ຂ່າວສານ

ກອງປະຊຸມການທູດຄັ້ງທີ 33: ວາລະປະຊຸມຄົບຄະນະກ່ຽວກັບການທູດພັກ ແລະ ການທູດປະຊາຊົນ

ທ່ານຜູ້ປະຈຳການຄະນະເລຂາ ເຈິ່ນເກີມຕູ ຮຽກຮ້ອງໃຫ້ຂະແໜງການທູດ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ງ, ອົງການຈັດຕັ້ງສັງຄົມ, ອົງການຈັດຕັ້ງປະຊາຊົນ, ມະຫາຊົນໂດຍພັກ, ລັດມອບໝາຍໜ້າທີ່ ສືບຕໍ່ຍົກສູງຄວາມຮັບຮູ້ກ່ຽວກັບທີ່ຕັ້ງ, ບົດບາດຂອງການທູດພັກ, ການທູດປະຊາຊົນ
  ທີ່ວາລະປະຊຸມ (ພາບ: VNA)  

ໃນ​ຂອບ​ເຂດກອງ​ປະ​ຊຸມ​ການ​ທູດ​ຄັ້ງ​ທີ 33, ຕອນ​ເຊົ້າ​ວັນ​ທີ 05 ສິງ​ຫາ, ຢູ່ ຮ່າ​ໂນ້ຍ, ທ່ານ ເຈິ່ນ​ເກິມ​ຕູ, ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​ສູນ​ກາງ​ພັກ ໄດ້​ເຂົ້າ​ຮ່ວມ ແລະ ກ່າວ​ຄຳ​ເຫັນ​ຊີ້​ນຳ​ທີ່​ວາ​ລະ​ປະ​ຊຸມ​ຄົບ​ຄະ​ນະ​ກ່ຽວ​ກັບ​ການ​ທູດ​ພັກ ແລະ ການ​ທູດ​ປະ​ຊາ​ຊົນ. ວາ​ລະ​ປະ​ຊຸມ​ໄດ້​ເຊື່ອມ​ຕໍ່​ທາງ​ໄກ​ກັບ 34 ແຂວງ, ນະ​ຄອນ ແລະ ບັນ​ດາ​ອົງ​ການ​ຜູ້​ຕາງ​ໜ້າ ຫວຽດ​ນາມ ປະ​ຈຳ​ຕ່າງ​ປະ​ເທດ.

ກ່າວ​ຄ​ຳ​ເຫັນ​ທີ່​ວາ​ລະ​ປະ​ຊຸມ, ທ່ານຜູ້​ປະ​ຈຳ​ການຄະ​ນ​ະ​ເລ​ຂາ ເຈິ່ນ​ເກີມ​ຕູ ຮຽກ​ຮ້ອງ​ໃຫ້​ຂະ​ແໜງ​ການ​ທູດ, ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ງ, ອົງ​ການ​ຈັດ​ຕັ້ງ​ສັງ​ຄົມ, ອົງ​ການ​ຈັດ​ຕັ້ງ​ປະ​ຊາ​ຊົນ, ມະ​ຫາ​ຊົນ​ໂດຍ​ພັກ, ລັດ​ມອບ​ໝາຍ​ໜ້າ​ທີ່ ສືບ​ຕໍ່​ຍົກ​ສ​ູງ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ທີ່​ຕັ້ງ, ບົດ​ບາດ​ຂອງ​ການ​ທູດ​ພັກ, ການ​ທູດ​ປະ​ຊາ​ຊົນ ແລະ ຄວາມ​ສຳ​ຄັນ​ຂອງ​ການ​ສົ​ມ​ທົບ​ກັນ, ຜັນ​ຂະ​ຫຍາຍ 3 ເສົາ​ຄ້ຳ​ການ​ທູດ​ຢ່າງ​ຄົບ​ຊຸດ: ການ​ທູດ​ພັກ, ການ​ທູດ​ລັດ ແລະ ການ​ທູດ​ປະ​ຊາ​ຊົນ.

“ຕ້ອງສຸມ​ໃສ່​ປັບ​ປຸງ ແລະ ເຮັດ​ໃຫ້​ການ​ພົວ​ພັນ​ກັບ​ບັນ​ດາ​ພັກ​ການ​ເມືອງ​ໃຫ້​ເລິກ​ເຊິ່ງກວ່າ, ໂດຍ​ສະ​ເພາະ​ແມ່ນ​ບັນ​ດາ​ພັກ​ກຳ​ອຳ​ນາດ​ຢູ່​ບັນ​ດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ, ພັກ​ສວມ​ບົດ​ບາດ, ທີ່​ຕັ້ງ​ຢູ່​ບັນ​ດາ​ປະ​ເທດ​ໃຫຍ່, ບັນ​ດາ​ປະ​ເທດ​ທີ່ ຫວຽດ​ນາມ ໄດ້​ສ້າງ​ຕັ້ງ​ຂອບ​ເຂດ​ການ​ພົວ​ພັນ, ເປີດກວ້າງ​ການ​ພົວ​ພັນ​ຊ່ອງ​ພັກ, ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ດ້ານ​ການ​ເມືອງ​ໃນ​ເວ​ທີ​ການ​ເມືອງ​ບັນ​ດາ​ປະ​ເທດ ໃນ​ການ​ພົວ​ພັນ​ກັບ ຫວຽດ​ນາມ”.


top