ຂ່າວສານ

ກອງປະຊຸມສໍາມະນາກ່ຽວກັບວຽກງານການທູດເສດຖະກິດຂອງ ຫວຽດນາມ - ລາວ

      ຕອນເຊົ້າວັນທີ 24 ທັນວາ, ໃນຂອບເຂດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ຂອງທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ລາວ, ກະຊວງການຕ່າງປະເທດຫວຽດນາມ ແລະ ກະຊວງການຕ່າງປະເທດລາວ ໄດ້ຈັດຕັ້ງ “ກອງປະຊຸມສໍາມະນາກ່ຽວກັບວຽກງານການທູດເສດຖະກິດຂອງຫວຽດນາມ ແລະ ລາວ ໃນສະພາບການໃໝ່: ພຶດຕິກໍາຕົວຈິງ ແລະ ບົດຮຽນ”. 

ກອງປະຊຸມສໍາມະນາກ່ຽວກັບວຽກງານການທູດເສດຖະກິດຂອງຫວຽດນາມ ແລະ ລາວ ໃນສະພາບການໃໝ່:
ພຶດຕິກໍາຕົວຈິງ ແລະ ບົດຮຽນ (ພາບ: TTXVN) 
      ກ່າວຄໍາເຫັນທີ່ກອງປະຊຸມສໍາມະນາ, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫງວຽນກວັກຢຸງ ສະເໜີ ກະຊວງການຕ່າງປະເທດສອງປະເທດ ເພີ່ມທະວີການຮ່ວມມືກັນໃຫ້ຫຼາຍກວ່່າອີກໃນວຽກງານຄົ້ນຄວ້າ, ເປັນເສນາທິການ, ສະເໜີນະໂຍບາຍ, ເປັນເຈົ້າການຍົກອອກບັນດາຂໍ້ລິເລີ່ມສໍາລັບການຮ່ວມມືດ້ານເສດຖະກິດ, ນັບທັງໃນຂອບເຂດສອງຝ່າຍ ແລະ ຫຼາຍຝ່າຍ. ທ່ານລັດຖະມົນຕີກະຊວງການຕ່າງປະເທດ ລາວ ສະເຫຼີມໄຊ ກົມມະສິດ ຢັ້ງຢືນວ່າ ໜຶ່ງໃນບັນດາບຸລິມະສິດແຖວໜ້າຂອງກະຊວງການຕ່າງປະເທດລາວ ແມ່ນຊຸກຍູ້ການທູດເສດຖະກິດ, ພ້ອມທັງປາດຖະໜາວ່າ ຫວຽດນາມ ຈະສືບຕໍ່ແບ່ງປັນບົດຮຽນໃນຂົງເຂດນີ້, ພິເສດແມ່ນເຊື່ອມໂຍງເຂົ້າກັບເສດຖະກິດຂອງພາກພື້ນ ແລະ ພັດທະນາແຫຼ່ງຊັບພະຍາກອນມະນຸດ. ໃນໄລຍະຈະມາເຖິງ, ກະຊວງການຕ່າງປະເທດລາວ ສືບຕໍ່ ສົມທົບກັບກະຊວງການຕ່າງປະເທດ ຫວຽດນາມ ສ້າງຕັ້ງກົນໄກປຶກສາຫາລືເປັນປະຈໍາໄລຍະ ກ່ຽວກັບວຽກງານການທູດເສດຖະກິດ. ພ້ອມທັງຍູ້ແຮງການປຶກສາຫາລື, ການສົມທົບລະຫວ່າງກະຊວງການຕ່າງປະເທດສອງປະເທດເວົ້າສະເພາະ, ລະຫວ່າງສອງປະເທດເວົ້າລວມ ແລະ ໃນຂອບເຂດບັນດາເວທີປາໄສເສດຖະກິດຫຼາຍຝ່າຍໃຫ້ຫຼາຍກວ່າອີກ.
 (ແຫຼ່ງຄັດຈາກ VOV)


top