ຂ່າວສານ

ກອງປະຊຸມວິທະຍາສາດສາກົນກ່ຽວກັບທະເລຕາເວັນອອກຄັ້ງທີ 18: ການແກ່ງແຍ້ງ, ເຊື່ອມຕໍ່ ແລະ ຮ່ວມມື

ກອງປະຊຸມວິທະຍາສາດສາກົນກ່ຽວກັບທະເລຕາເວັນອອກຄັ້ງທີ 18 ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 07 ຕຸລາ, ຢູ່ຮ່າໂນ້ຍ. ກອງປະຊຸມໄດ້ຈັດຂຶ້ນເປັນ 2 ວັນດ້ວຍຫົວຂໍ້ແມ່ນ "ການແກ່ງແຍ້ງ, ເຊື່ອມຕໍ່ ແລະ ຮ່ວມມື: ທະເລຕາເວັນອອກ ແລະ ລະບຽບຮຽບຮ້ອຍທາງທະເລຢູ່ພາກພື້ນ".
  ທີ່ກອງ​ປະ​ຊຸມ (ພາບ: VNA)  

ດ້ວຍການເຂົ້າຮ່ວມຂອງຜູ້ແທນກວ່າ 300 ຄົນທີ່​ມາຈາກກວ່າ 30 ປະເທດ ແລະ ເຂດແຄວ້ນ, ກອງປະຊຸມສຳ​ມະ​ນາໄດ້ສຸມໃສ່​ເຮັດແຈ້ງ​ບັນ​ດາບັນຫາການ​ແກ່ງ​ແຍ້ງ, ເຊື່ອມຕໍ່ ແລະ ຮ່ວມມື, ດ້ວຍບັນ​ດາ​ວາ​ລະສົນທະນາກ່ຽວກັບ​ສະ​ພາບຍຸດ​ທະ​ສາດຢູ່​ທະ​ເລ​ຕາ​ເວັນ​ອອກ. ໃນນັ້ນ, ທັດສະນະທີ່ໄດ້ຮັບຄວາມເຫັນດີເຫັນ​ພ້ອມ​ຫຼາຍ​ທີ່​ສຸດ​ຈາກ​ບັນ​ດາຜູ້ແທນເຂົ້າ​ຮ່ວມແມ່ນ ສັນຕິພາບ ແລະ ຄວາມວັດ​ທະ​ນາ​ຖາ​ວອນ​ຢ່າງ​ຍາວ​ນານ​ຢູ່​ທະ​ເລ​ຕາ​ເວັນ​ອອກ ບໍ່ສາມາດອີງໃສ່ສິ່ງໃດ​ໝົດນອກຈາກ​ການ​ເຄົາ​ລົບ​ກົດໝາຍ. ທ່ານນາງ ຫງວຽນທິຮວ່າງ​ເວີນ, ຮອງລັດຖະມົນຕີ​ກະ​ຊວງ​ການຕ່າງປະເທດ ຫວຽດ​ນາມ, ໄດ້ແບ່ງປັນທັດສະນະວ່າ:

"​ບັນ​ດາ​ຂໍ​ກຳ​ນົດກົດລະບຽບ​ພຽງ​ແຕ່ມີຄຸນຄ່າທີ່ສຸດຂະ​ນະ​ທີ່​ໄດ້ສະ​ແດງ​​ໃຫ້​ເຫັນຜ່ານການ​ກະ​ທຳ​ໃນຕົວຈິງ. ການເຄົາລົບກົດໝາຍສາກົນຕ້ອງໄປ​ຄຽງ​ຄູ່​ກັບຄວາມລະ​ງັບ​ໃຈ. ສິດ​ຜົນ​ປະ​ໂຫຍດຕ້ອງ​ໄປ​ພ້ອມ​ກັບ​ໜ້າ​ທີ່ຄວາມຮັບຜິດ​ຊອບ. ແລະ ຄວາມບໍ່ລົງ​ລອຍ​ກັນຕ້ອງໄດ້ຮັບການຄຸ້ມຄອງ​ຕາມ​ວິ​ທີ​ຫຼຸດ​ຜ່ອນ​ຄວາມ​​ເຂົ້າ​ໃຈຜິດ ແລະ ​ສະ​ກັດ​ກັ້ນ​ສະ​ພາບ​ເພີ່ມ​ຂຶ້ນ. ສະນັ້ນ, ການສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ແລະ ການຫຼຸດຜ່ອນຄວາມສ່ຽງຈຶ່ງຕ້ອງໄດ້ຮັບຄວາມສົນໃຈຫຼາຍຂຶ້ນ."


top