ຂ່າວສານ

ກອງທັບ ອາເມລິກາ ຖະແຫຼງໄດ້ທຳລາຍກຳປັ່ນຂົນສົ່ງນ້ຳມັນຂອງ ອີຣານ 3 ລຳຢູ່ເຂດອ່າວ ໂອມານ

ເຂດອ່າວ ໂອມານ ແມ່ນເຂດທະເລທີ່ຢູ່ຕິດກັບອ່າວ ເປີເຊຍ, ໄດ້ເຊື່ອມຕໍ່ກັນຜ່ານຊ່ອງແຄບທະເລ Hormuz ຍຸດທະສາດ.
  (ພາບ​ປ​ະ​ກອບ: ຊິນຮົວ/VNA)  

ວັນທີ 05 ກັນຍາ, ກອງທັບ ອາ​ເມ​ລິ​ກາ ແຈ້ງວ່າ ໄດ້ໂຈມຕີ ແລະ ທຳລາຍ​ກຳ​ປັ່ນ​ຂົນ​ສົ່ງນ້ຳມັນ 3 ລຳ ທີ່ມີ​ການ​ຕິດ​ຕໍ່ພົວພັນກັບບັນ​ດາກຳລັງພິທັກຮັກສາປະຕິວັດອິດສະລາມ ອີຣານ (IRGC) ພາຍຫຼັງ​ອົງ​ການທະຫານ ອີຣານ ໄດ້ຍິງໃສ່ກຳ​ປັ່ນສູ້ຮົບຂອງ ອາ​ເມ​ລິ​ກາ.

ຖະແຫຼງການຈາກກອງບັນຊາການສູນກາງສະຫະລັດ (CENTCOM) ຊີ້​ແຈ້ງວ່າ: “​ພາຍຫຼັງການ​ບຸກໂຈມຕີຂອງ ອີຣານ ຖື​ກ​ປະ​ລາ​ໄຊ​ນັ້ນ, CENTCOM ໄດ້ທຳລາຍ​​ບັນ​ດາກຳ​ປັ່ນ​ຂົນ​ສົ່ງນ້ຳມັນດິບ M/T Downy ຂອງ IRGC ແລະ ເຮືອກຳ​ປັ່ນ​ຂົນສົ່ງ​ນ້ຳມັນດິບເປົ່າ M/T Kylo… ໃນອ່າວ ໂອມານ.” ເຂດອ່າວ ໂອມານ ແມ່ນເຂດ​ທະ​ເລທີ່ຢູ່ຕິດກັບອ່າວ ເປີເຊຍ, ໄດ້ເຊື່ອມຕໍ່ກັນ​ຜ່ານຊ່ອງແຄບ​ທະ​ເລ Hormuz ຍຸດທະສາດ.

ກ່ອນໜ້ານັ້ນ​ໃນ​ວັນ​ດຽວ​ກັນ, ​ສຳ​ນັກຂ່າວ​ສານ Tasnim ເຄິ່ງທາງການ ໄດ້​ໃຫ້​ຂ່າວວ່າ ​ມີ​ກຳ​ປັ່ນ​ຂົນ​ສົ່ງນ້ຳມັນຂອງ ອີຣານ ໄດ້ກາຍ​ເປັນເປົ້າໝາຍ​ບຸກ​ໂຈມ​ຕີລູກສອນໄຟຂອງ ອາ​ເມິ​ລ​ກາ ໃນເຊົ້າວັນ​ທີ 05 ກັນ​ຍາ ຢູ່ຫ່າງ​ຈາກເກາະ Kharg (ພາກໃຕ້ຂອງ ອີຣານ) ປະມານ 10 ກິໂລແມັດ.


top