ກອງປະຊຸມສຳມະນາລະດັບຊາດກ່ຽວກັບການສຶກສາ, ສື່ສານ ແລະ ວັດທະນະທຳຄວາມປອດໄພດ້ານສະບຽງອາຫານ ໄດ້ຈັດຂຶ້ນຢູ່ນະຄອນ ດ່າລາດ, ແຂວງ ເລີມດົ່ງ. ພາບ: ມິນເຮົ້າ
ຕາມກົມຄຸນນະພາບ, ການປຸງແຕ່ງ ແລະ ພັດທະນາຕະຫຼາດແລ້ວ, ກອງປະຊຸມເພື່ອແນໃສ່ຍົກສູງຄວາມຮັບຮູ້ກ່ຽວກັບຄວາມປອດໄພດ້ານສະບຽງອາຫານ, ປ່ຽນແປງພຶດຕິກຳ, ຮີດຄອງປະເພນີໃນການຜະລິດ, ດຳເນີນທຸລະກິດ, ການກິນດື່ມທີ່ລ້າສະໄໝເພື່ອປົກປ້ອງສຸຂະພາບ ແລະ ຊີວິດຂອງມະນຸດ. ພ້ອມກັນນັ້ນ, ປັບປຸງຈັນຍາບັນການດຳເນີນທຸລະກິດ, ຄວາມຮັບຜິດຊອບຂອງ ບັນດາອົງການ ແລະ ບຸກຄົນທີ່ຜະລິດ, ເຮັດທຸລະກິດ ກັບສຸຂະພາບ ແລະ ຊີວິດການເປັນຢູ່ຂອງຜູ້ບໍລິໂພກສະບຽງອາຫານ. ທີ່ກອງປະຊຸມສຳມະນາ, ທ່ານ ບຸ່ຍງອກກຸຍ, ຫົວໜ້າພະແນກປະຊາຄົມສັງຄົມ (ຄະນະໂຄສະນາສູນກາງ) ໄດ້ແບ່ງປັນວ່າ, ການຮັບປະກັນຄວາມປອດໄພດ້ານສະບຽງອາຫານ ແມ່ນບັນຫາສຳຄັນ ແລະ ເປັນບັນຫາຮີບດ່ວນ ແລະ ຍາວນານ ຍ້ອນໄດ້ສົ່ງຜົນສະທ້ອນເຖິງ ສຸຂະພາບຂອງປະຊາຊົນ.
ທ່ານ ຫງວຽນຍືຕຽບ ພ້ອມກັບຄະນະ ແລະ ນັກຊ່ຽວຊານຈາກໂຄງການ Safegro - ການາດາ ໄດ້ໄປຢ້ຽມຢາມບໍລິສັດການຄ້າຜະລິດຕະພັນກະເສດ ຟອງຖຸຍ - ເມືອງ ດຶກຈ້ອງ - ດ່າລາດ. ພາບ: ທຸຈາງ
“ການລະເມີດກົດລະບຽບກ່ຽວກັບຄຸນນະພາບ ແລະ ຄວາມປອດໄພດ້ານສະບຽງອາຫານໃນການເກັບຮັກສາ ອາຫານ, ການປຸງແຕ່ງ ແລະ ການປຸງແຕ່ງເບື້ອງຕົ້ນ ແມ່ນຍັງແຜ່ລາມ, ເຊິ່ງໄດ້ສົ່ງຜົນກະທົບຕໍ່ສຸຂະພາບ ຂອງປະຊາຊົນຢ່າງຮ້າຍແຮງ. ສາເຫດທີ່ພາໃຫ້ເກີດ ສະພາບການຂ້າງເທິງນັ້ນ ແມ່ນໂຮງງານຜະລິດ ແລະ ປຸງແຕ່ງສະບຽງອາຫານ ສ່ວນໃຫຍ່ແມ່ນມີຂະໜາດນ້ອຍ ແລະ ຕາມລະດູການ. ຄຽງຄູ່ກັບນັ້ນ, ຄວາມຮັບຮູ້ ແລະ ນິໄສການຜະລິດກະສິກຳຍັງຂາດເຂີນ, ນິໄສການນຳໃຊ້ ສະບຽງອາຫານບໍ່ໄດ້ຮັບການຮັບປະກັນ”, ທ່ານ ບຸ່ຍງອກກຸຍ ໃຫ້ຮູ້ຄືແນວນັ້ນ ແລະ ເວົ້າຕື່ມອີກວ່າ ແຕ່ຄວາມຮັບຮູ້ ແລະ ຄວາມຮັບຜິດຊອບຂອງຜູ້ຜະລິດ ຕໍ່ການຜະລິດ, ເຮັດທຸລະກິດ, ແລະ ຜູ້ບໍລິໂພກກ່ຽວກັບການຮັບປະກັນ ຄວາມປອດໄພດ້ານສະບຽງອາຫານແມ່ນ ຍັງຈໍາກັດ. ໂດຍສະເພາະແມ່ນບາງສະຖານທີ່ຜະລິດ, ປຸງແຕ່ງ ແລະ ການຄ້າສະບຽງອາຫານເພື່ອຫາກຳໄລ ໄດ້ສ້າງບັນດາຜະລິດຕະພັນທີ່ບໍ່ປອດໄພ. ຕ້ອງມີຍຸດທະສາດການສຶກສາ, ສື່ສານ, ວັດທະນະທຳຄວາມປອດໄພດ້ານສະບຽງອາຫານ.
ບໍລິສັດ ການຄ້າ ຜະລິດຕະພັນກະເສດ ຟອງຖຸຍ ຈຳກັດ - ເມືອງ ດຶກຈ້ອງ - ດ່າລາດ. ບໍລິສັດພວມໄດ້ຮັບການສະໜັບ ສະໜູນຈາກອົງການຄຸມຄອງ ຄຸນນະພາບ ເລີມດົ່ງ ຕາມດຳລັດ 98. ຂະໜາດການຜະລິດແມ່ນ 130 ເຮັກຕາ. ພາບ: ທຸຈາງ
ກ່ຽວກັບການສຶກສາ, ສື່ສານ, ວັດທະນະທຳຄວາມປອດໄພດ້ານສະບຽງອາຫານໃນການຜະລິດ ແລະ ດຳເນີນທຸລະກິດ, ທ່ານ ຫງວຽນຍືຕຽບ, ຫົວໜ້າກົມຄຸນະພາບ, ປຸງແຕ່ງ ແລະ ພັດທະນາຕະຫຼາດ ໄດ້ຍົກອອກບັນດາບັນຫາ ແລະ ປະຈຸບັນຍັງຂາດຍຸດທະສາດ, ຂະບວນການ ແລະ ບັນດາລາຍການສະເພາະກ່ຽວກັບ ການສຶກສາ ແລະ ການສື່ສານທີ່ກ່ຽວຂ້ອງກັບການສ້າງວັດທະນະທໍາຄວາມປອດໄພດ້ານສະບຽງອາຫານ. ບັນຫາການສຶກສາຄວາມປອດໄພດ້ານສະບຽງອາຫານໃນປະຈຸບັນຍັງບໍ່ທັນໄດ້ຮັບຄວາມເອົາໃຈໃສ່ຢ່າງຈິງຈັງ ແລະ ການສື່ສານດ້ານນະໂຍບາຍກ່ຽວກັບຄວາມປອດໄພດ້ານສະບຽງອາຫານຍັງອ່ອນແອ. ທ່ານ ຫງວຽນຍືຕຽວ ຍັງຊີ້ອອກວ່າ, ປະຈຸບັນບັນດາຂໍ້ກຳນົດ ແລະ ຂໍ້ແນະນຳກ່ຽວກັບການກໍ່ສ້າງວັດທະນະທຳຄວາມປອດໄພດ້ານສະບຽງອາຫານໃນທຸກຂັ້ນຍັງຂາດເຂີນ. ໃນນັ້ນ ລວມມີບັນດາອົງການຄຸ້ມຄອງ, ຄົວເຮືອນການຜະລິດ, ສະຫະກອນ, ວິສາຫະກິດ, ໂດຍສະເພາະແມ່ນ ວິສາຫະກິດ ຂະໜາດນ້ອຍ, ຈຸລະພາກ ແລະ ກາງ. ຄຽງຄູ່ນັ້ນ ແມ່ນຂາດແຫຼ່ງຊັບພະຍາກອນມະນຸດທີ່ມີຄວາມຮູ້ ແລະ ຄວາມສາມາດພິເສດໃນການສຶກສາ ແລະ ສື່ສານຕິດພັນກັບຄວາມປອດໄພດ້ານສະບຽງອາຫານ ຢູ່ບັນດາອົງການຄຸ້ມຄອງ, ອົງການການເມືອງ-ສັງຄົມ, ພາກສ່ວນຜະລິດ ແລະ ດຳເນີນທຸລະກິດ... ຜູ້ຕາງໜ້າບັນດາອົງການ, ຫົວໜ່ວຍ, ຜູ້ຊ່ຽວຊານໄດ້ຈັດຕັ້ງ ການຢ້ຽມຢາມຮູບແບບການຜະລິດຜັກ ຢູ່ວິສາຫະກິດ ແຫ່ງໜຶ່ງ ຢູ່ແຂວງ ເລີມດົ່ງ. ພາບ: ທຸຈາງ
ທີ່ກອງປະຊຸມສຳມະນາ, ຜູ້ຕາງໜ້າບັນດາອົງການ, ຂະແໜງການ ແລະ ວິສາຫະກິດຍັງໄດ້ສະເໜີບົດລາຍງານ ແລະ ປຶກສາຫາລືກ່ຽວກັບການສຶກສາ, ສື່ສານ, ວັດທະນະທຳ ຄວາມປອດໄພດ້ານສະບຽງອານຫານ ໃນການຜະລິດກະສິກຳ - ປ່າໄມ້ - ການປະມົງ ແລະ ດຳເນີນທຸລະກິດຢູ່ ຫວຽດນາມ. ຜູ້ຊ່ຽວຊານ ການາດາ ກໍ່ແບ່ງປັນບັນດາປະສົບການສາກົນ ກ່ຽວກັບການສຶກສາ, ສື່ສານ ແລະ ວັດທະນະທຳຄວາມປອດໄພດ້ານສະບຽງອາຫານ ເພື່ອປະກອບສ່ວນຍົກສູງຄຸນນະພາບການສຶກສາ, ຍົກສູງປະສິດທິຜົນການສຶກສາ ແລະ ສື່ສານຄວາມປອດໄພດ້ານສະບຽງອາຫານຢູ່ ຫວຽດນາມ.
ການປຸງແຕ່ງຜະລິດຕະພັນກະສິກຳເບື້ອງຕົ້ນ ຢູ່ບໍລິສັດຜະລິດຕະພັນກະສິກຳ ຟອງຖຸຍ - ເມືອງ ດຶກຈ້ອງ - ດ່າລາດ.ພາບ: ທຸຈາງ
ໂຄງການຄວາມປອດໄພດ້ານສະບຽງອາຫານເພື່ອການພັດທະນາ (SAFEGRO) ແມ່ນໄດ້ຮັບການສະໜັບສະໜູນຈາກລັດຖະບານ ການາດາ ດ້ວຍທຶນຊ່ວຍເຫຼືອລ້າ 15 ລ້ານໂດລາສະຫະລັດ. SAFEGRO ມຸ່ງໄປເຖິງບັນດາ ມາດຕະການແກ້ໄຂເພື່ອປັບປຸງການເຂົ້າເຖິງຂອງຊາວ ຫວຽດນາມ ໃນການເຂົ້າເຖິງບັນດາຜະລິດຕະພັນ ກະເສດທີ່ປອດໄພ, ລາຄາຖືກ ແລະ ມີຄວາມສາມາດ ແກ່ງແຍ້ງ, ຜ່ານນັ້ນຊ່ວຍປັບປຸງຊີວິດການເປັນຢູ່ຂອງຜູ້ບໍລິໂພກ ຫວຽດນາມ. SAFEGRO ຍັງສະໜັບສະໜູນການພັດທະນາ ແລະ ການບັງຄັບໃຊ້ກົດລະບຽບກ່ຽວກັບຄວາມປອດໄພດ້ານ ສະບຽງ ອາຫານ ທີ່ອີງໃສ່ວິທະຍາສາດ ແລະ ວິທີການ ເຂົ້າເຖິງທີ່ອີງໃສ່ ຄວາມສ່ຽງ, ພ້ອມກັນນັ້ນ ກໍ່ມຸ່ງໄປເຖິງ ການຍົກສູງຄວາມຮັບຮູ້ ດ້ານຄວາມປອດໄພດ້ານສະບຽງ ອາຫານ ໃຫ້ແກ່ຜູ້ບໍລິໂພກ ແລະ ຊຸກຍູ້ການປ່ຽນແປງ, ເພິ່ມທະວີຄວາມຕ້ອງການນຳໃຊ້ຜະລິດຕະພັນກະເສດ ປອດສານຜິດ, ລາຄາເໝາະສົມຢູ່ ຫວຽດນາມ.
ປະຕິບັດ: ຮວ່າງຮ່າ, ທຸຈາງ ແລະ ມິນເຮົ້າ