ຂ່າວສານ

ກອງປະຊຸມອອນລາຍ ລະຫວ່າງ ເລຂາທິການໃຫຍ່ຄະນະຊີ້ນໍາການຮ່ວມມືສອງຝ່າຍ ຫວຽດນາມ - ຈີນ ແລະ ຈີນ - ຫວຽດນາມ

      ວັນທີ 29 ພຶດສະພາ, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ເລຮວ່າຍຈູງ, ເລຂາທິການໃຫຍ່ ຄະນະຊີ້ນໍາການຮ່ວມມືສອງຝ່າຍຫວຽດນາມ - ຈີນ ໄດ້ຈັດກອງປະຊຸມອອນລາຍກັບທ່ານຮອງລັດຖະມົນຕີການຕ່າງປະເທດ ຈີນ ລົ໊ວຈາວໄຄວ, ເລຂາທິການໃຫຍ່ ຄະນະຊີ້ນໍາການຮ່ວມມືສອງຝ່າຍຈີນ - ຫວຽດນາມ.

ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ເລຮວ່າຍຈູງ (ພາບ: ກະຊວງການຕ່າງປະເທດ)
      ທີ່ກອງປະຊຸມ, ສອງຝ່າຍໄດ້ແລກປ່ຽນຫຼາຍມາດຕະການລະອຽດ ເຊັ່ນ ສືບຕໍ່ຮັກສາການພົບປະແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆ; ເສີມຂະຫຍາຍບົດບາດປະສານງານສັງລວມຂອງກົນໄກຂອງຄະນະຊີ້ນໍາການຮ່ວມມືສອງຝ່າຍ.
        ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ແລກປ່ຽນ, ສົມທົບກັນໃນວຽກງານຄຸ້ມຄອງຊາຍແດນທາງບົກ ແລະ ຈັດຕັ້ງການເຄື່ອນໄຫວສະເຫຼີມສະຫຼອງວັນເຊັນສົນທິສັນຍາຊາຍແດນທາງບົກ ຫວຽດນາມ - ຈີນ ຄົບຮອບ 20 ປີ ແລະ 10 ປີ ແຫ່ງວັນຜັນຂະຫຍາຍເອກະສານນິຕິກໍາ 3 ສະບັບກ່ຽວກັບຊາຍແດນທາງບົກ; ດໍາເນີນການກວດກາປະສົມຢູ່ເຂດຊາຍແດນຕາມຂໍ້ກໍານົດຂອງ ສັນຍາວ່າດ້ວຍລະບຽບການຄຸ້ມຄອງຊາຍແດນ ແລະ ອະນຸສັນຍາຈັດແບ່ງເຂດ, ປັກຫຼັກໝາຍຊາຍແດນໃນຈຸດເວລາທີ່ເໝາະສົມ.
        ທ່ານຮອງລັດຖະມົນຕີ ເລຮວ່າຍຈູງ ກໍໄດ້ແລກປ່ຽນກ່ຽວກັບບັນດາຄວາມວິຕົກກັງວົນຂອງຫວຽດນາມ ຕໍ່ໜ້າບັນດາການຜັນແປຢ່າງສັບສົນຫວ່່າງມໍ່ໆມານີ້ ຢູ່ທະເລຕາເວັນອອກ; ຍົກໃຫ້ເຫັນກ່ຽວກັບສິດ, ຜົນປະໂຫຍດອັນຊອບທໍາຂອງຫວຽດນາມຕາມກົດໝາຍສາກົນ ແລະ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982; ສະເໜີໃຫ້ສອງຝ່າຍຊຸກຍູ້ການຮ່ວມມື ແລະ ແກ້ໄຂຄວາມບໍ່ລົງລອຍກັນບົນຈິດໃຈ ເຄົາລົບສິດ ແລະ ຜົນປະໂຫຍດອັນຊອບທໍາຂອງກັນ, ຂໍ້ຕົກລົງ ແລະ ຄວາມຮັບຮູ້ລວມລະຫວ່າງສອງຝ່າຍ ແລະ ກົດໝາຍສາກົນ. 
 (ແຫຼ່ງຄັດຈາກ VOV)


top