ຂ່າວສານ

ກອງປະຊຸມສະມັດຊາໃຫຍ່ສປຊຄັ້ງທີ 73: ບັນດາໝາກຜົນພົ້ນເດັ່ນຂອງວາລະປຶກສາຫາລືຮ່ວມຂັ້ນສູງ

      ວັນທີ 01 ຕຸລາ, ທ່ານນາງ Maria Fernanda Espinosa Garces, ປະທານກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ ໄດ້ປະກາດອັດວາລະປຶກສາຫາລືຮ່ວມຂັ້ນສູງຂອງສະມັດຊາໃຫຍ່ຄັ້ງທີ 73, ໂດຍຢືນຢັນວ່າ

 ທ່ານນາງ Maria Fernanda Espinosa Garces, ປະທານກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ
(ພາບປະກອບ: THX/TTXVN)
      ກອງປະຊຸມໄດ້ສິ້ນສຸດລົງໃນບັນຍາກາດອັນປະເອີບໃຈ, ສ້າງທ່າສະດວກເພື່ອໃຫ້ສະມັດຊາໃຫຍ່ສະຫະປະຊາຊາດຄັ້ງທີ 73 ປະຕິບັດບັນດາໂຄງການດຳເນີນງານຂອງຕົນໃນປີຈະມາເຖິງ.
        ໃນສູນທອນພົດອັດກອງປະຊຸມ, ທ່ານນາງປະທານກອງປະຊຸມສະມັດຊາໃຫຍ່ ໄດ້ລວບລວມບັນດາໝາກຜົນພົ້ນເດັ່ນທີ່ກອງປະຊຸມຫາກໍ່ອັດລົງຄື: ຄວາມຮັບຮູ້ຂອງທົ່ວໂລກສຳລັບບົດບາດຂອງສະຫະປະຊາຊາດ ແລະ ຄວາມສຳຄັນຂອງລັດທິຫຼາຍຝ່າຍ, ຜູ້ຕາງໜ້າບັນດາປະເທດສະມາຊິກໄດ້ແບ່ງປັນກ່ຽວກັບວິໄສທັດ ແລະ ບົດຮຽນກ່ຽວກັບບັນດາບັນຫາທີ່ມີຄວາມສົນໃຈລວມ…
        ນອກນັ້ນ, ທ່ານນາງ Garces ກໍ່ເຕື້ອງເຖິງບັນດາໝາກຜົນທີ່ມີຄວາມໝາຍຍຸດທະສາດຂອງສັບປະດາຂັ້ນສູງຄື: 2 ຖະແຫຼງການດ້ານການເມືອງກ່ຽວກັບພະຍາດວັນນະໂລກ ແລະ ພະຍາດບໍ່ຕິດແປດ, ຄວາມຄືບໜ້າໃນການລົງມາມ ແລະ ໃຫ້ສັດຕະຍາບັນສັນຍາເກືອດຫ້າມອາວຸດນິວເຄຼຍ…
 (ແຫຼ່ງຄັດຈາກ VOV)


top