 ພຶດສະພາ), ຄະນະກອງທັບ ປຊຊ ຫວຽດນາມ ໄດ້ເຂົ້າຮ່ວມການຟືກຊ້ອມທຳອິດພ້ອມກັບກອງທັບປະເທດຕ່າງໆ. ຄະນະກອງທັບ ປຊຊ ຫວຽດນາມ ສວນສະໜາມຢູ່ທີ່ຕັ້ງອັນດັບທີ 8 ໃນກຸ່ມກຳລັງສາກົນ.
ປີນີ້, ລັດເຊຍ ໄດ້ເຊີນ 19 ປະເທດເຂົ້າຮ່ວມພິທີເດີນຂະບວນຢູ່ສະໜາມຫຼວງແດງ. ບັນດາຄະນະຍັງມີການຟຶກຊ້ອມໃນວັນທີ 3 ພຶດສະພາ, ເຂົ້າຮ່ວມພິທີທົດລອງຂະໜາດໃຫ່ຍໃນວັນທີ 7 ພຶດສະພາຢູ່ສະໜາມຫຼວງແດງ ກ່ອນເຂົ້າຮ່ວມພະທີທາງການໃນວັນທີ 9 ພຶດສະພາ.