ຂ່າວສານ

ກວາງນິງ ປະກາດບັນດາການວາງແຜນຜັງຍຸດທະສາດ

ນີ້ແມ່ນພື້ນຖານນິຕິກຳສຳຄັນເພື່ອໃຫ້ແຂວງ ກວາງນິງ ຈັດການຈັດແບ່ງເຂດພັດທະນາ, ເລີ່ມລຸລ່ວງແຫຼ່ງກຳລັງໃຫ້ແກ່ແຂວງ.
  ແຂວງ ກວາງນິງ ໄດ້ມອບຂໍ້ຕົກລົງເຫັນດີແຜນນະໂຍບາຍລົງທຶນ (ພາບ: VNA  

ນ​ທີ 30 ມິ​ຖຸ​ນາ, ແຂວງ ກວາງ​ນິງ ໄດ້​ຈັດ​ກອງ​ປ​ະ​ຊຸມ​ປະ​ກາດ​ບັນ​ດາ​ການ​ວາງ​ແຜນ​ຜັງ​ຍຸດ​ທະ​ສາດ​ຂອງ​ແຂວງ, ລວມ​ມີ: ການ​ດັດ​ປັບ​ການ​ວາງ​ແຜນ​ຜັງ​ແຂວງ ກວາງ​ນິງ ໄລ​ຍະ 2021 – 2030, ວິ​ໄສ​ທັດ​ຮອດ​ປີ 2050; ການ​ວາງ​ແຜ​ນ​ຜັງ​ລວມ​ແຂວງ ກວາງ​ນິງ ​ຮອດ​ປີ 2050, ວິ​ໄສ​ທັດ​ຮອດ​ປີ 2075; ຂໍ້​ຕົກ​ລົງ​ຮັບ​ຮ​ອງ​ເອົ​າ​ແຂ​ວງ ກວາ​ງ​ນິງ ບັນ​ລຸ​ມາດ​ຖານ​ຕົວ​ເມືອງ​ປະເພດ 1; ການ​ວາງ​ແຜນ​ຜັງ​ເຂດ​ເສດ​ຖະ​ກິດ​ແຄມ​ທະ​ເລ, ທ່າ​​ອາ​ກາດສະຍານ​ສາ​ກົນ…

ນີ້​ແມ່ນ​ພື້ນ​ຖານ​ນິ​ຕິ​ກຳ​ສຳ​ຄັນ​ເພື່ອ​ໃຫ້​ແຂ​ວງ ກວາງ​ນິງ ຈັດ​ການ​ຈັດ​ແບ່ງ​ເຂດ​ພັດ​ທະ​ນາ, ເລີ່ມລຸລ່ວງ​ແຫຼ່ງ​ກຳ​ລັງ​ໃຫ້​ແກ່​ແຂວງ. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ ບຸຍ​ວັນ​ຄັງ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ກວາງ​ນິງ ໃຫ​້​ຮູ້​ວ່າ:

“ແຂວງ ກວາງ​ນິງ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຈັດ​ຕັ້​ງ​ການ​ປະ​ຕິ​ບັດ​ບັນ​ດາ​ການ​ວາງ​ແຜນ​ຜັງ​ຢ່າງ​ຄົບ​ຊຸດ, ເດັດ​ດ່ຽວ ແລະ ມີ​ປະ​ສິດ​ທິ​ຜົນ, ຫັນ​ບັນ​ດາ​ລາຍ​ການ, ແຜນ​ການ, ໂຄງ​ການ ແລະ ສ້າງ​ບັນ​ດາ​ກົນ​ໄກ​ນະ​ໂຍ​ບາຍ​ບຸກ​ທະ​ລຸ, ແຕກ​ຕ່າງໃຫ້ເປັນລະອຽດຢ່າງວ່ອງ​ໄວ ເພື່ອ​ລະ​ດົມ​ບັນ​ດາ​ນັກ​ລົງ​ທຶນ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ລົງ​ທຶນ​ເຂົ້າ​ແຂວງ​ຢ່າງ​ແຮງ. ສືບ​ຕໍ່​ປະ​ຕິ​ຮູບ​ລະ​ບຽບ​ການ​ບໍ​ລິ​ຫານ, ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ, ດຳ​ເນີນ​ທຸ​ລະ​ກິດ, ຊຸກ​ຍູ້​ການ​ຫັນ​ເປັນ​ດ​ີ​ຈີ​ຕອນ, ນະ​ວັດ​ຕະ​ກຳ, ເປີດກວ້າງ​ການ​ເຄື່ອນ​ໄຫວ​ພົວ​ພັນ​ກັບ​ຕ່າງ​ປະ​ເທດ ເພື່ອ​ສ້າງ​ພື້ນ​ຖານ​ໃຫ້​ແກ່​ການ​ພັດ​ທະ​ນາ​ຢ່າງວ່ອງ​ໄວ ແລະ ຍືນ​ຍົງ”.

ທີ່ກອງ​ປ​ະ​ຊຸມ, ແຂວງ ກວາງ​ນິງ ໄດ້​ມອບ​ຂໍ້​ຕົກ​ລົງ​ເຫັນ​ດີ​ແຜນ​ນະ​ໂຍ​ບາຍ​ລົງ​ທຶນ, ໃບ​ຢັ້ງ​ຢືນ​ຈົດ​ທະ​ບຽນ​ລົງ​ທຶນ​ໃຫ້​ແກ່ 18 ໂຄງ​ການ ດ້ວຍຍອດ​ຈຳ​ນວນ​ເງິນ​ເກືອບ 45.000 ຕື້​ດົ່ງ (ປະ​ມານ 1,7 ຕື້ USD).


top