ຕອນເຊົ້າວັນທີ 11 ທັນວາ, ສະພາແຫ່ງຊາດໄດ້ລົງມະຕິຮັບຮອງເອົາຮ່າງກົດໝາຍ, ມະຕິສຳຄັນຫຼາຍສະບັບ.
ທ່ານ ຫງວຽນແມ້ງຮຸ່ງ, ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ (ພາບ: VGP)
ໃນນັ້ນ, ສະມາຊິກສະພາແຫ່ງຊາດໄດ້ລົງມະຕິເຫັນດີເຫັນພ້ອມຮັບຮອງເອົາກົດໝາຍວ່າດ້ວຍການຫັນເປັນດີຈີຕອນ ຢ່າງເປັນທາງການ.
ໃນສະພາບການເສດຖະກິດດີຈີຕອນ ພວມກາຍເປັນກຳລັງໜູນຫຼັກແຫຼ່ງຂອງການເຕີບໂຕທົ່ວໂລກ, ເລື່ອງປະກາດໃຊ້ກົດໝາຍວ່າດ້ວຍການຫັນເປັນດີຈີຕອນ ມີຄວາມໝາຍສຳຄັນສຳລັບ ຫວຽດນາມ. ທ່ານ ຫງວຽນແມ້ງຮຸ່ງ, ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ, ຢືນຢັນວ່າ:
“ເປັນຄັ້ງທຳອິດ, ບັນດາຄຳນິຍາມສຳຄັນທີ່ສຸດຂອງການຫັນເປັນດີຈີຕອນ, ຄື: ການຫັນປ່ຽນພື້ນຖານໂຄງລ່າງເປັນດີຈີຕອນ, ຂໍ້ມູນດີຈີຕອນ, ລັດຖະບານດີຈີຕອນ, ເສດຖະກິດດີຈີຕອນ ແລະ ສັງຄົມດີຈີຕອນ… ໄດ້ກຳນົດຢ່າງເປັນທາງການໃນກົດໝາຍ. ກົດໝາຍກໍ່ປະກາດໃຊ້ໂຄງການຫັນເປັນດີຈີຕອນແຫ່ງຊາດຢ່າງເປັນທາງການ, ກອບຄຸ້ມຄອງຂໍ້ມູນ, ກອບກຳລັງຄວາມສາມາດດີຈີຕອນ.”
ແລະກໍ່ໃນຕອນເຊົ້າວັນດຽວກັນ, ສະພາແຫ່ງຊາດ ໄດ້ຮັບຮອງເອົາມະຕິກ່ຽວກັບແຜນນະໂຍບາຍການລົງທຶນໂຄງການກໍ່ສ້າງທ່າອາກາດສະຍານສາກົນ ຢາບິ່ງ, ແຂວງ ບັກນິງ; ມະຕິກ່ຽວກັບແຜນນະໂຍບາຍການລົງທຶນກໍ່ສ້າງເສັ້ນທາງຄວາມໄວສູງ ວິງ - ແທັງຖຸຍ.
ກ່ອນໜ້ານັ້ນ, ຕອນບ່າຍວັນທີ 10 ທັນວາ, ສະພາແຫ່ງຊາດ ໄດ້ຮັບຮອງເອົາວິໄສທັດຮອດປີ 2050 ຫວຽດນາມ ຈະກາຍເປັນປະເທດເຂັ້ມແຂງແຮງກ້າ, ຈະເລີນຮຸ່ງເຮືອງ, ຜາສຸກ; ປະເທດຊາດພັດທະນາ, ມີລາຍຮັບສູງ, ມີລະບອບລະບຽບການເສດຖະກິດການຕະຫຼາດ ຕາມການກຳນົດທິດສັງຄົມນິຍົມຢ່າງຄົບຖ້ວນ, ຄົບຊຸດ, ທັນສະໄໝ.