ຂ່າວສານ

ກວາງນິງ ຮີບເຮັ່ງຟື້ນຟູຜົນຮ້າຍຢ້ອນຫຼັງຈາກພາຍຸ Maysak

ບໍລິສັດໄຟຟ້າ ກວາງນິງ ໄດ້ຟື້ນຟູການສະໜອງໄຟຟ້າຄືນໃໝ່ໃນຕອນເຊົ້າ 05 ກໍລະກົດ.
  (ພາບປະກອບ: VNA)  

ຍ້ອນ​ຜົນ​ສະ​ທ້ອນ​ຈາກ​ພາ​ຍຸ Maysak, ຕອນ​ຄ່ຳ​ວັນ​ທີ 04 ກໍ​ລະ​ກົດ, ບາງ​ເຂດ​ຢູ່​ແຂວງ ກວາງ​ນິງ ເກີດ​ຝົນ​ຕົ​ກ​ໜັກ, ລົມ​ແຮງ, ເຮັດ​ໃຫ້​ຊັບ​ສິນ​ຖືກ​ເພ​ເປ່ ແລະ ສົ່ງ​ຜົນ​ສະ​ທ້ອນ​ເຖິງ​ລະ​ບົບ​ກະ​ຈາຍ​ໄຟ​ຟ້າ. ວັນ​ທີ 05 ກໍ​ລະ​ກົດ, ບັນ​ດາ​ກຳ​ລັງ​ທີ່​ມີ​ໜ້າ​ທີ່ ແລະ ອຳ​ນາດ​ການ​ປົກ​ຄອງ​ພວມ​ຮີບ​ເຮັ່ງ​ຜັນ​ຂະ​ຫຍາຍ​ບັນ​ດາ​ແຜນ​ກາ​ນ​ຮັບ​ມື, ແກ​້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ, ນຳ​ການ​ດຳ​ລົງ​ຊີ​ວິດ​ຂອງ​ປະ​ຊາ​ຊົນ​ໃຫ້​ກັບ​ຄືນ​ສູ່​ເປັນ​ປົກ​ກະ​ຕິ​ໂດຍ​ໄວ.

ຢູ່​ເຂດພິ​ເສດ ໂກ​ໂຕ, ຍ້ອນ​ຜົນ​ສະ​ທ້ອນ​ຈາກ​ພາ​ຍຸ ເຮັດ​ໃຫ້​ໄຟ​ຟ້າດັບ​ທົ່ວ​ບໍ​ລິ​ເວນ​​ນັບ​ແຕ່​ເວ​ລາ 19 ໂມງ​ຂອງວັນ​ທີ 04 ກໍ​ລະ​ກົດ. ບໍ​ລິ​ສັດ​ໄຟ​ຟ້າ ກວາງ​ນິງ ໄດ້​ຟື້ນ​ຟູການ​ສະ​ໜອງ​ໄຟ​ຟ້າ​ຄືນ​ໃໝ່​ໃນ​ຕອນ​ເຊົ້າ 05 ກໍ​ລ​ະ​ກົດ. ບັນ​ດາ​ແຫ່ງ​ອື່ນ​ຂອງ ກວາງ​ນິງ ກໍ່​ລະ​ດົມ​ກຳ​ລັງ​ຢ່າງ​ສຸດ​ຂີດ​ເພື່ອ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ພາ​ຍຸ, ຮັບ​ປະ​ກັນ​ການ​ສັນ​ຈອນ​ໄປ​ມາ ແລ​ະ ໜູນ​ຊ່ວຍ​ປະ​ຊາ​ຊົນ.

ກ່ອນ​ໜ້ານັ້ນ, ໃນ​ເວ​ລາ​ປະ​ມານ 22 ໂມງ ຕອນ​ຄ່ຳ​ວັນ​ທີ 04 ກໍ​ລະ​ກົດ, ຢູ່​ເຂດ​ທ່າ​ກຳ​ປັ່ນ ຫວ້ານ​ນິງ, ກຳ​ລັງ​ທີ່​ມີ​ໜ້າ​ທີ່​ໄດ້​ກູ້​ໄພ​ກູ້​ຊີບ​ຢ່າງ​ທັນ​ການ ແລະ ນຳ​ເອົາ​ລູກ​ເຮືອ 11 ຄົນ​ຢູ່​ກຳ​ປັ່ນຫາປາ 6 ລຳທີ່​ຖືກ​ຜົນ​ສະ​ທ້ອນ​ຈາກ​ພາ​ຍຸ​ເຂົ້າ​ົປຍັງເຂດຫຼົບໄພ​ດ້​ວຍ​ຄວາມ​ປອດ​ໄພ​ຢູ່​ຕາ​ແສງ ມ້ອງ​ກາຍ 2.


top