ເຫດການ ແລະ ບັນຫາ

ກອງປະຊຸມສຸດຍອດ ອາຊຽນຄັ້ງທີ 22 ປຶກສາຫາລືກ່ຽວກັບ ບັນຫາທະເລຕາເວັນອອກ

ທະເລຕາເວັນອອກເປັນບັນຫາສົນໃຈລວມ ຂອງອາຊຽນ (ASEAN) ຍ້ອນ ມັນມີຄວາມກ່ຽວຂ້ອງເຖິງ ສັນຕິພາບ ແລະ ຄວາມສະຫງົບປອດໄພ ຂອງ ພາກພື້ນ. ດ້ວຍເຫດນັ້ນ, ທີ່ກອງປະຊຸມຂັ້ນສູງ ອາຊຽນ ຄັ້ງທີ 22 ທີ່ຫາກໍໄດ້ ຮັບການ ຈັດຂຶ້ນ ຢູ່ປະເທດ ບຣູໄນ ເມື່ອວັນທີ 24 ແລະ 25 ເມສາ, ຜູ້ນຳ ບັນດາ ປະເທດໃນກຸ່ມອາຊຽນ ໄດ້ສະຫງວນເວລາຢ່າງຫຼວງຫຼາຍ ເພື່ອ ປຶກສາຫາລືກ່ຽວກັບບັນຫາດັ່ງກ່າວ.

 

ທະເລຕາເວັນອອກເປັນບັນຫາສົນໃຈລວມ ຂອງອາຊຽນ (ASEAN) ຍ້ອນມັນມີຄວາມກ່ຽວຂ້ອງເຖິງ ສັນຕິພາບ ແລະ ຄວາມສະຫງົບປອດໄພຂອງພາກພື້ນ. ດ້ວຍເຫດນັ້ນ, ທີ່ກອງປະຊຸມຂັ້ນສູງ ອາຊຽນ ຄັ້ງທີ 22 ທີ່ຫາກໍໄດ້ຮັບການ ຈັດຂຶ້ນ ຢູ່ປະເທດ ບຣູໄນ ເມື່ອວັນທີ 24 ແລະ 25 ເມສາ, ຜູ້ນຳບັນດາ ປະເທດ ໃນກຸ່ມອາຊຽນ ໄດ້ສະຫງວນເວລາຢ່າງຫຼວງຫຼາຍ ເພື່ອປຶກສາຫາລືກ່ຽວກັບບັນຫາດັ່ງກ່າວ.
ເນື້ອໃນທີ່ໄດ້ເນັ້ນໜັກໃນກອງປະຊຸມຄັ້ງນີ້ ແມ່ນ ບັນດາທັດສະນະ ແລະ ຫຼັກການລວມຂອງອາຊຽນ ຊຶ່ງ ປະກອບດ້ວຍ ການຮັບປະກັນ ສັນຕິພາບ, ສະຖຽນນະພາບ, ຄວາມໝັ້ນຄົງ ແລະ ຄວາມ ສະຫງົບປອດໄພ ດ້ານການເດີນທະເລຢູ່ທະເລຕາເວັນອອກ; ການຄວບຄຸມ, ບໍ່ເຮັດໃຫ້ສະພາບການມີຄວາມສັບສົນຂຶ້ນຕື່ມ ແລະ ແກ້ໄຂຂໍ້ຂັດແຍ່ງ ດ້ວຍສັນຕິວິທີ; ເຄົາລົບກົດໝາຍສາກົນ ແລະ ສົນທີສັນຍາວ່າດ້ວຍກົດໝາຍທະເລ ປີ 1982 ຂອງ ສະຫະປະຊາຊາດ (UNCLlOS); ປະຕິບັດ DOC ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ ແລະ ກ້າວເຖິງການສຳເລັດປະມວນກົດລະບຽບຢູ່ທະເລຕາເວັນອອກ(COC)ໂດຍໄວ.
ກອງປະຊຸມກໍໄດ້ມອບໃຫ້ບັນດາທ່ານ ລັດຖະມົນຕີ ຈົ່ງທຳການ ພົບປະແລກປ່ຽນ ຢ່າງຂັນແຂງກັບຈີນ ແນໃສ່ຊຸກຍູ້ການພົບປະ ເຈລະຈາ ລະຫວ່າງ ອາຊຽນ-ຈີນ ໂດຍໄວ ກ່ຽວກັບການສ້າງ ປະມວນກົດລະບຽບ COC, ໂດຍສະເພາະຢ່າງຍິ່ງແມ່ນ ໃນໂອກາດລະນຶກ 10 ແຫ່ງວັນສ້າງຕັ້ງສາຍພົວພັນຄູ່ຮ່ວມມື ຍຸດທະສາດ ອາຊຽນ-ຈີນ ໃນປີ 2013.
ໃນຖະແຫຼງການຂອງ ທ່ານປະທານກອງປະຊຸມຂັ້ນສູງ ອາຊຽນ ຄັ້ງນີ້ ໄດ້ຍົກໃຫ້ເຫັນແຈ້ງວ່າ: “ພວກຂ້າພະເຈົ້າ ຢືນຢັນຄືນໃໝ່ ຄຳໝັ້ນສັນຍາລວມໃນຂອບເຂດ ຖະແຫຼງການລວມ ວ່າດ້ວຍ ການປະພຶດຕໍ່ ຂອງຝ່າຍຕ່າງໆ ຢູ່ທະເລຕາເວັນອອກ(DOC) ແນໃສ່ຮັບປະກັນ ມາດຕະການແກ້ໄຂ ໂດຍສັນຕິ ໃຫ້ແກ່ ບັນດາ ຂໍ້ຂັດແຍ່ງ ໃຫ້ສອດຄ່ອງກັບ ບັນດາຫຼັກການຂອງກົດໝາຍສາກົນ ທີ່ໄດ້ ຮັບການ ຮັບຮອງຢ່າງກວ້າງຂວາງ, ໃນນັ້ນ ມີສົນທິສັນຍາ ຂອງ ສະຫະປະຊາຊາດ ວ່າດ້ວຍກົດໝາຍທະເລ(UNCLOS) ປີ 1982 ຫາກບໍ່ຈຳເປັນຕ້ອງການນາບຂູ່ ຫຼື ນຳໃຊ້ກຳລັງອາວຸດ, ທຸກຝ່າຍຕ້ອງລະຫງັບໃຈ ໃນການປະພຶດ”.
ກ່າວຄວາມເຫັນ ຕໍ່ກັບບັນດານັກຂ່າວ ໃນມື້ເຮັດວຽກ ສຸດທ້າຍ ຂອງກອງປະຊຸມ, ທ່ານ ປະທານອາຊຽນ, ອົງກະສັດແຫ່ງ ປະເທດ ບຣູໄນ Haji Sultan Hassanal Bolkiah ໄດ້ໃຫ້ຮູ້ວ່າ, ທ່ານມີ ຄວາມປະເອີບໃຈ ກ່ຽວກັບຄວາມຄືບໜ້າ ທີ່ບັນລຸໄດ້ ລະຫວ່າງ 10 ປະເທດສະມາຊິກ ແນໃສ່ຊຸກຍູ້ ບັນດາ ການພົບປະ ເຈລະຈາ ກັບຈີນ, ນຳມາເຊີ່ງແງ່ຫວັງທີ່ດີ ໃຫ້ແກ່ບັນຫາ ທະເລຕາເວັນອອກ. 
 

ອົງກະສັດແຫ່ງປະເທດ ບຮູໄນ Haji Sultan Hassanal Bolkiah, ປະທານກອງປະຊຸມຂັ້ນສູງ ອາຊຽນ 22
ຕ້ອນຮັບທ່ານ ນາຍົກລັດຖະມົນຕີ ຫງວຽນເຕິນຢຸງ ມາເຂົ້າຮ່ວມກອງປະຊຸມ. ພາບ: ດຶກຕ໋າມ-TTXVN

 ທ່ານນາຍົກລັດຖະມົນຕີ ຫງວຽນເຕິນຢຸງ ພ້ອມກັບຫົວໜ້າ ບັນດາ ຄະນະສະມາຊິກ ອາຊຽນ ທີ່ກອງປະຊຸມ.
ພາບ: ດຶກຕ໋າມ- TTXVN

ພາບພົດທັງໝົດ ຂອງວາລະປະຊຸມໃນວົງແຄບ. ພາບ: ດຶກຕ໋າມ- TTXVN 
ທີ່ກອງປະຊຸມດັ່ງກ່າວ, ຄະນະຜູ້ແທນຫວຽດນາມ ໂດຍທ່ານ ນາຍົກລັດຖະມົນຕີ ຫງວຽນເຕິນຢຸງ ເປັນ ຜູ້ນຳໜ້າ ກໍໄດ້ຢືນຢັນວ່າ, ອາຊຽນ ຕ້ອງສືບຕໍ່ຮັບປະກັນສຽງເວົ້າລວມ ແລະ ບົດບາດ ເປັນເຈົ້າພາທາງ ໃນວຽກງານຮັກສາສັນຕິພາບ, ສະຖຽນນະພາບ, ຄວາມໝັ້ນຄົງ ແລະ ຄວາມສະຫງົບປອດໄພ ດ້ານ ການເດີນທະເລ ຢູ່ທະເລຕາເວັນອອກ; ປະຕິບັດຢ່າງມີປະສິດທິຜົນ ບັນດາຈຸດໝາຍ ແລະ ຫຼັກການລວມ ຂອງ ອາຊຽນ ກ່ຽວກັບ ທະເລຕາເວັນອອກ, ເປັນຕົ້ນແມ່ນ ການສະໜັບສະໜູນ ຖະແຫຼງການຫຼັກການ 6 ຂໍ້ຂອງ ອາຊຽນຢ່າງແຂງແຮງ; ແກ້ໄຂ ຂໍ້ຂັດແຍ່ງໂດຍສັນຕິວິທີ ແລະ ບໍ່ນຳໃຊ້ກຳລັງອາວຸດ; ເຄົາລົບ ກົດໝາຍສາກົນ ແລະ ສົນທິສັນຍາ ວ່າດ້ວຍກົດໝາຍທະເລ ຂອງ ສະຫະປະຊາຊາດ ປີ 1982; ປະຕິບັດ ຖະແຫຼງການ DOC ຢ່າງຄົບຖ້ວນ ແລະ ບັນລຸໄດ້ ປະມວນກົດລະບຽບ ຢູ່ທະເລຕາເວັນອອກ (COC) ໂດຍໄວ. 

ທ່ານນາຍົກລັດຖະມົນຕີ ຫງວຽນເຕິນຢຸງ ໃນການພົບປະແລກປ່ຽນ ຄວາມຄິດເຫັນ ກັບ ອົງກະສັດແຫ່ງປະເທດ ບຮູໄນ
Haji Sultan Hassanal Bolkiah ຢູ່ນອກກອງປະຊຸມ. ພາບ: ດຶກຕ໋າມ- TTXVN

ທ່ານນາຍົກລັດຖະມົນຕີ ຫງວຽນເຕິນຢຸງ ໃນການພົບປະກັບທ່ານ ປະທານາທິບໍດີ ແຫ່ງປະເທດ ອິນໂດເນເຊຍ
Sulilo Bambang Yodhoyono ຢູ່ນອກກອງປະຊຸມ. ພາບ: ດຶກຕ໋າມ- TTXVN

ທ່ານນາຍົກລັດຖະມົນຕີ ຫງວຽນເຕິນຢຸງ ໃນການພົບປະກັບທ່ານ ປະທານາທິບໍດີ ແຫ່ງປະເທດ ຟີລິບປິນ
Benigno S.Aquino ຢູ່ນອກກອງປະຊຸມ. ພາບ: ດຶກຕ໋າມ- TTXVN
 
ຢູ່ນອກກອງປະຊຸມ, ທ່ານເລຂາທິການໃຫຍ່ ອາຊຽນ ເລເລືອງມິນ ກໍໄດ້ໃຫ້ຮູ້ວ່າ, ບັນຫາທະເລຕາເວັນອອກ ຕ້ອງໄດ້ຮັບການແກ້ໄຂ ລະຫວ່າງບັນດາປະເທດທີ່ມີຄວາມກ່ຽວພັນ, ແຕ່ຕ້ອງຊັ່ງຊາ ຖີ່ຖ້ວນ ເຖິງ ຜົນປະໂຫຍດຂອງຝ່າຍຕ່າງໆ, ກໍຄືຄວາມເປັນ ສັນຕິພາບ ແລະ ສະຖຽນນະພາບຂອງພາກພື້ນ. ທ່ານ ເລຂາທິການໃຫຍ່ ອາຊຽນ ກໍໄດ້ຢືນຢັນວ່າ: “ທະເລຕາເວັນອອກ ເປັນສາຍທາງທະເລ ທີ່ສຳຄັນ ໃນພາກພື້ນ ກໍຄືໃນໂລກ. ດ້ວຍເຫດນັ້ນ, ຄວາມສະຫງົບ ດ້ານການເດີນທະເລ ຕ້ອງໄດ້ ຮັບປະກັນ. ອາຊຽນ ຍາມໃດກໍມີ ເຈດຕະນາດີ ແລະ ພ້ອມແລ້ວທີ່ຈະ ຮ່ວມມືກັບຈີນ ກ່ຽວກັບບັນຫາ ທະເລ ຕາເວັນອອກ. ພວກຂ້າພະເຈົ້າໄດ້ປະຕິບັດສິ່ງດັ່ງກ່າວ ທີ່ກອງປະຊຸມ ປຶກສາ ແລະ ຮັບຟັງ ບັນດາເຈົ້າໜ້າທີ່ ຂັ້ນສູງ ອາຊຽນ-ຈີນ ຄັ້ງທີ 19”.
ທ່ານເລເລືອງມິນ ກໍໄດ້ເນັ້ນໜັກວ່າ, ອາຊຽນ ຈະເຂົ້າຮ່ວມການ ພົບປະເຈລະຈາ ກັບຈີນ ກ່ຽວກັບບັນຫາ ທະເລຕາເວັນອອກ ດ້ວຍ ຖານະເປັນກຸ່ມໜຶ່ງ.
ເປັນທີ່ຮູ້ຈັກກັນແລ້ວວ່າ, ເພື່ອກະກຽມໃຫ້ແກ່ການພົບປະກັບ ຝ່າຍຈີນ ປຶກສາຫາລື ກ່ຽວກັບບັນຫາ ທະເລ ຕາເວັນອອກ, ບັນດາ ທ່ານ ລັດຖະມົນຕີ ກະຊວງການຕ່າງປະເທດ ຂອງ ອາຊຽນ ຈະມີ ການປະຊຸມ ເປັນກຸ່ມໃນທ້າຍປີ 2013 ນີ້.
ດ້ວຍຄວາມຄືບໜ້າຕ່າງໆທີ່ບັນບຸໄດ້ໃນກອງປະຊຸມຄັ້ງນີ້, ຫາງສຽງໄດ້ມີຄວາມມຸ່ງຫວັງວ່າ, ອາຊຽນ ແລະ ຄູ່ຮ່ວມມືຈະຫາໄດ້ ສຽງເວົ້າລວມ ໃນບັນຫາຊຸກຍູ້ ການປະກົດເປັນຮູບເປັນຮ່າງ ປະມວນກົດລະບຽບ ຢູ່ທະເລຕາເວັນອອກ(COC) ຢ່າງວ່ອງໄວ, ປະກອບສ່ວນຮັບປະກັນ ສະພາບແວດລ້ອມ ແຫ່ງຄວາມ ໄວ້ວາງໃຈ ແລະ ຄວາມເປັນສັນຕິພາບ ຢູ່ໃນທະເລຕາເວັນອອກເວົ້າສະເພາະ ແລະ ເວົ້າລວມແມ່ນ ໃນພາກພື້ນ ແລະ ໃນໂລກ.
ບົດ: VNP - ພາບ: TTXVN 

top