ຂ່າວສານ

ກອງປະຊຸມລະດັບຊາດ ກ່ຽວກັບບັນຫານິຕິກໍາ ໃນສະພາບການປະຕິວັດອຸດສາຫະກໍາ 4.0

      ຕອນບ່າຍວັນທີ 24 ມິຖຸນາ ຢູ່ຮ່າໂນ້ຍ ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມກອງປະຊຸມສໍາມະນາວິທະຍາສາດລະດັບຊາດ ການປະຕິວັດອຸດສາຫະກໍາຄັ້ງທີ ແລະ ບັນດານິຕິກໍາທີ່ວາງອອກ ໃຫ້ແກ່ການສ້າງລະບົບກົດໝາຍຫວຽດນາມ ໃຫ້ສົມບູນແບບ”.

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ທີ່ກອງປະຊຸມ (ພາບ: TTXVN)
      ກ່າວຄໍາເຫັນທີ່ກອງປະຊຸມສໍາມະນາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຖືວ່າ ຫວຽດນາມພວມຢືນຢູ່ຕໍ່ໜ້າກາລະໂອກາດທີ່ດີ ຖ້າຫາກນໍາໃຊ້ເຕັກໂນໂລຢີ ຂອງການປະຕິວັດອຸດສາຫະກໍາ 4.0 ຢ່າງມີປະສິດທິຜົນ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຢັ້ງຢຶນວ່າ:
        “ສິ່ງທີ່ສໍາຄັນອີກອັນໜຶ່ງແມ່ນຈິນຕະນາການສ້າງນະໂຍບາຍກົດໝາຍໃນການ ປະຕິວັດອຸດສາຫະກໍາ 4.0. ແກ້ໄຂບັນດາບັນຫາໃໝ່ໆ ແມ່ນຕ້ອງການມີມາດຕະການເລື່ອນກາຍຈິນຕະນາການ ທີ່ເຄີຍປະຕິບັດ. ຢາກຊຸກຍູ້ການປ່ຽນແປງໃໝ່ປະດິດຄິດສ້າງນັ້ນ, ນະໂຍບາຍກົນໄກນີ້ເອງ ກໍຕ້ອງເອື້ອອໍານວຍຄວາມສະດວກ. ຄວນສະໜັບສະໜູນທາງດ້ານຫຼັກການໃຫ້ແກ່ການຜັນຂະຫຍາຍບັນດາຮູບແບບດໍາເນີນທຸລະກິດໃໝ່. ບໍ່ຍ້ອນເຫດຜົນທີ່ບໍ່ສາມາດຄຸ້ມຄອງໄດ້ກ່ຽວກັບເຕັກໂນໂລຢີທີ່ພາໄປເຖິງການກີດຂວາງການນໍາໃຊ້ເຕັກໂນໂລຢີໃໝ່ ຕ້ອງຍົກສູງຄວາມສາມາດຄຸ້ມຄອງ ແລະ ໄປທັນກັບການຫັນປ່ຽນຢ່າງວ່ອງໄວໃນສະພາບການໃໝ່”.
 (ແຫຼ່ງຄັດຈາກ VOV)




top