ໃນໄລຍະຈະມາເຖິງ, ບັນດາຫົວໜ່ວຍ, ທ້ອງຖິ່ນຕ້ອງຮີບເຮັ່ງກວດກາຄືນໜ້າທີ່ຕ້ານການຂຸດຄົ້ນ IUU ທີ່ໄດ້ຮັບມອບໝາຍຢ່າງຮອບດ້ານດ້ວຍຕົນເອງ
(ກຳລັງທີ່ມີໜ້າທີ່ກວດກາກຳປັ່ນປາຫາ)
ຕອນເຊົ້າວັນທີ 26 ກຸມພາ, ຄະນະບັນຊາການທະຫານຊາຍແດນແຂວງ ກວາງຈິ ໄດ້ຈັດກອງປະຊຸມຕີລາຄາໝາກຜົນການປະຕິບັດໜ້າທີ່ຕ້ານການຫາປາແບບຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມຂໍ້ກຳນົດ (IUU) ປີ 2025, ວາງອອກທິດທາງ, ມາດຕະການແກ້ໄຂປີ 2026.
ກ່າວຄຳເຫັນຊີ້ນຳທີ່ກອງປະຊຸມ, ທ່ານ ເລວັນບາວ, ຮອງປະທານຄະນະກຳມະການປະຊາຊົນແຂວງ ກວາງຈິ ເນັ້ນໜັກວ່າ ໃນໄລຍະຈະມາເຖິງ, ບັນດາຫົວໜ່ວຍ, ທ້ອງຖິ່ນຕ້ອງຮີບເຮັ່ງກວດກາຄືນໜ້າທີ່ຕ້ານການຂຸດຄົ້ນ IUU ທີ່ໄດ້ຮັບມອບໝາຍຢ່າງຮອບດ້ານດ້ວຍຕົນເອງ, ກະກຽມສຳເນົາເອກະສານເພື່ອພິສູດໃຫ້ຄະນະກວດກາຂອງຄະນະກຳມະການເອີລົບ (ອີຊີ) ເຫັນການປະຕິບັດການຕ້ານການຂຸດຄົ້ນ IUU ແມ່ນສັດຊື່, ພາວະວິໄສ ແລະ ມີການຫັນປ່ຽນຢ່າງຕັ້ງໜ້າ, ສະແດງໃຫ້ເຫັນໄດ້ຄວາມມານະພະຍາຍາມໃນການຕ້ານການຂຸດຄົ້ນ IUU.
ຄະນະບັນຊາການທະຫານປ້ອງກັນຊາຍແດນແຂວງ ສືບຕໍ່ປະຕິບັດການຕິດຕາມກວດກາຢ່າງມີປະສິດທິຜົນ, ຮັບປະກັນໃຫ້ກຳປັ່ນຫາປາທີ່ອອກຈາກທ່າເຮືອ 100% ຕ້ອງມີເງື່ອນໄຂຢ່າງຄົບຖ້ວນຕາມຂໍ້ກຳນົດ, ເດັດດ່ຽວບໍ່ປະໃຫ້ກຳປັ່ນຫາປາທີ່ລະເມີດອອກທ່າເຮືອໄປຫາສິນທະເລ.
ກອງບັນຊາການທະຫານແຂວງ, ຄະນະບັນຊາການທະຫານຊາຍແດນແຂວງ ເພີ່ມທະວີການຄວບຄຸມກຳປັ່ນເຂົ້າ - ອອກທ່າເຮືອຢ່າງເຂັ້ມງວດ (ພາບປະກອບ)
ສ່ວນຢູ່ແຂວງ ເລິມດົ່ງ, ຄະນະກຳມະການປະຊາຊົນແຂວງ ຫາກໍ່ມີເອກະສານຮຽກຮ້ອງບັນດາຄະນະ, ຂະແໜງການ, ທ້ອງຖິ່ນ ເດັດດ່ຽວຜັນຂະຫຍາຍມາດຕະການຄວບຄຸມ, ກວດກາກຳປັ່ນຫາປາບໍ່ມີເງື່ອນໄຂຢ່າງຄົບຖ້ວນ. ປະທານຄະນະກຳມະການປະຊາຊົນບັນດາຕາແສງ ແລະ ເຂດພິເສດ ຝູກຸຍ ມີກຳປັ່ນຫາປາ ກວດກາຄືນ, ຈັດແຍກກຳປັ່ນຫາປາທີ່ບໍ່ມີເງື່ອນໄຂຄົບຖ້ວນທັງໝົດມາຈອດຢູ່ບັນດາທ່າເຮືອຫາປາ, ເຂດປ່ອຍສະໝໍລົງຈອດທີ່ໄດ້ຈັດສັນໄວ້ແລ້ວ; ບໍ່ອະນຸຍາດໃຫ້ອອກຝັ່ງຢ່າງເຂັ້ມງວດ. ເນື້ອໃນນີ້ຕ້ອງປະຕິບັດສຳເລັດກ່ອນວັນທີ 02 ມີນາ 2026.
ທ່ານຮອງປະທານຄະນະກຳມະການປະຊາຊົນແຂວງ ກວາງຈີ້ ເລວັນບ໋າວ (ແຖວເທິງ, ທີ 4 ຈາກເບື້ອງຂວາ) ມອບຂອງຂວັນ ແລະ ເຕືອນຊາວປະມົງປະຕິບັດບັນດາລະບຽບການຕ້ານການຫາປາ IUU ຢ່າງເຂັ້ມງວດ.
ກອງບັນຊາການທະຫານແຂວງ, ຄະນະບັນຊາການທະຫານຊາຍແດນແຂວງ ເພີ່ມທະວີການຄວບຄຸມກຳປັ່ນເຂົ້າ - ອອກທ່າເຮືອຢ່າງເຂັ້ມງວດ; ບໍ່ປະໃຫ້ກຳປັ່ນທີ່ບໍ່ມີເງື່ອນໄຂຢ່າງຄົບຖ້ວນເຂົ້າຮ່ວມການຂຸດຄົ້ນສິນທະເລຢ່າງເດັດຂາດ; ຈັດການລາດຕະເວນ, ຄວບຄຸມແກ້ໄຂບັນດາກໍລະນີລະເມີດຢ່າງເຂັ້ມງວດ.