ຂ່າວສານ

ກອງປະຊຸມສະຫຼຸບ 1 ປີແຫ່ງການເຄື່ອນໄຫວຮູບແບບຈັດຕັ້ງສັງລວມຂອງລະບົບການເມືອງ ແລະ ຮູບແບບອຳນາດການປົກຄອງ 3 ຂັ້ນ

ກອງປະຊຸມຈັດຂຶ້ນແບບເຊິ່ງໜ້າຢູ່ຫໍປະຊຸມ ຢຽນຮົ່ງ, ສຳນັກງານສະພາແຫ່ງຊາດ, ເຊື່ອມຕໍ່ກັບ 3.651 ຈຸດຢູ່ບັນດາກະຊວງ, ຄະນະ, ຂະແໜງການ, ໝູ່ຄະນະສູນກາງ ແລະ ສຳນັກງານຂອງບັນດາແຂວງ, ນະຄອນ, ສຳນັກງານຕາແສງ
ກອງປະຊຸມສະຫຼຸບ 1 ປີແຫ່ງການເຄື່ອນໄຫວຮູບແບບຈັດຕັ້ງສັງລວມຂອງລະບົບການເມືອງ ແລະ ຮູບແບບອຳນາດການປົກຄອງ 3 ຂັ້ນ. ພາບ: VNA

ຕອນ​ເຊົ້າ​ວັນ​ທີ 01 ກໍ​ລ​ະ​ກົດ, ຢູ່ ຮ່າ​ໂນ້ຍ, ກົມ​ການ​ເມືອງ​ໄດ້​ຈັດກອງ​ປະ​ຊຸມ​ສະ​ຫຼຸບ 1 ປີ​ແຫ່ງ​ການ​ເຄື່ອນ​ໄຫວ​ຮູບແບບ​ຈັດ​ຕັ້ງ​ສັງ​ລ​ວມ​ຂອງ​ລະ​ບົບ​ການ​ເມືອງ ແລະ ຮູບ​ແບບ​ອຳ​ນາດ​ການ​ປົກ​ຄອງ 3 ຂັ້​ນ. ກອງ​ປະ​ຊຸມ​ຈັດ​ຂຶ້​ນ​ແບບ​ເຊ​ິ່ງ​​ໜ້າ​ຢູ່ຫໍ​ປະ​ຊຸມ ຢຽນ​ຮົ່ງ, ສຳ​ນັກ​ງານ​ສະ​ພາ​ແຫ່ງ​ຊາດ, ເຊື່ອມ​ຕໍ່​ກັບ 3.651 ຈຸດ​ຢູ່​ບັນ​ດາ​ກະ​ຊວງ, ​ຄະ​ນະ, ຂະ​ແໜງ​ການ, ໝູ່​ຄະ​ນະ​ສູນ​ກາງ ແລະ ສຳ​ນັກ​ງານ​ຂອງ​ບັນ​ດາ​ແຂວງ, ນະ​ຄອນ​, ສຳ​ນັກ​ງານ​ຕາ​ແສງ, ເຂດ​ພິ​ເສດ​ໃນ​ທົ່ວ​ປະ​ເທດ ດ້ວຍ​ການ​ເຂົ້າ​ຮ່ວ​ມ​ຂອງ​ຜູ້​ແທນ 557.000 ທ່ານ​. ​ໂດຍເຂົ້າ​ຮ່ວມ ແລະ ເປັນ​ປະ​ທານກອງ​ປະ​ຊຸມ, ມີ​: ​ທ່ານ ໂຕ​ເລິມ, ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ, ບັນ​ດາ​ກຳ​ມະ​ການກົມ​ການ​ເມືອງ; ທ່ານ ເລ​ມິນ​ຮຶງ, ນາ​ຍົກ​ລັດ​ຖະ​ມົນ​ຕີ, ທ່ານ ເຈິ່ນ​ແທັງ​ເໝີ້ນ, ປ​ະ​ທານ​ສະ​ພາ​ແຫ່ງ​ຊາດ, ທ່ານ ເຈິ່ນ​ເກິມ​ຕູ, ຜູ້​ປະ​ຈຳ​ກາ​ນ​ຄະ​ນະ​ເລ​ຂາ​ທິ​ການ​ສູນ​ກາງ​ພັກ; ທ່ານ ຫງວຽນ​ຢຸຍງ​ອັກ, ເລ​ຂາ​​ທິ​ການສູນ​ກາງ​ພັກ, ຫົວ​ໜ້າ​ຄະ​ນະ​ຈັດ​ຕັ້ງ​ສູນ​ກາງ, ຫົວ​ໜ້າ​ຄະ​ນະ​ຊີ້​ນຳ​ການ​ສະ​ຫຼຸບ.

ທີ່ກອງ​ປ​ະ​ຊຸມ, ທ່ານ ຫງວຽນ​ຢຸຍງ​ອັກ​, ກຳ​ມະ​ການ​ກົມ​ການ​ເມືອງ, ເລ​ຂາ​ສູນ​ກາງ​ພັກ, ຫົວ​ໜ້າ​ຄະ​ນະ​ຊີ້​ນຳ​ການ​ສະ​ຫຼຸບ, ໄດ້​ສະ​ເໜີ​ບົດ​ລາຍ​ງານ (ໂດຍ​ຫຍໍ້) ສະ​ຫຼຸບ 1 ປີ​ແຫ່ງ​ການ​ເຄື່ອນ​ໄຫວ​ຮູບ​ແບບ​ຈັດ​ຕັ້ງ​ສັງ​ລວມ​ຂອງ​ລະ​ບົບ​ການ​ເມືອງ, ຮູບ​ແບບ​ອຳ​ນາດ​ການ​ປົກ​ຄອງ 3 ຂັ້ນ; ຮັບ​ຊົມ​ຮູບ​ເງົາ​ສາ​ລະ​ຄະ​ດີ; ຮັບ​ຟັງ​ບັນ​ດາ​ບົດ​ປະ​ກອບ​ຄວາມ​ເຫັນ. ທ່ານ​ຫົວ​ໜ້າ​ຄະ​ນະ​ຈັດ​ຕັ້ງ​ສູນ​ກາງ ຫງວຽນ​ຢຸຍງ​ອັກ ຕີ​ລາ​ຄາ​ສູງ​ການ​ປະ​ຕິ​ວັດ​​ສັບ​ຊ້ອນກົງ​ຈັກ​ຂອງ​ລະ​ບົບ​ການ​ເມືອງ​ບັນ​ລຸ​ໄດ້​ໝາກ​ຜົນ​ບຸກ​ທະ​ລຸ ແລະ ໄດ້​ຮັບ​​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ສູງ​ຈາກ​ພະ​ນັກ​ງາ​ນ, ສະ​ມາ​ຊິກ​ພັກ, ປະ​ຊາ​ຊົນ, ຫາງ​ສ​ຽງ​ສາ​ກົນ​ຕີ​ລາ​ຄາ​ສູງ.

ກ່າວ​ຄຳ​ເຫັນ​ຊີ້​ນຳ​ກອງ​ປະ​ຊຸມ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຢືນ​ຢັນ​ລັກ​ສະ​ນະ​ຖື​ຕ້ອງ​ຂອງ​ແຜນ​ນະ​ໂຍ​ບາຍ​ປ່ຽນ​ແປງ​ໃໝ່, ການສັບ​ຊ້ອນກົງ​ຈັກ​ຂອງ​ລະ​ບົບ​ການ​ເມືອງ. ໜ້າ​ທີ່​ຕໍ່​ໄປ​ແມ່ນ​ຫັນ​ຈຸດ​ສຸມ​ໄປ​ສູ່​ການ​ຍົກ​ສູງ​ຄຸນ​ນະ​ພາບ​ການ​ເຄື່ອນ​ໄຫວ, ກຳ​ລັງ​ຮັບ​ໃຊ້ ແລະ ກຳ​ລັງ​ສ້າງ​ສັນ​ພັດ​ທະ​ນາ​ຂອ​ງ​ກົນ​ຈັກ​ໃໝ່.

“ສືບ​ຕໍ່​ສ້າງ​ລະ​ບອບ​ລະ​ບຽບ​ການ​ດ້ານ​ກົດ​ໝາຍ ແລະ ​ການ​ຈັດ​ຕັ້ງ​​ກົງ​ຈັກຂອງລະບອບ​ການ​ເມືອງໃຫ້​ສົມ​ບູນ​ແບບ. ເລື່ອງ​ປັບ​ປຸງ​ກົດ​ໝາຍ​ຕ້ອງ​ເລີ່ມ​ມາ​ຈາກ​ຈຸດ​ອຸດ​ຕັນ​ຕົວ​ຈິງ. ສືບ​ຕໍ່​ປ່ຽນ​ແປງ​ໃໝ່​ວິ​ທີ​ການ​ນຳ​ພາຂອງ​ພັກ ຕໍ່​ກັບ​ລະ​ບົບ​ການ​ເມືອງ ແລະ ສັງ​ຄົມ. ສ້າງ​ຮູບ​ແບບ​ການຈັດ​ຕັ້ງ ແລະ ກົງ​ຈັກ​ການ​ເຄື່ອນ​ໄຫວ​ຂອງ​ອຳ​ນາດ​ການ​ປົກ​ຄອງ 2 ຂັ້ນ​ໃຫ້​ສົມ​ບູນ​ແບບ. ຂັ້ນ​ແຂວງ​ຕ້ອງ​ສຸມ​ໃສ່​ບົດ​ບາດ​ຍຸດ​ທະ​ສາດ, ການວາງ​ແຜນ​ຜັງ, ການຈັດທຳບໍ​ລິ​ຫານ… ຂັ້ນ​ຕາ​ແສງ​ຕ້ອງໄດ້​ຈັດຕັ້ງຄື​ແນວ​ໜ້າ​ຂອງ​ການ​ຄຸ້ມ​ຄອງ​ບໍລິຫານພາກ​ລັດ: ຮັບ​ເອົາ, ແກ້​ໄຂ ແລະ ມີ​ຄຳ​ຕອບ​ຕໍ່​ຄວາມ​ຕ້ອງ​ການ​ຂອງ​ປະ​ຊາ​ຊົນ, ວິ​ສາ​ຫ​ະ​ກິດ​ຢ່າງ​ທັນ​ການ”.


top