ຂ່າວສານ

ກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15 ສືບຕໍ່ເຮັດວຽກ

ໃນຮ່າງກົດໝາຍ, ລັດຖະບານໄດ້ສະເໜີເພີ່ມເຕີມຂໍ້ກຳກົດກ່ຽວກັບເປົ້າໝາຍພົນລະເມືອງທີ່ໄດ້ຈັດສົ່ງເຂົ້າຮ່ວມກຳລັງຮັກສາສັນຕິພາບຂອງສະຫະປະຊາຊາດ.
(ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ)

 ໂດຍສືບຕໍ່ກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15, ຕອນບ່າຍວັນທີ 14 ພຶດສະພາ, ຢູ່ ຮ່າໂນ້ຍ, ໂດຍໄດ້ຮັບການມອບສິດຈາກທ່ານນາຍົກລັດຖະມົນຕີ, ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ, ສະເໜີໃບສະເໜີຮ່າງກົດໝາຍວ່າດ້ວຍການເຂົ້າຮ່ວມກຳລັງຮັກສາສັນຕິພາບຂອງສະຫະປະຊາຊາດ.

        ໃນຮ່າງກົດໝາຍ, ລັດຖະບານໄດ້ສະເໜີເພີ່ມເຕີມຂໍ້ກຳກົດກ່ຽວກັບເປົ້າໝາຍພົນລະເມືອງທີ່ໄດ້ຈັດສົ່ງເຂົ້າຮ່ວມກຳລັງຮັກສາສັນຕິພາບຂອງສະຫະປະຊາຊາດ, ລວມມີ: ພະນັກງານ, ພາລະກອນ, ລັດຖະກອນ. ແຕ່ປີ 2014, ຫວຽດນາມ ໄດ້ຈັດສົ່ງພະນັກງານ, ນັກຮົບຂອງກະຊວງປ້ອງກັນປະເທດ ແລະ ກະຊວງຕຳຫຼວດກວ່າ 1.000 ເທື່ອຄົນໄປປະຕິບັດໜ້າທີ່ຮັກສາສັນຕິພາບສະຫະປະຊາຊາດ. ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຟານວັນຢາງ, ຢືນຢັນວ່າ:

        “ບັນດາກຳລັງເຂົ້າຮ່ວມການຮັກສາສັນຕິພາບຂອງ ຫວຽດນາມ ໄດ້ປະຕິບັດໜ້າທີ່ເປັນຢ່າງດີທີ່ສຸດ, ໄດ້ຮັບການການຕີລາຄາສູງຈາກສະຫະປະຊາຊາດ ແລະ ປະຊາຄົມສາກົນ. ເຂົ້າຮ່ວມກຳລັງຮັກສາສັນຕິພາບຂອງສະຫະປະຊາຊາດ ໄດ້ຊ່ວຍໃຫ້ ຫວຽດນາມ ເພີ່ມທະວີການເຊື່ອມໂຍງເຂົ້າກັບສາກົນ, ສະແດງໃຫ້ເຫັນວ່າ ຫວຽດນາມ ແມ່ນສະມາຊິກມີຄວາມຮັບຜິດຊອບໃນປະຊາຄົມສາກົນ, ຍົກສູງທີ່ຕັ້ງ, ອິດທິພົນຊື່ສຽງຂອງ ຫວຽດນາມ ບົນເວທີສາກົນ.”

        ຄາດວ່າ, ສະພາແຫ່ງຊາດຈະພິຈາລະນາຮັບຮອງເອົາກົດໝາຍວ່າດ້ວຍກຳລັງເຂົ້າຮ່ວມການຮັກສາສັນຕິພາບຂອງສະຫະປະຊາຊາດ ທີ່ກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15.

ກ່ອນໜ້ານັ້ນ, ຕອນເຊົ້າວັນດຽວກັນ, ບັນດາສະມາຊິກສະພາແຫ່ງຊາດໄດ້ປຶກສາຫາລືຢູ່ຫໍປະຊຸມກ່ຽວກັບຮ່າງມະຕິຂອງສະພາແຫ່ງຊາດ ສະບັບປັບປຸງ, ເພີ່ມເຕີມບາງຂໍ້ມາດຕາຂອງລັດຖະທຳມະນູນປີ 2013 (ຄັ້ງທີ 1) ແລະ ຮ່າງກົດໝາຍວ່າດ້ວຍການຈັດຕັ້ງອຳນາດການປົກຄອງທ້ອງຖິ່ນ (ສະບັບປັບປຸງ).


top