ຂ່າວສານ

ກອງປະຊຸມຊຸກຍູ້ການສົ່ງອອກໃຫ້ບັນລຸເປົ້າໝາຍເຕີບໂຕ 2 ຕົວເລກ

ສຸມໃສ່ແກ້ໄຂບັນດາຂໍ້ຕິດຂັດກ່ຽວກັບແຫຼ່ງກຳລັງການຜະລິດ ແລະ ພັດທະນາແຕ່ລະຂະແໜງສິນຄ້າ; ຍົກສູງກຳລັງຄວາມສາມາດຕອບສະໜອງມາດຕະຖານ, ມາດຖານການກຳນົດດ້ານເຕັກນິກ
(ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຟ້າມຢາຕຸກ, ກ່າວຄຳເຫັນຊີ້ນຳກອງປະຊຸມ)

ປີ 2026, ສະ​ພາບ​ການ​ໂລກ, ພາກ​ພື້ນ​ມີ​ການ​ຜັນ​ແປ​ຢ່າງວ່ອງ​ໄວ, ​ສັບ​ສົນ, ຍາກ​ທີ່​ຈະ​ຄາດ​ຄະ​ເນ​ໄດ້, ແຕ່ ຫວຽດ​ນາມ ຍັງ​ຢືດ​ໝັ້ນ​ກັບ​ເປົ້າ​ໝາຍ​ສູ້​ຊົນ​ບັນ​ລຸ​ລະ​ດັບ​ເຕີບ​ໂຕ GDP ປີ 2026 ​ແຕ່ 10% ຂຶ້​ນ​ໄປ. ນັ້ນ​ແມ່ນ​ຄຳ​ຢືນ​ຢັນ​ຂອງ​ທ່ານ ຟ້າມ​ຢາ​ຕຸກ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຜູ້​ປະ​ຈຳ​ການ​ລັດ​ຖະ​ບານ ຫວຽດ​ນາມ ທີ່ “ກອງ​ປະ​ຊຸມຊ​ຸກ​ຍູ້​ການ​ສົ່ງ​ອອກ​ໃຫ້​ບັນ​ລຸ​ເປົ້າ​ໝາຍ​ເຕີບ​ໂຕ 2 ຕົວ​ເລກ” ​ເຊິ່ງຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 25 ມິ​ຖຸ​ນາ, ຢູ່ ຮ່າ​ໂນ້ຍ.

ກ່າວ​ຄຳ​ເຫັນ​ຊີ້​ນຳ​ກອງ​ປະ​ຊຸມ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີຜູ້​ປະ​ຈຳ​ການ​ລັດ​ຖະ​ບານ ຟ້າມ​ຢາ​ຕຸກ ສະ​ເໜີ​ໃຫ້ກະ​ຊວງ​ອຸດ​ສາ​ຫະ​ກຳ​ກາ​ນ​ຄ້າ ຫວຽດ​ນາມ ເປັນ​​ປະ​ທານ, ສົມ​ທົບ​ກັບ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ທ້ອ​ງ​ຖິ່ນ ສ້າງແບບ​ວິ​ທີ​ການ​ບໍ​ລິ​ຫານ, ມາດ​ຕະ​ການ​ແກ້​ໄຂ​ທີ່​ເໝາະ​ສົມ​ຕາມ​ຄວາມ​ຮຽກ​ຮ້ອງ​ການ​ຄຸ້​ມ​ຄອງ​ຂອງ​ລັດ​ຜ່ານ​ແຕ່​ລະ​ສະ​ໄໝ​ຢ່າງ​ທັນ​ການ; ພ້ອມ​ກັນ​ນັ້ນ ກໍ່ສຸມ​ໃສ່​ບັນ​ດາ​ບັນ​ຫາ​ຈຸດ​ສຸມ: ສ​ຸມ​ໃສ່​ແກ້​ໄຂ​ບັນ​ດາ​ຂໍ້​ຕິດ​ຂັດ​ກ່ຽວ​ກັບ​ແຫຼ່ງ​ກຳ​ລັງ​ການ​ຜະ​ລິດ ແລະ ພັດ​ທະ​ນາ​ແຕ່​ລະ​ຂະ​ແໜງ​ສິນ​ຄ້າ; ຍົກ​ສູງ​ກຳ​ລັງ​ຄວາ​ມ​ສາ​ມາດ​ຕອບ​ສະ​ໜອງ​ມາດ​ຕະ​ຖານ, ​ມາດ​ຖານ​ການກຳ​ນົດ​ດ້ານ​ເຕັກ​ນິກ, ​ການ​ຄົ້ນຫາ​ຕົ້ນ​ກຳ​ເນີດ ແລະ ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ; ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ດ້ານ​ການ​ເງິນ, logistics ແລະ ພື້ນ​ຖານ​ໂຄງ​ການ​ໜູນ​ຊ່ວຍ​ການ​ສົ່ງ​ອອກ…

“ພັດ​ທະ​ນາ​ການ​ຜະ​ລິດ​ແມ່ນ​ຂົງ​ເຂດ​ທີ່​ພວກ​ເຮົ​າ​ຕ້ອງ​ສຸມ​ໃສ່​ໃນ​ໄລ​ຍະ​ຈະ​ມາ​ເຖິງ. ການ​ຜະ​ລິດມີ​​ຄວາມ​ເປັນ​ປົກ​ກະ​ຕິ​ພວກ​ເຮົາ​ຈຶ່ງ​ສົ່ງ​ອອກ​ໄດ້. ພວກ​ເຮົາ​ຍັງ​ຕ້ອງ​ຮ່ວມ​ມື​ກັບ​ບັນ​ດາ​ວິ​ສາ​ຫະ​ກິດ FDI, ອຸດ​ສາ​ຫະ​ກຳ​ຂອງ​ພວກ​ເຮົາ​ແມ່ນ​ຜະ​ລິດ​ສຳ​ຮອງ​, ອຸດ​ສາ​ຫະ​ກຳ​​ສະ​ໜັບ​ສະ​ໜູນເປັນ​ຕົ້ນ ​ແມ່ນຍາກ​ທີ່​ຈະ​ບັນ​ລຸ​ລະ​ດັບເຕີບ​ໂຕ​ໃນ​ການ​ສົ່ງ​ອອກ ແລະ ເປັນ​ເຈົ້າ​ຕົນ​ເອງ​ໄດ້. ສະ​ນັ້ນ, ຄວາມ​ຮຽກ​ຮ້ອງ​ຂອງ​ກະ​ຊວງ​ອຸດ​ສາ​ຫະ​ກຳ​ການ​ຄ້າ​​ມາ​ຮອດນີ້​ອາດ​​ຕ້ອງ​ຄົ້ນ​ຄວ້າ, ລາຍ​ງານ​ຕໍ່​​ຂັ້ນ​ທີ່​ມີສິດ​ອຳ​ນາດ​ກ່ຽວ​ກັບ​ການກໍ່​ສ້າງ, ຍູ້​ແຮງ​​ເລື່ອງ​ເປັນ​ເຈົ້າ​ການ​ໃນ​ການ​ສົ່ງ​ອອກຮອ​ດ​ປີ 2030 ວິ​ໄສ​ທັດ​ຮອດ​ປີ 2045”.


top