ຂ່າວສານ

ກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15 ມີຄວາມໝາຍປະຫວັດສາດ, ປະຕິບັດບາດກ້າວບຸກທະລຸກ່ຽວກັບລະບອບລະບຽບການ

ກອງປະຊຸມຄັ້ງນີ້ຈະດຳເນີນໄປເປັນເວລາ 37 ວັນ, ເພື່ອພິຈາລະຈາ, ປຶກສາຫາລື ແລະ ຕົກລົງໜ້າວຽກເປັນຈຳນວນຫຼາຍທີ່ສຸດໃນບັນດາສະໄໝປະຊຸມຂອງສະພາແຫ່ງຊາດ ນັບແຕ່ກ່ອນມາຮອດປະຈຸບັນ
  ກອງປະຊຸມຄັ້ງນີ້ຈະດຳເນີນໄປເປັນເວລາ 37 ວັນ (ພາບ: quochoi.vn)  

ກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15 ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 05 ພຶດສະພາ, ຢູ່ນະຄອນຫຼວງ ຮ່າໂນ້ຍ. ເຂົ້າຮ່ວມກອງປະຊຸມມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ, ບັນດາສະມາຊິກສະພາແຫ່ງຊາດ, ຜູ້ຕາງໜ້າບັນດາຄະນະທູຕານຸທູດ, ອົງການຈັດຕັ້ງສາກົນ.

ກອງປະຊຸມຄັ້ງນີ້ຈະດຳເນີນໄປເປັນເວລາ 37 ວັນ, ເພື່ອພິຈາລະຈາ, ປຶກສາຫາລື ແລະ ຕົກລົງໜ້າວຽກເປັນຈຳນວນຫຼາຍທີ່ສຸດໃນບັນດາສະໄໝປະຊຸມຂອງສະພາແຫ່ງຊາດ ນັບແຕ່ກ່ອນມາຮອດປະຈຸບັນ, ດ້ວຍບັນດາເນື້ອໃນສຳຄັນພິເສດໃນທຸກຂົງເຂດ: ສ້າງລັດຖະທຳມະນູນ - ກົດໝາຍ, ການຕິດຕາມກວດກາສູງສຸດ ແລະ ຕົກລົງບັນດາບັນຫາສຳຄັນຂອງປະເທດຊາດ.

ກ່າວຄຳເຫັນໄຂກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ, ໃຫ້ຮູ້ວ່າ:

“ກອງປະຊຸມເທື່ອທີ 9 ຈະພິຈາລະນາ, ຮັບຮອງເອົາມະຕິສະບັບປັບປຸງ, ເພີ່ມເຕີມບາງມາດຕາຂອງລັດຖະທຳມະນູນປີ 2013, ນີ້ແມ່ນໜ້າທີ່ມີລັກສະນະຍຸດທະສາດ ນັບທັງທາງດ້ານການເມືອງ ແລະ ນິຕິກຳ, ເພື່ອຫັນບັນດາແຜນນະໂຍບາຍໃຫຍ່ຂອງພັກເປັນລະບອບລະບຽບການຢ່າງທັນການ, ພິເສດແມ່ນການສັບຊ້ອນກົງຈັກລັດຕາມທິດ “ກະທັດລັດ, ມີປະສິດທິພາບ, ປະສິດທິຜົນ, ໃກ້ຊິດກັບປະຊາຊົນ, ຕິດແທດກັບສະພາບຕົວຈິງ”.

ກ່ຽວກັບເສດຖະກິດ - ສັງຄົມ, ງົບປະມານແຫ່ງລັດ, ທີ່ກອງປະຊຸມຄັ້ງນີ້, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ໃຫ້ຮູ້ວ່າ:

“ສະພາແຫ່ງຊາດຈະສະຫງວນເວລາເພື່ອພິຈາລະຈາບັນດາບົດລາຍງານສຳຄັນຂອງລັດຖະບານ, ສູ້ຊົນບັນລຸລະດັບເຕີບໂຕ 8% ໃນປີ 2025 ແລະ 2 ຕົວເລກໃນຊຸມປີຈະມາເຖິງ. ສະພາແຫ່ງຊາດກໍ່ຈະພິຈາລະນາ, ຮັບຮອງເອົາມະຕິກ່ຽວກັບການໂຮມຫົວໜ່ວຍປົກຄອງຂັ້ນແຂວງ; ຕົກລົງວັນເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 16 ແລະ ຜູ້ແທນສະພາປະຊາຊົນທຸກຂັ້ນ ອາຍຸການ 2026  2031. ກອງປະຊຸມເທື່ອທີ 9 ນີ້ກໍ່ແມ່ນກອງປະຊຸມທີ່ມີຄວາມໝາຍປະຫວັດສາດ, ປະຕິບັດການບຸກທະລຸດ້ານລະບອບລະບຽບການ”.

ພາຍຫຼັງກ່າວປາໄສໄຂກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ, ໂດຍຕາງໜ້າໃຫ້ລັດຖະບານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີບົດລາຍງານຕີລາຄາເພີ່ມເຕີມໝາກຜົນການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມປີ 2024, ສະພາບການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມໃນຊຸມເດືອນຕົ້ນປີ 2025.


top