ເຫດການໂດຍສະຖານທູດຫວຽດນາມ ປະຈຳລາວ ສົມທົບກັບສະມາຄົມວິສາຫະກິດຫວຽດນາມ ຮ່ວມມື, ລົງທຶນ, ດຳເນີນທຸລະກິດຢູ່ລາວ ຈັດຕັ້ງ, ດ້ວຍການເຂົ້າຮ່ວມຂອງວິສາຫະກິດກວ່າ 100 ແຫ່ງ.
(ກອງປະຊຸມວິສາຫະກິດຫວຽດນາມ ຮ່ວມມື, ລົງທຶນ, ດຳເນີນທຸລະກິດຢູ່ລາວ)
ວັນທີ 22 ພະຈິກ, ຢູ່ນະຄອນຫຼວງວຽງຈັນ, ລາວ ໄດ້ຈັດກອງປະຊຸມວິສາຫະກິດຫວຽດນາມ ຮ່ວມມື, ລົງທຶນ, ດຳເນີນທຸລະກິດຢູ່ລາວ ປີ 2020. ເຫດການໂດຍສະຖານທູດຫວຽດນາມ ປະຈຳລາວ ສົມທົບກັບສະມາຄົມວິສາຫະກິດຫວຽດນາມ ຮ່ວມມື, ລົງທຶນ, ດຳເນີນທຸລະກິດຢູ່ລາວ ຈັດຕັ້ງ, ດ້ວຍການເຂົ້າຮ່ວມຂອງວິສາຫະກິດກວ່າ 100 ແຫ່ງ.
ທີ່ກອງປະຊຸມ, ບັນດາບົດປະກອບຄຳເຫັນປະກອບຂອງຜູ້ແທນທີ່ຕາງໜ້າໃຫ້ບັນດາວິສາຫະກິດໄດ້ຕີລາຄາສູງການໜູນຊ່ວຍຂອງລັດຖະບານລາວ ທີ່ສະຫງວນໃຫ້ແກ່ບັນດາວິສາຫະກິດຫວຽດນາມ ທີ່ລົງທຶນ, ດຳເນີນທຸລະກິດຢູ່ລາວ. ບັນດາວິສາຫະກິດຖືວ່າ, ເພື່ອໃຫ້ການຮ່ວມມືເໝາະສົມກັບສາຍພົວພັນລະຫວ່າງຫວຽດນາມ - ລາວ ນັ້ນ, ລັດຖະບານ 2 ປະເທດຄວນມີບັນດາການໜູນຊ່ວຍທາງດ້ານລະບຽບລະບອບການ, ນະໂຍບາຍຊ່ວຍໃຫ້ວິສາຫະກິດເຄື່ອນໄຫວໃຫ້ນັບມື້ນັບມີປະສິດທິຜົນກວ່າ, ຊ່ວຍໃຫ້ເສດຖະກິດລາວ ພັດທະນາ.
ປະຈຸບັນ, ຫວຽດນາມ ພວມຢືນອັນດັບທີ 3 ໃນຈຳນວນບັນດາປະເທດ ແລະ ເຂດແຄ້ວນທີ່ມີເງິນລົງທຶນໂດຍກົງຈາກຕ່າງປະເທດເຂົ້າລາວ, ດ້ວຍໂຄງການລົງທຶນກວ່າ 400 ໂຄງການ ແລະ ຈຳນວນເງິນລົງທຶນປະມານ 4,2 ຕື້ USD.
(ແຫຼ່ງຄັດຈາກ VOV)