ຂ່າວສານ

ກວັກ​ຕື​ຢາມ - 950 ປີ​ແຫ່ງ​ການຫຼໍ່ຫຼອມ​ສິ່ງຍອດຍິ່ງ​​ການຮ່ຳ​ຮຽນ ຫວຽດ​ນາມ

ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 950 ປີ​ແຫ່ງວັນ​ສ້າງ​ຕັ້ງ​ ກວັກ​ຕື​ຢາມ (1076–2026), ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ທຳ​ອິດ​ຂອງ ຫວຽດ​ນາມ, ນະ​ຄອນ​ຮ່າ​ໂນ້ຍ ໄດ້​ຈັດ​ບັນ​ດາ​ກິດ​ຈະ​ກຳ​ວັດ​ທະ​ນະ​ທຳ, ວິ​ທະ​ຍາ​ສາດ, ສິ​ລະ​ປະ ແລະ ການ​ສຳ​ຜັດ​ມໍ​ລະ​ດົກຕົວຈິງ ​ແຕ່​ວັນ​ທີ 5 – 15 ພະ​ຈິກ.
ລາຍ​ການ​ສະ​ແດງ​ສິ​ລະ​ປະ​ທີ່​ການ​ຖະ​ແຫຼງ​ຂ່າວ (ພາບ: VNA)

ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 950 ປີ​ແຫ່ງວັນ​ສ້າງ​ຕັ້ງ​ ກວັກ​ຕື​ຢາມ (1076–2026), ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ທຳ​ອິດ​ຂອງ ຫວຽດ​ນາມ, ນະ​ຄອນ​ຮ່າ​ໂນ້ຍ ໄດ້​ຈັດ​ບັນ​ດາ​ກິດ​ຈະ​ກຳ​ວັດ​ທະ​ນະ​ທຳ, ວິ​ທະ​ຍາ​ສາດ, ສິ​ລະ​ປະ ແລະ ການ​ສຳ​ຜັດ​ມໍ​ລະ​ດົກຕົວຈິງ ​ແຕ່​ວັນ​ທີ 5 – 15 ພະ​ຈິກ.

ໃນ​ບັນ​ດາ​ກິດ​ຈະ​ກຳ​ສະ​ເຫຼີ​ມ​ສະຫຼອງ​ປີ​ນີ້, ກອງ​ປະ​ຊຸມ​ສຳ​ມະ​ນາ​ວິ​ທະ​ຍາ​ສາດ ລະ​ດັບ​ຊາດ ດ້ວຍ​ຫົວ​ຂໍ້ “​950 ປີ​ແຫ່ງ ກວັກ​ຕື​ຢາມ: ມໍ​ລະ​ດົກ​ແຫ່ງ​ການ​ຮ່ຳ​ຮຽນ, ຜູ້​ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດ, ຄຸນ​ສົມ​ບັດ ແລະ ຄວາມ​ມຸ່ງ​ຫວັງ​ພັດ​ທະ​ນາ​ປະ​ເທດ​ຊາດ” ໄດ້​ດຳ​ເນີນ​ໃນ​ວັນ​ທີ 12 ພະ​ຈິກ​ ຢູ່​ຮ່າ​ໂນ້ຍ, ແມ່ນ​ເວ​ທີ​ປາ​ໄສ​ເພື່ອ​ໃຫ້​ບັນ​ດາ​ນັກ​ວິ​ທະ​ຍາ​ສາດ, ນັກ​ຄົ້​ນ​ຄ້​ວາ ມີ​ການ​ສັງ​ເກດ​ຢ່າງ​ເລິກ​ເຊິ່ງກວ່າ​ກ່ຽວ​ກັບ​ທີ່ຕັ້ງ, ບົດ​ບາດ​ຂອງ ກວັກ​ຕື​ຢາມ ໃນ​ປະ​ຫວັດ​ສາດ​ແຫ່ງ​ການ​ສຶກ​ສາ ແລະ ວັດ​ທະ​ນະ​ທຳ ຫວຽດ​ນາມ. ກ່າວ​ຄຳ​ເຫັນ​ທີ່​ການ​ຖະ​ແຫຼງ​ຂ່​າວ ກ່ຽວ​ກັບ​ກິດຈະກຳ​ສະ​ເຫຼີມ​ສະຫຼອງ 950 ປີ​ແຫ່ງ​ ກວັກ​ຕື​ຢາມ (1076-2026) ທີ່​ໄດ້​ດຳ​ເນີນ​ໃນ​ຕອນ​ບ່າຍ​ວັນ​ທີ 2 ພະ​ຈິກ, ຢູ່​ຮ່າ​ໂນ້ຍ, ທ່ານ ເລ​ຊວັນ​ກຽວ, ຜູ້​ອຳ​ນວຍ​ການ​ສູນ​ການ​ເຄື່ອນ​ໄຫວ​ວັດ​ທະ​ນະ​ທຳ​ວິ​ທະ​ຍາ​ສາດ ວັນ​ມຽວ - ກວັກ​ຕື​ຢາມ ໃຫ້​ຮູ້​ວ່າ:

ນັບ​ແຕ່​ຕົ້ນ​ປີ 2026 ມາ​ຮອດ​ປັດ​ຈຸ​ບັນ, ພວກ​ຂ້າ​ພະ​ເຈົ້າ​ໄດ້​ຜັນ​ຂະ​ຫຍາຍ 10 ກຸ່ມ​ໜ້າ​ທີ່, ໃນ​ນັ້ນ​ມີ 9 ກຸ່ມ​ໜ້າ​ທີ່​ຮັບ​ໃຊ້​ໂດຍ​ກົງ​ສຳລັບພິ​ທີ​ສະ​ຫຼອງ 950 ປີ​ແຫ່ງວັນສ້າງ​ຕັ້ງ ກວັກ​ຕື​ຢາມ ແລະ 1 ກຸ່ມ​ໜ້າ​ທີ່​ມຸ່ງ​ໄປ​ເຖິງ​ການ​ສະ​ເຫຼີມ​ສະຫຼອງ 1000 ປີແຫ່ງວັນສ້າງ​ຕັ້ງ ກວັກ​ຕື​ຢາມ. ໃນ​ນັ້ນ, ຈຸດ​ສຸມ​ແມ່ນກອງ​ປະ​ຊຸມ​ສຳ​ມະ​ນາ​ວິ​ທະ​ຍາ​ຊາດ​ລະ​ດັບ​ຊາດ 950 ປິແຫ່ງວັນສ້າງ​ຕັ້ງ ກວັກ​ຕື​ຢາມ: ມໍ​ລະ​ດົກ​ການ​ຮ່ຳຮຽນ​ຂອງ​ຜູ້​ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດ ແລະ ຄວາມ​ມຸ່ງ​ຫວັງ​ພັດ​ທະ​ນາ​ປະ​ເທດ​ຊາດ ແລະ ພິ​ທີ​ສະ​ເຫຼີມ​ສະຫຼອງ​ລະ​ດັບ​ຊາດ 950 ປີ​ແຫ່ງວັນສ້າງ​ຕັ້ງ ກວັກ​ຕື​ຢາມ. ນີ້​ແມ່ນ​ໂອ​ກາດ​ເພື່ອ​ເຊີດ​ຊູ​ບັນ​ດາ​ຄຸນ​ຄ່​າ​ໃນ​ການຮ່ຳ​ຮຽນ ຂອງ ຫວຽດ​ນາມ, ການ​ສະ​ແດງ​ຄວາມ​ຮູ້​ບຸ​ນ​ຄຸນ ຕໍ່​ບັນ​ພະ​ບູ​ລຸດ, ຜູ້​ທີ່ໄດ້​ສ້າງ​ຕັ້ງ​ພັດ​ທະ​ນາ ກວັກ​ຕື​ຢາມ ແລະ ກໍ່​ແມ່ນ​ໂອ​ກາດ​ເພື່ອ​ໂຄ​ສະ​ນາ​ບັນ​ດາ​ຄຸນ​ຄ່າ​ຂອງ ກວັກ​ຕື​ຢາມ ກັບ​ເພື່ອນ​ມິດ​ສາ​ກົນ.


top