ຂ່າວສານ

ກອງປະຊຸມສະມາຊິກສະພາແຫ່ງຊາດສະເພາະກິດປຶກສາຫາລືກ່ຽວກັບ ກົດໝາຍວ່່າດ້ວຍການສຶກສາ (ສະບັບປັບປຸງ)

      ວັນທີ 04 ເມສາ, ທີ່ສໍານັກງານສະພາແຫ່ງຊາດ, ຄະນະປະຈໍາສະພາແຫ່ງຊາດຫວຽດນາມ ໄດ້ຈັດຕັ້ງກອງປະຊຸມ ສະມາຊິກສະພາແຫ່ງຊາດເຄື່ອນໄຫວວຽກງານສະເພາະກິດ ເພື່ອປຶກສາຫາລື, ປະກອບຄໍາເຫັນໃສ່  3 ຮ່າງກົດໝາຍ.

ທ່ານຮອງປະທານສະພາແຫ່ງຊາດ ອວງຈູລືວ ກ່າວຄໍາເຫັນໄຂກອງປະຊຸມ (ພາບ: quochoi.vn) 
      ວັນທີ 04 ເມສາ, ທີ່ສໍານັກງານສະພາແຫ່ງຊາດ, ຄະນະປະຈໍາສະພາແຫ່ງຊາດຫວຽດນາມ ໄດ້ຈັດຕັ້ງກອງປະຊຸມ ສະມາຊິກສະພາແຫ່ງຊາດເຄື່ອນໄຫວວຽກງານສະເພາະກິດ ເພື່ອປຶກສາຫາລື, ປະກອບຄໍາເຫັນໃສ່  3 ຮ່າງກົດໝາຍ ເພື່ອສະເໜີຕໍ່ສະພາແຫ່ງຊາດພິຈາລະນາ, ຮັບຮອງເອົາ ຢູ່ ກອງປະຊຸມຄັ້ງທີ 7 ເຊິ່ງລວມມີ: ຮ່າງກົດໝາຍວ່າດ້ວຍການສຶກສາ (ສະບັບປັບປຸງ); ຮ່າງກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ (ສະບັບປັບປຸງ); ຮ່າງກົດໝາຍປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການລົງທຶນພາກລັດ.
        ໃນຕອນເຊົ້າວັນທີ 04 ເມສາ, ບັນດາສະມາຊິກສະພາແຫ່ງຊາດ ໄດ້ປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍການສຶກສາ (ສະບັບປັບປຸງ) ກ່ຽວກັບບັນດາເນື້ອໃນສ້າງຫຼັກສູດ, ຊຸດປື້ມຕໍາລາຮຽນລວມໃຫ້ທົ່ວປະເທດຈໍານວນໜຶ່ງ, ພ້ອມທັງປະກອບ ຄໍາເຫັນໃສ່ການເສັງຈົບຊັ້ນມັດທະຍົມຕອນປາຍອີກດ້ວຍ.
 (ແຫຼ່ງຄັດຈາກ VOV)


top