ຕອນເຊົ້າວັນທີ 22 ເມສາ, ກອງປະຊຸມຄັ້ງທີ 44 ຂອງຄະນະປະຈຳສະພາແຫ່ງຊາດ ໄດ້ໃຫ້ຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍຂໍ້ຕົກລົງສາກົນ
ກອງປະຊຸມຄັ້ງທີ 44 ຂອງຄະນະປະຈຳສະພາແຫ່ງຊາດ
ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ເນັ້ນໜັກວ່າ ການສ້າງກົດໝາຍວ່າດ້ວຍຂໍ້ຕົກລົງສາກົນ ແມ່ນເພື່ອແນໃສ່ສ້າງບັນດາຂໍ້ກຳນົດຂອງກົດໝາຍປະຈຸບັນ ກ່ຽວກັບການລົງນາມ, ປະຕິບັດບັນດາເອກະສານຮ່ວມມືສາກົນ ທີ່ບໍ່ແມ່ນສົນທິສັນຍາສາກົນ, ຮັບປະກັນຄວາມເປັນເອກະພາບຂອງລະບົບກົດໝາຍ, ກຳນົດແຈ້ງສິດອຳນາດ, ຄວາມຮັບຜິດຊອບຂອງຂະແໜງການ, ຂັ້ນຕ່າງໆຈາກສູນກາງລົງຮອດທ້ອງຖິ່ນໃນວຽກງານປະຕິບັດຂໍ້ຕົກລົງສາກົນ
ແລະ ກໍໃນຕອນເຊົ້າວັນດຽວກັນ , ຄະນະປະຈຳສະພາແຫ່ງຊາດ ໄດ້ຮັບຟັງການລາຍງານຂອງລັດຖະບານກ່ຽວກັບໝາກຜົນການປະຕິບັດການປະຢັດ ຕ້ານການຟູມເຟືອຍປີ 2019 .
(ແຫຼ່ງຄັດຈາກ VOV)