vietnamese
  • vietnamese english
  • french chinese
  • japanese russian
  • spanish khmer
  • korean lao
  • ເຫດການແລະບັນຫາ
  • ອາຊຽນ
  • ວັດທະນະທຳ
  • ເສດຖະກິດ
  • ຫວຽດນາມ ແລະ ເພື່ອນມິດ
  • ສາລະຄະດີ
  • ພາບຊີວິດ
  • ຊອກຮູ້ຫວຽດນາມ
  • ອາຫານຫວຽດນາມ
  • ຕາກ້ອງນັກເດີນທາງ
ປ້ອມທີ່ໝັ້ນ ດົ່ງດັງ: ສະຖານທີ່ສູ້ຮົບທີ່ໜ້າເສົ້າ ແລະ ພິລະອາດຫານ ເດືອນ ກຸມພາ 1979

0

  • ມີຈຸດທີ່ຕັ້ງຢູ່ເທິງໂນນພູ ຢູ່ທາງທິດເໜືອ ເທດສະບານ ດົ່ງດັງ, ປ້ອມທີ່ໝັ້ນດົ່ງດັງ ເປັນຮ່ອງຮອຍປະຫວັດສາດອັນພິເສດ ຂອງ ສົງຄາມ ປົກປັກຮັກສາເຂດຊາຍແດນທາງທິດເໜືອ ປີ 1979.
  • ພາຍຫຼັງ 4 ທົດສະວັດ, ເທດສະບານ ດົ່ງດັງ ໄດ້ຟື້ນຊີບຄືນ ໃໝ່, ແຕ່ ຊາກສະຫຼັກຫັກພັງ ຂອງປ້ອມທີ່ໝັ້ນ ຍັງຄົງຕົວ ຢູ່ ເທິງ ຈອມໂນນພູ ທີ່ຮົກເຮື້ອວ່າງເປົ່າ ຄືດັ່ງຄຳເຕືອນເຖິງ ໄລຍະເວລາ ທີ່ເຈັບແສບ ໃນປະຫວັດສາດຂອງປະເທດຊາດ.
  • ໃນເວລາບຸກໂຈມຕີເພື່ອຢຶດຄອງ ເທດສະບານ ດົ່ງດັງ ເມື່ອວັນທີ 17 ກຸມພາ 1979, ທະຫານສັດຕູ ໄດ້ປິດລ້ອມປ້ອມທີ່ໝັ້ນ, ກອງ ຮ້ອຍ 42 ສັງກັດ ກອງພັນໃຫຍ່ 4, ກອງພົນ 3 ແລະ ຕຳຫຼວດ ປະກອບອາວຸດ ໄດ້ຕັ້ງຢູ່ໃນທ່າປ້ອງກັນຕົວ ແລະ ປົກປ້ອງປະຊາຊົນ ນັບ ຫຼາຍຮ້ອຍຄົນ ທີ່ກຳລັງຫຼົບລີ້ ຢູ່ທາງ ໃນປ້ອມທີ່ໝັ້ນ. ໃນພາບ ແມ່ນ ຮ່ອງຮອຍ ຂອງບັນດາໂງ່ນ ເບຕົງໃຫຍ່ ຂອງ ປ້ອມທີ່ໝັ້ນ ຖືກ ທະຫານສັດຕູ ໃຊ້ດິນລະເບີດ ທຳລາຍ ຈົນເພພັງ.
  • ຮ້ອຍໂທ ຮ່າດຶກທ້ຽນ (ໃນຂະນະນັ້ນແມ່ນນັກຮົບກອງພັນໃຫຍ່ 4, ກອງ ພົນ 337) ໃຫ້ຮູ້ວ່າ ກອງພັນໃຫຍ່ ຂອງ ເພິ່ນ ແມ່ນກຳລັງຫຼັກ ຮັບໜ້າທີ່ ປ້ອງກັນ ແລະ ສູ້ຢັນ ທີ່ເທດສະບານ ດົ່ງດັງ, ໄດ້ ເຫັນກັບຕາຮູບພາບ ທະຫານຈີນ ປິດລ້ອມ ປ້ອມທີ່ໝັ້ນ ດົ່ງດັງ ໃນຂະນະ ຍັງມີ ປະຊາຊົນນັບຫຼາຍຮ້ອຍຄົນກຳລັງລີ້ໄພ ຢູ່ທາງໃນ.
  • ປ້ອມທີ່ໝັ້ນ ເປັນປ້ອມດ້ານການທະຫານທີ່ມີຄວາມໝັ້ນຄົງ ທີສຸດ, ປ້ອມມີປ່ອງປືນ ຫັນໄປທາງ 4 ທິດ ແລະ ມີລະບົບຂຸມ ໃຕ້ຕີນພູ.
  • ປ້ອມທີ່ໝັ້ນ ດົ່ງດັງ ຕັ້ງຢູ່ເທິງຈອມໂນນພູ ຂ້າງສະຖານີລົດໄຟ ດົ່ງດັງ ແລະ ເສັ້ນທາງຫຼວງ 4A ເຂົ້າສູ່ເທດສະບານ. ນີ້ແມ່ນຈຸດສູງທີ່ສຳຄັນ, ສາມາດແນມເຫັນເທດສະບານ ແລະ ທົ່ວເຂດຢູ່ອ້ອມຂ້າງ. ນັບແຕ່ຊຸມມື້ທຳອິດທີ່ຫາກໍບຸກເຂົ້າຜ່ານຊາຍແດນ ຫວຽດນາມ ໃນເດືອນ ກຸມພາ 1979, ທະຫານສັດຕູ ໄດ້ຕັດສິນໃຈ ຢຶດຄອງຈຸດສູງແຫ່ງນ້ີ.
  • ອ້ອມແອ້ມບໍລິເວນປ້ອມທີ່ໝັ້ນ ມີບັນດາໂງ່ນເບຕົງໃຫຍ່ ຍັງຄົງເຫຼືອໄວ້ຢູ່ເທິງເປີ້ນພູ. ເມື່ອສົງຄາມເກີດຂຶ້ນ, ກອງຮ້ອຍໜຶ່ງໄດ້ຮັບໜ້າທີ່ ພ້ອມກັບຕຳຫຼວດປະກອບອາວຸດ ເພື່ອສະກັດ ກັ້ນທະຫານຜູ້ຮຸກຮານ ແລະ ປົກປ້ອງປະຊາຊົນ ດົ່ງດັງ.
  • ເບິ່ງຈາກປ້ອມທີ່ໝັ້ນ ດົ່ງດັງ ລົງເທດສະບານ ທີ່ສະຫງົບສຸກໃນທຸກວັນນີ້. ຈົນເຖິງຫຼັງປີ 2000, ປ້ອມທີ່ໝັ້ນນີ້ ຈຶ່ງໄດ້ຮັບການຂຸດຄົ້ນ, ມີອັດຖິກວ່າ 30 ຊຸດ ໄດ້ຊອກເຫັນ ຢູ່ຊັ້ນຂຸມທຳອິດ. ຄາດວ່າ ຊັ້ນຂຸມທີ 3 ຍັງມີຫຼາຍຮ້ອຍອັດຖິ ແຕ່ມາຮອດປັດຈຸບັນ ຍັງບໍ່ທັນມີໃຜເຂົ້າໄປໄດ້.
  • ນັບແຕ່ຊຸມມື້ທຳອິດ ຂອງສົງຄາມ ປົກປັກຮັກສາ ຊາຍແດນທາງທິດເໜືອ ຂອງທະຫານ ແລະ ປະຊາຊົນຫວຽດນາມ, ນະແຫ່ງນີ້ ແມ່ນຈຸດທີ່ໝັ້ນ ໄດ້ດັບສູນສັດຕູ ເປັນຈຳນວນຫຼາຍ ແລະ ເປັນບ່ອນລີ້ໄພ ຂອງປະຊາຊົນນັບຫຼາຍຮ້ອຍຄົນ ຂອງເທດສະບານ ດົ່ງດັງ.
  • ໃຊ້ເວລາເຖິງ 5 ວັນຄືນ ແຕ່ຍັງບໍ່ທັນຢຶດເອົາໄດ້ ປ້ອມທີ່ໝັ້ນ, ວັນທີ 22 ກຸມພາ 1979, ສັດຕູ ໄດ້ວາງລະເບີດທຳລາຍປາກ ຂຸມ ຈົນພັງລົງ. ບັນດາໂງ່ນເບຕົງໃຫຍ່ ຍັງຄົງຕົວມາຮອດປັດຈຸບັນ ແມ່ນຮ່ອງຮອຍຫຼັງຈາກໃຊ້ລະເບີດທຳລາຍ.
  • ຫຼັງຈາກວາງລະເບີດ ທຳລາຍປ້ອມແລ້ວ, ທະຫານສັດຕູຍັງໃຊ້ປືນພົ່ມໄຟ ແລະ ທາດອາຍເຜັດສີດລົງຂຸມ ເພື່ອຂ້າພະ ນັກງານ, ນັກຮົບ ແລະ ປະຊາຊົນ ທີ່ລີ້ຢູ່ໃນປ້ອມທີ່ໝັ້ນ.
  • ປ້ອມທີ່ໝັ້ນດົ່ງດັງ ຕັ້ງຢູ່ເທິງເສັ້ນທາງຫຼັກ, ແນມເຫັນໄດ້ທ່ົວ 4 ທິດ ຂອງເທດສະບານ ດົ່ງດັງ, ຫ່າງຈາກດ່ານຊາຍແດນ 2 ກິໂລແມັດ ທາງນົກບິນ. ຢາກເຂົ້າຢຶດຄອງໄດ້ຕາແສງ ລ້າງເຊີນ, ທະຫານ ຈີນ ຕ້ອງທຳລາຍໄດ້ປ້ອມທີ່ໝັ້ນນີ້ກ່ອນ.
ສາລະຄະດີຮູບພາບອື່ນໆ 1 2 3 4 5 >  ... >| 
  • ດ່າໜັງ ເປັນເຈົ້າການຮັບມືຕໍ່ການແຜ່ລະບາດ ໂຄວິດ-19 ຄັ້ງທີ 2

    ດ່າໜັງ ເປັນເຈົ້າການຮັບມືຕໍ່ການແຜ່ລະບາດ ໂຄວິດ-19 ຄັ້ງທີ 2

  • ຕົ້ນຫູກວາງ ມໍລະດົກ ຢູ່ ໂກນດາວ

    ຕົ້ນຫູກວາງ ມໍລະດົກ ຢູ່ ໂກນດາວ

  • ຫັນຂີ້ເຫຍື້ອ ກາຍເປັນຖະໜົນສິລະປະ

    ຫັນຂີ້ເຫຍື້ອ ກາຍເປັນຖະໜົນສິລະປະ

  • ດ່າໜັງ-ຈຸດນັດພົບ ໃນລະດູຮ້ອນ 2019

    ດ່າໜັງ-ຈຸດນັດພົບ ໃນລະດູຮ້ອນ 2019

  • ຕະຫຼາດຂາຍເຄື່ອງບູຮານ ຢູ່ໃຈກາງ ໄຊງ່ອນ

    ຕະຫຼາດຂາຍເຄື່ອງບູຮານ ຢູ່ໃຈກາງ ໄຊງ່ອນ

  • ການພົບປະຄັ້ງທຳອິດລະຫວ່າງປະທານາທິບໍດີ ສ ອາເມລິກາ Donald Trump ແລະ ປະທານພັກແຮງງານ ສປປ ເກົາຫຼີ Kim Jong – un

    ການພົບປະຄັ້ງທຳອິດລະຫວ່າງປະທານາທິບໍດີ ສ ອາເມລິກາ Donald Trump ແລະ ປະທານພັກແຮງງານ ສປປ ເກົາຫຼີ Kim Jong – un

  • ບ່ອນອາດສາມາດໄຂຂຶ້ນການພົບປະລະຫວ່າງປະທານາທິບໍດີ Donald Trump ແລະ ປະທານພັກແຮງງານ ສປປ ເກົາຫຼີ Kim Jong–un

    ບ່ອນອາດສາມາດໄຂຂຶ້ນການພົບປະລະຫວ່າງປະທານາທິບໍດີ Donald Trump ແລະ ປະທານພັກແຮງງານ ສປປ ເກົາຫຼີ Kim Jong–un

  • ບັນດາຮູບພາບກ່ຽວກັບການເຄື່ອນໄຫວຂອງປະທານາທິບໍດີ Donald Trump ຢູ່ ຮ່າໂນ້ຍ

    ບັນດາຮູບພາບກ່ຽວກັບການເຄື່ອນໄຫວຂອງປະທານາທິບໍດີ Donald Trump ຢູ່ ຮ່າໂນ້ຍ

  • ເຫດການແລະບັນຫາ
  • ອາຊຽນ
  • ວັດທະນະທຳ
  • ເສດຖະກິດ
  • ຫວຽດນາມ ແລະ ເພື່ອນມິດ
  • ສາລະຄະດີ
  • ພາບຊີວິດ
  • ຊອກຮູ້ຫວຽດນາມ
  • ອາຫານຫວຽດນາມ
  • ຕາກ້ອງນັກເດີນທາງ

ຜູ້ສະໜອງຂ່າວສານ(ICP): ສຳນັກຂ່າວສານຫວຽດນາມ | ISSN: 1606-0261 | ໂດຍກະຊວງຖະແຫຼງຂ່າວ ແລະ ການສື່ສານ ອອກໃບອະນຸຍາດ

ອົງການຄວບຄຸມ: ສຳນັກຂ່າວສານຫວຽດນາມ | ຮັບຜິດຊອບຕົ້ນຕໍ: ຫົວໜ້າບັນນາທິການໃຫຍ່ ຫງວຽນຖັ໋ງ

ເລກທີ: 79 ຫຼີເຖື່ອງກຽດ, ເມືອງຮວ່ານກ໋ຽມ-ຮ່າໂນ້ຍ | ໂທ: (84.4) 39332303 | ແຟັກ: (84.4) 39332291 | ອີເມວ vietnamvnp@gmail.com

C ສະຫງວນລິຂະສິດ ຂ່າວພາບຫວຽດນາມ