ຂ່າວສານ

ກອງປະຊຸມຮັບປະກັນການຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຄວບຄຸມໄພເງິນເຟີ້, ຊຸກຍູ້ການເຕີບໂຕເສດຖະກິດ

ຫວຽດນາມ ທັງຕ້ອງຄວບຄຸມໄພເງິນເຟີ້ໃຫ້ເປັນຢ່າງດີ, ທັງຊຸກຍູ້ການ້ເຕີບໂຕ, ຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ.
(ທີ່ກອງປະຊຸມ)

ຕອນເຊົ້າວັນທີ 08 ມິຖຸນາ, ຢູ່ສຳນັກງານລັດຖະບານ, ທີ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຈັດການປະຊຸມປະຈຳການລັດຖະບານກັບບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ເພື່ອກວດກາ, ກຳແໜ້ນສະພາບການ, ຍົກອອກບັນດາມາດຕະການແກ້ໄຂ ເພື່ອຮັບປະກັນການຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຄວບຄຸມໄພເງິນເຟີ້, ຊຸກຍູ້ການເຕີບໂຕເສດຖະກິດ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຊີ້ແຈ້ງວ່າ, ໃນໄລຍະຜ່ານມາ, ເສດຖະກິດ ຫວຽດນາມ ມີຈຸດເດັ່ນຫຼາຍຢ່າງໃນສະພາບທີ່ເສດຖະກິດໂລກປະສົບກັບຄວາມຫຍຸ້ງຍາກ. ເຖິງຢ່າງໃດກໍ່ຕາມ, ຕໍ່ໜ້າບັນດາປັດໃຈຍາກທີ່ຈະຄາດຄະເນໄດ້ຢູ່ພາຍນອກນັ້ນ, ຫວຽດນາມ ທັງຕ້ອງຄວບຄຸມໄພເງິນເຟີ້ໃຫ້ເປັນຢ່າງດີ, ທັງຊຸກຍູ້ການ້ເຕີບໂຕ, ຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ. ທ່ານນາຍົກລັດຖະມົນຕີໄດ້ເນັ້ນໜັກເຖິງບາງໜ້າທີ່, ມາດຕະການແກ້ໄຂຈຸດສຸມໃນການພັດທະນາເສດຖະກິດ, ສັງຄົມ, ລວມມີ: ຍູ້ແຮງການແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດ, ໜູນຊ່ວຍວິສາຫະກິດ, ຊຸກຍູ້ການຜະລິດ, ດຳເນີນທຸລະກິດ…

ກ່ຽວກັບການຄວບຄຸມໄພເງິນເຟີ້, ທ່ານນາຍົກລັດຖະມົນຕີ ເນັ້ນໜັ້ກວ່າ, ຕ້ອງເປັນເຈົ້າການດັດສົມແຫຼ່ງສິນຄ້າໃນໂອກາດທ້າຍປີ, ງານບຸນ, ບຸນເຕັດ ເພື່ອສະກັດກັ້ນສິນຄ້າເພີ່ມລາຄາ. ກ່ຽວກັບໂຄງການຈຸດສຸມແຫ່ງຊາດຈຳນວນໜຶ່ງ, ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ສຸມໃສ່ສ້າງຂໍ້ກຳນົດດ້ານກົດໝາຍໃຫ້ສົມບູນແບບ, ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດດ້ານນິຕິກຳໃຫ້ແກ່ບັນດາວິສາຫະກິດ, ຍູ້ແຮງການຜັນຂະຫຍາຍບັນດາໂຄງການ.


top