ຕອນເຊົ້າວັນທີ 12/2, ທີ່ຫໍປະຊຸມສະພາແຫ່ງຊາດ, ຮ່າໂນ້ຍ, ໄດ້ມີພິທີໄຂກອງປະຊຸມສະໄໝວິສາມັນຄັ້ງທີ 9, ສະພາແຫ່ງຊາດຊຸດທີ XV ຢ່າງເປັນທາງການ. ພິທີໄຂໄດ້ຖ່າຍທອດສົດທາງສະຖານີວິທະຍຸກະຈາຍສຽງຫວຽດນາມ ແລະ ສະຖານີໂທລະພາບ ຫວຽດນາມ.
ກ່ອນໜ້ານັ້ນ, ສະພາແຫ່ງຊາດໄດ້ຈັດກອງປະຊຸມລ່ວງໜ້າ, ຮັບຟັງເນື້ອໃນຕ່າງໆ: ທ່ານ ເລກວາງຕຸ່ງ, ກຳມະການຄະນະປະຈຳສະພາແຫ່ງຊາດ, ເລຂາທິການໃຫຍ່ສະພາແຫ່ງຊາດ - ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ໄດ້ລາຍງານການຮັບຟັງ, ອະທິບາຍ, ປັບປຸງແກ້ໄຂຮ່າງກຳນົດການປະຊຸມສະໄໝວິສາມັນຄັ້ງທີ 9, ສະພາແຫ່ງຊາດຊຸດທີ XV; ຈາກນັ້ນ, ສະພາແຫ່ງຊາດໄດ້ປຶກສາຫາລື ແລະ ລົງຄະແນນສຽງຮັບຮອງເອົາກຳນົດການປະຊຸມສະໄໝວິສາມັນຄັ້ງທີ 9, ສະພາແຫ່ງຊາດຊຸດທີ XV.
ປະທານສະພາແຫ່ງຊາດ ເຈີ່ນແທງເໝີ໊ນ ກ່າວຄຳເປີດກອງປະຊຸມ. (ພາບ: ຢວ໊ານເຕິ໋ນ/VNA)
ຕາມລາຍການ, ແຕ່ວັນທີ 12 – 19 ກຸມພາ, ສະພາແຫ່ງຊາດຈະພິຈາລະນາ, ຮັບຮອງເອົາຮ່າງກົດໝາຍ ແລະ ມະຕິຫຼາຍສະບັບ ເພື່ອປະຕິບັດການສັບຊ້ອນກົງຈັກຂອງສະພາແຫ່ງຊາດ, ລັດຖະບານ ອາຍຸການສະພາແຫ່ງຊາດຊຸດທີ XV. ກໍ່ທີ່ກອງປະຊຸມຄັ້ງນີ້, ສະພາແຫ່ງຊາດຈະດຳເນີນເນື້ອໃນຈຳນວນໜຶ່ງກ່ຽວກັບວຽກງານບຸກຄະລາກອນຂຶ້ນກັບສິດອຳນາດ.
ໃນຕອນບ່າຍ, ສະພາແຫ່ງຊາດຮັບຟັງການສະເໜີ ແລະ ບົດລາຍງານການສຳຫຼວດຕີລາຄາກ່ຽວກັບຮ່າງກົດໝາຍວ່າດ້ວຍການຈັດຕັ້ງລັດຖະບານ (ສະບັບປັບປຸງ); ການສະເໜີ ແລະ ບົດລາຍງານສຳຫຼວດຕີລາຄາຮ່າງກົດໝາຍວ່າດ້ວຍການຈັດຕັ້ງອຳນາດການປົກຄອງທ້ອງຖິ່ນ (ສະບັບປັບປຸງ); ການສະເໜີ ແລະ ບົດລາຍງານສຳຫຼວດຕີລາຄາຮ່າງມະຕິຂອງສະພາແຫ່ງຊາດ ກຳນົດກ່ຽວກັບການແກ້ໄຂບາງບັນຫາກ່ຽວຂ້ອງເຖິງການສັບຊ້ອມກົງຈັກລັດ.
ກອງປະຊຸມສະໄໝວິສາມັນຄັ້ງທີ 9, ສະພາແຫ່ງຊາດຊຸດທີ XV. (ພາບ: ຟ້າມກຽນ/VNA)
ບັນດາຮ່າງກົດໝາຍສະບັບປັບປຸງ ແລະ ມະຕິ ເພື່ອແນໃສ່ສ້າງພື້ນຖານດ້ານນິຕິກຳໃຫ້ແກ່ການປ່ຽນແປງໃໝ່, ສັບຊ້ອນກົງຈັກບໍລິຫານຂອງລັດໃຫ້ມີປະສິດທິພາບ, ມີປະສິດທິຜົນ, ຍູ້ແຮງການຈັດແບ່ງຂັ້ນ, ຈັດແບ່ງສິດ, ຊຸກຍູ້ລັດຖະບານແຫ່ງການສ້າງສາ, ພັດທະນາ ຕອບສະໜອງຄວາມຮຽກຮ້ອງໃນການສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມ ຫວຽດນາມ ໃຫ້ສົມບູນແບບ.
ກອງປະຊຸມສະໄໝວິສາມັນຄັ້ງທີ 9, ສະພາແຫ່ງຊາດຊຸດທີ XV ຄາດວ່າຈະອັດລົງໃນວັນທີ 19 ກຸມພາ 2025.