ກວ່າ 100 ປະເທດບັນລຸໄດ້ຂໍ້ຕົກລົງສຳຄັນ ເພື່ອຍູ້ໄວການກະທຳອະນຸລັກຮັກສາຊີວະນາໆພັນ, ປິດກອງປະຊຸມຄັ້ງທີ 17 ບັນດາຝ່າຍເຂົ້າຮ່ວມສົນທິສັນຍາຂອງ ສະຫະປະຊາຊາດ ກ່ຽວກັບຊີວະພາບນາໆພັນ
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ (ພາບ: ຊິນຮົວ/VNA)
ວັນທີ 31 ຕຸລາ, ກວ່າ 100 ປະເທດບັນລຸໄດ້ຂໍ້ຕົກລົງສຳຄັນ ເພື່ອຍູ້ໄວການກະທຳອະນຸລັກຮັກສາຊີວະນາໆພັນ, ປິດກອງປະຊຸມຄັ້ງທີ 17 ບັນດາຝ່າຍເຂົ້າຮ່ວມສົນທິສັນຍາຂອງ ສະຫະປະຊາຊາດ ກ່ຽວກັບຊີວະພາບນາໆພັນ (COP17) ຢູ່ Yerevan, ນະຄອນຫຼວງຂອງ ອາເມເນຍ.
ທ່ານ Hambardzum Matevosyan, ປະທານ COP17, ລັດຖະມົນຕີກະຊວງສິ່ງແວດລ້ອມຂອງ ອາເມເນຍ, ໄດ້ຮັບຮອງເອົາບັນດາຂໍ້ຕົກລົງສຳຄັນກ່ຽວກັບການຕີລາຄາຄວາມຄືບໜ້າດ້ານຊີວະພາບນາໆພັນທົ່ວໂລກຄັ້ງທຳອິດ ແລະ ລະດົມແຫຼ່ງກຳລັງ. ໝາກຜົນນີ້ໄດ້ສ້າງກຳລັງໜູນໃໝ່ໃຫ້ແກ່ຂອບຊີວະພາບນາໆພັນ ຄຸນໜິງ - Montreal, ທີ່ໄດ້ຮັບຮອງເອົາໃນປີ 2022 ດ້ວຍ 23 ເປົ້າໝາຍເພື່ອສະກັດກັ້ນ ແລະ ຕ່າວປີ້ນສະພາບຊຸດໂຊມຊີວະນາໆພັນໃນປີ 2030.
ກອງປະຊຸມກໍໄດ້ປ່ອນບັດຕົກລົງຈັດກອງປະຊຸມ COP18 ຢູ່ Quito, ນະຄອນຫຼວງຂອງ Ecuador, ໃນປີ 2028.