ຂ່າວສານ

ກວາງ​ນິງ ເລີ່ມ​ລົງ​ມືກໍ່​ສ້າງ, ເປີດ​ສະຫຼອງ 31 ໂຄງ​ການ​ຈຸດ​ສຸມ, ສ້າງ​ໂສມ​ໜ້າ​ພັດ​ທະ​ນາ​ໃໝ່

ພ້ອມກັບຫຼາຍກິດຈະກຳ, ໂຄງການທີ່ມີຂອບຂະໜາດໃຫ່ຍໃນທົ່ວປະເທດໄດ້ຮັບການເລີ່ມລົງມືກໍ່ສ້າງ, ເປີດສະຫຼອງ ຂ່ຳນັບຊົມເຊີຍກອງປະຊຸມໃຫ່ຍຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກ, ຕອນເຊົ້າວັນທີ 19 ທັນວາ, ແຂວງ ກວາງນິງ ໄດ້ພ້ອມກັນ ເລີ່ມລົງມືກໍ່ສ້າງ, ເປີດສະຫຼອງ 31 ໂຄງການ, ກິດຈະກຳຈຸດສຸມ.
  ພິທີເລີ່ງລົງມືກໍ່ສ້າງເຂດການບໍລິການທ່ອງທ່ຽວປະສົມລະດັບສູງ ເວິໂດ່ນ(ພາບ: baodautu.vn)  

ບັນດາໂຄງການພົນເດັ່ນໄດ້ຜັນຂະຫຍາຍໃນໂອກາດນີ້ແມ່ນຂຶ້ນກັບບັນດາຂົງເຂດສາທາລະນະສຸກ, ການສຶກສາ, ເຮືອນຢູ່ສັງຄົມ, ພື້ນຖານໂຄງລ່າງຄົມມະນາຄົມ, ການບໍລິການທ່ອງທ່ຽວ, ການພັກຜ່ອນບຳລຸງສຸຂະພາບ ແລະ ບັນເທິງລະດັບສູງ ດ້ວຍຍອດຈຳນວນເງິນລົງທຶນກ່ວາ 390.000 ຕື້ດົ່ງ. ໃນນັ້ນ, ໜຶ່ງໃນບັນດາກິດຈະກຳຈຸດສຸມແມ່ນໂຄງການກໍ່ສ້າງເຂດການບໍລິການທ່ອງທ່ຽວປະສົມລະດັບສູງ ເວິໂດ່ນ ທີ່ມີເນື້ອທີ່ປະມານ 244 ເຮັກຕາ, ດ້ວຍຍອດຈຳນວນເງິນລົງທຶນປະມານ 2 ຕື້ USD; ເຂດປະສົມການທ່ອງທ່ຽວ, ພັກຜ່ອນບຳລຸງສຸຂະພາບ ແລະ ບັນເທິງ Crystal Holidays Harbour ເວີນໂດ່ນ ດ້ວຍຫ້ອງນອນໂຮມແຮມ, ເຮືອນທ່ອງທ່ຽວມາດຖານ 5 ດາວສາກົນເກືອບ 1000 ຫ້ອງ. ສຳລັບ ປຊຊ ເຂດທະເລເກາະ ເວິນໂດ່ນ, ແຕ່ລະໂຄງການມື້ນີ້ ບໍ່ພຽງແຕ່ແມ່ນກິດຈະກຳໃໝ່ເທົ່ານັ້ນ, ຫາກຍັງແມ່ນຄວາມເຊື່ອໝັ້ນຕໍ່ອະນາຄົດ, ແມ່ນໂອກາດມີວຽກເຮັດງານທຳ, ທຳມາຫາກິນ ແລະ ການປ່ຽນແປງຂອງບ້ານເກີດເມືອງນອນອີກດ້ວຍ:

  ພວກຂ້າພະເຈົ້າມີຄວາມພາກພູມໃຈທີ່ສຸດຍ້ອນການພັດທະນາຂອງເຂດພິເສດ ເວີນໂດ່ນ. ກ່ອນນີ້ ຢູ່ນີ້ແມ່ນບ່ອນມີແຕ່ຂີ້ຕົ້ມ, ບໍ່ເຄີຍຄິດວ່າຢູ່ ເວິນໂດ່ນ ຈະມີສະຫນາມບິນ, ແລ້ວກໍ່ມີບັນດາໂຄງການໃຫ່ຍໂຕແບບນີ້.

   ບັນດາໂຄງການໄດ້ເລີ່ມລົງມືກໍ່ສ້າງຈະສ້າງໂສມໜ້າໃໝ່ໃຫ້ແກ່ເຂສດ ເວິນໂດ່ນ, ສ້າງລາຍຮັບຕື່ມອີກ, ສ້າງວຽກເຮັດງານທຳໃຫ້ແກ່ ປຊຊ ແລະ ຊຸກຍູ້ເສດຖະກິດຂອງເຂດນີ້ພັດທະນາກ່ວາອີກ.


top