ຂ່າວສານ

ກອງປະຊຸມເຈົ້າໜ້າທີ່ອາວຸໂສ (SOM) ອາຊຽນພິເສດກ່ຽວກັບການພົວພັນຕ່າງປະເທດ ອາຊຽນ

      ວັນທີ 1 ກັນຍາ, ທ່ານ ຫງວຽນກ໊ວກຢຸງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າ SOM ອາຊຽນ ຫວຽດນາມ ໄດ້ເປັນປະທານກອງປະຊຸມທາງອອນລາຍ SOM ອາຊຽນ ພິເສດກ່ຽວກັບການພົວພັນຕ່າງປະເທດອາຊຽນ.

ທ່ານ ຫງວຽນກ໊ວກຢຸງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ,
 ຫົວໜ້າ SOM ອາຊຽນ ຫວຽດນາມ (ພາບ: Baoquocte.vn)
      ທີ່ກອງປະຊຸມ, ບັນດາປະເທດກໍ່ເຫັນດີເປັນເອກະພາບວ່າ ຮອດເວລາທີ່ອາຊຽນຕ້ອງພິຈາລະນາບັນດາການພົວພັນກັບພາຍນອກ ບົນພື້ນຖານວິທະຍາສາດ ແລະ ມີປະສິດທິຜົນ, ເປັນຕົ້ນແມ່ນ ກຳລັງຄວາມສາມາດ, ລະດັບການປະກອບສ່ວນຂອງບັນດາຄູ່ຮ່ວມມືໃຫ້ແກ່ບັນດາເປົ້າໝາຍຂອງພາກພື້ນ. ເພາະສະນັ້ນ, ອາຊຽນ ໄດ້ເຫັນດີວ່າ ຈະກວດກາຄືນໃໝ່ບັນດາປັດໄຈເພື່ອໄດ້ຮັບຮອງແມ່ນຄູ່ຮ່ວມມືຂອງ ອາຊຽນ, ຜ່ານນັ້ນ, ທັງຮັບປະກັນບົດບາດເປັນໃຈກາງຂອງອາຊຽນ ທັງຕອບສະໜອງໃຫ້ເໝາະສົມຕາມຄວາມຕ້ອງການ ແລະ ຄວາມສົນໃຈຂອງບັນດາຄູ່ຮ່ວມມື.
            ເປັນຕາງໜ້າໃຫ້ຫວຽດນາມ, ທ່ານ ຫງວຽນກ໊ວກຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຢັ້ງຢືນເຖິງບົດບາດສຳຄັນຂອງບັນດາຄູ່ຮ່ວມມືຕໍ່ສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນຂອງພາກພື້ນ, ທ່ານກໍ່ເນັ້ນໜັກເຖິງລັກສະນະຮີບດ່ວນ ຂອງການສ້າງບັນດາຂໍ້ກຳນົດພິຈາລະນາ ຮັບຮອງເອົາບັນດາການພົວພັນຄູ່ຮ່ວມມືຂອງອາຊຽນ ໃນສະພາບການປັດຈຸບັນ. ທ່ານກໍ່ສະເໜີວ່າ ບັນດາປະເທດຮີບດວ່ນປະຕິບັດສຳເລັດການສ້າງບັນດາປັດໄຈໃນການຕີລາຄາການພົວພັນຕ່າງປະເທດເພື່ອຍືນສະເໜີຕໍ່ການນຳພິຈາລະນາ.
 (ແຫຼ່ງຄັດຈາກ VOV)


top