• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ
ສາລະຄະດີຮູບພາບ

ງານແຫ່ ໜັງສືຖວາຍພະພອນບຸນຢ້າ

ງານແຫ່ໜັງສືຖວາຍພະພອນບຸນຢ້າ ຖືກຈັດຂຶ້ນກົງກັບ ວັນທີ 10 ເດືອນ 3 (ຕາມຈັນທະປະຕິທິນ)ແຕ່ລະປີ ເພື່ອລະນຶກ ຄຸນງາມ ຄວາມດີຂອງ ນາຍພົນ ຫຼີຝຸ້ງມານ ຊຶ່ງເປັນຄົນບ້ານ ຢ້າ (ຕາແສງອຽນເສີ, ເມືອງໝີດຶກ, ຮ່າໂນ້ຍ) ທີ່ໄດ້ປະກອບສ່ວນ ຊ່ວຍກະສັດ ຫຼີນາມເດ້ (ປີ 542) ຂັບໄລ່ ເສິກຮຸກຮານ ແລະ ສ້າງລັດ ວ້ານຊວນ (ລັດທໍາອິດຂອງຫວຽດນາມ) ຂຶ້ນ. ບຸນ ບ້ານຢ້າ ໄດ້ຮັບການເລົ່າຂານຕໍ່ໆກັນມາ ໃນໝູ່ ປະຊາຊົນຂອງທ້ອງຖິ່ນ ດ່ວາຍ ອັນເນື່ອງມາຈາກຄວາມເປັນເອກະລັກສະ ເພາະໃນພິທີແຫ່ໜັງສືຖວາຍພະພອນ.

ໃນຕອນບ່າຍຂອງວັນທີ 10 ເດືອນ 3, ຂະບວນແຫ່ເຊີ້ງໜັງສືຈະ ເລີ່ມຈາກ ກວ້ານຢ້າ ເຄື່ອນເລາະໄປຕາມຄັນຄູຈົນ ຮອດຫໍບູ ຊາບັນພະຊົນ ຂອງໝູ່ບ້ານ. ຂະບວນແຫ່ລ້ວນແຕ່ແມ່ນ ຜູ້ຊາຍ ພາຍໃນບ້ານຈຳນວນ 500 ກວ່າຄົນ. ອອກໜ້າແມ່ນທິມເຊີ້ງທຸງ, ທຸງປີວ, ກອງ, ດອກໄມ້, ພົນທະຫານ.. ໃກ້ທ້າຍສຸດແມ່ນແທ່ນ ບູຊາ, ວໍໃສ່ໜັງສື, ອັດທ້າຍສຸດກ່ໍຍັງແມ່ນທິມທຸງ, ກອງ, ວໍ ລວມ ທັງໝົດ ແມ່ນ 22 ກ້ອນ ແຕ່ງກາຍທີ່ມີສີສັນສະເພາະ ໃຜລາວ.


ພໍມາຮອດຫໍບູຊາບັນພະຊົນ, ຂະບວນແຫ່ຢຸດຢູ່ເທິງຄັນຄູ, ມີແຕ່ໝວດເດັກນຸ່ງຊຸດອາພອນສີຟ້າ 84 ຄົນ ພ້ອມກັບພະຍາ ໄປຕາມວໍ ຈຶ່ງຈະ ເຂົ້າຫໍບູຊາເພື່ອທຳພິທີຂໍເອົາໜັງສື ຖວາຍ ພະພອນກັບເມືອ. ພາຍຫຼັງ ສຳເລັດພິທີການນີ້ແລ້ວ, ຂະບວນ ແຫ່ກໍ່ກັບຕ່າວຄືນຕາມທາງ ແລະ ລຳດັບເກົ່າຄືເວລາໄປ. 

ເມື່ອກັບຄືນມາເຖິງ ກ້ວານຢ້າ, ຂະບວນແຫ່ດໍາເນີນພິທີການສະ ແດງຈັດແຖວ (ເອີ້ນວ່າງ່ຽມກວນ) ທີ່ທາງນອກເດີ່ນ. ງ່ຽມກວນ ແມ່ນສາກສະແດງຄືນຍຸດທະວິທີການຕີເສິກຂອງນາຍພົນ ຫຼີຝຸ້ງ ມານ ເພື່ອຊ່ວຍກະສັດຫຼີນາມເດ້ ສ້າງຕັ້ງລັດທຳອິດຂອງ ຫວຽດນນາມຂຶ້ນ. ຕາມສຽງກອງທີ່ເປັນສັນຍານປຸກລະດົມ, ພົນ ທະຫານຈະອອກຈາກກ້ວານຢ້າເຂົ້າມາພາຍໃນເດີ່ນ ແລ້ວ ເຄື່ອນທີ່ ຕາມຮູບວົງມົນ ແຕ່ນອກເຂົ້າໃນ ສ້າງເປັນຮູບກົ້ນຫອຍ, ຍິ່ງເຂົ້າ ທາງໃນເທົ່າໃດ ຈັງຫວະຄວາມໄວກໍ່ຍິ່ງທະວີຂຶ້ນ ພ້ອມ ກັບສຽງຮ້ອງໂຮ ສ້າງເປັນສຽງດັງກ້ອງກັງວານ ຢ່າງສະຫງ່າ ຜ່າເຜີຍ.

ປະຕິບັດ: ຫວຽດເກື່ອງ
ປະຊາຊົນພາຍໃນເຂດ ໄປນະມັດສະການບຸນກວ້ານຢ້າ.
ທຳພິທີຖວາຍພະພອນທີ່ເດີ່ນກວ້ານຢ້າໃນມື້ຈັດງານບຸນ.
ປະຕູໂຂງທາງເຂົ້າຫໍບູຊາບັນພະຊົນຂອງໝູ່ບ້ານຢ້າ.
ງານບູນບ້ານຢ້າເຄີຍໄດ້ເລົ່າຂານກັນພາຍໃນໝູ່ ປະຊາຊົນ ແຖບທ້ອງຖິ່ນດ່ວາຍ ໂດຍຜ່ານປະໂຫຍກຫຍ້ໍໆວ່າ: “ລອຍດຳ, ແຫ່ຢ້າ, ບຸນໄຖ່”.
ຂະບວນການແຫ່ວໍປະກອບດ້ວຍຜູ້ຊາຍໃນບ້ານ 500 ກວ່າ ຄົນຖຶກແບ່ງເປັນ 22 ກ້ອນ ແຕ່ງກາຍທີ່ມີສີສັນສະເພາະ ໃຜລາວ.
ຂະບວນການແຫ່ວໍປະກອບດ້ວຍຜູ້ຊາຍໃນບ້ານ 500 ກວ່າ ຄົນຖຶກແບ່ງເປັນ 22 ກ້ອນ ແຕ່ງກາຍທີ່ມີສີສັນສະເພາະໃຜລາວ.
ຂະບວນວໍ ແລະ ກ້ອນທຸງ ເຮັດພິທີຢູ່ເດີ່ນ ກວ້ານຢ້າ ກ່ອນຈະດໍາເນີນພິທີສາກສະແດງຈັດແຖວ (ເອີ້ນວ່າງ່ຽມກວນ)
ວໍສົ່ງໜັງສືພອນ ຖືກແຫ່ຈາກຫໍບູຊາບັນພະຊົນ ຂອງບ້ານ ໄປເຖິງ ກວ້ານຢ້າ ເພື່ອທຳພິທິຖວາຍພະພອນ.

Top